ຍາມວິກິດ ຂໍໃຫ້ທຸກຄົນເສບຂ່າວຢ່າງມີສະຕິ ຂໍ້ມູນທີ່ບໍ່ເປັນທາງການ ຫ້າມສົ່ງອອກໄປຕໍ່

0
563

ໃນວັນທີ 9 ພຶດສະພາ 2021 ໃນວັນທີ ທ່ານ ສະຫວັນຄອນ ຣາຊມຸນຕຣີ ຮອງລັດຖະມົນຕີກະຊວງ ຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ຮ່ວມຖະແຫຼງ ຕາງໜ້າກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ທີ່ກະຊວງສາທາລະນະສຸກ. ເຊິ່ງທ່ານໄດ້ກ່າວວ່າ: ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ກໍ່ຄືຄະ ນະສະເພາະກິດໜ່ວຍງານໂຄສະນາ ກໍ່ໄດ້ສຸມໃສ່ເຮັດໜ້າທີ່ໂຄສະນາ ຜ່ານທຸກພາຫະນະ ແລະ ເວທີ ທີ່ມີຢູ່ໃນການຄຸ້ມຄອງຂອງຕົນ ທັງສືແບບເກົ່າ ແລະ ແບບໃໝ່ ແຕ່ສູນກາງຮອດທ້ອງຖິ່ນ ໂດຍໄດ້ເຜີຍແຜ່ເນື້ອໃນຄຳສັ່ງ, ແຈ້ງການ, ບົດແນະນຳຕ່າງໆ ຂອງພັກ, ຂອງລັດ ແລະ ຂອງຄະນະສະເພາະກິດ, ການເຄື່ອນໄຫວຕ່າງໆ, ລວມທັງຜົນກະທົບຕໍ່ເສດຖະກິດ, ຕໍ່ຊີວິດການເປັນຢູ່ຂອງປະຊາຊົນ, ມາດຕະການການຊ່ວຍເຫຼືອ, ການຊ່ວຍເຫຼືອຂອງເພື່ອນມິດ ແລະ ການກຽມຄວາມພ້ອມໃນດ້ານຕ່າງໆ ດ້ວຍຄວາມວ່ອງໄວທັນການ. ທັງວິທະຍຸ, ໂທລະພາບ, ໂທລະໂຄງ ແລະ ໜັງສືພິມທີມີລະບົບອອນລາຍ ໄດ້ຖ່າຍທອດສົດການຖະແຫຼງຂ່າວຂອງຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການ ລະບາດຂອງພະຍາດໂຄວິດ-19 ໃນແຕ່ລະວັນ ເຮັດໃຫ້ປວງຊົນໄດ້ຮັບຮູ້ຂໍ້ມູນຂ່າວສານທີ່ຖືກຕ້ອງວ່ອງໄວ ແລະ ກ້ວາງຂວາງ.


ມາຮອດມື້ນີ້ ຍ້ອນປວງຊົນໄດ້ຮັບຮູ້ຂໍ້ມູນຂ່າວສານຢ່າງຖືກຕ້ອງທັນການ ແລະ ພ້ອມກັນ ປະຕິບັດຕາມທິດຊີ້ນຳ, ຄຳສັ່ງ, ແຈ້ງການ, ບົດແນະນຳຕ່າງໆ ຈິ່ງເປັນສ່ວນໜຶ່ງທີ່ຊ່ວຍເຮັດໃຫ້ການແຜ່ລະບາດມີທ່າອ່ຽງຫຼຸດລົງ, ແຕ່ຄຽງຄູ່ກັນນັ້ນ ມີກຸ່ມຄົນຈຳນວນໜຶ່ງ ທີ່ພະຍາຍາມສ້າງຂ່າວ ແລະ ພາບປອມແປງພິກປີ້ນຄວາມເປັນຈິງ ອອກຜ່ານສືສັງຄົມອອນລາຍ ທີ່ໄດ້ສ້າງຄວາມປັນປ່ວນແຕກແຍກຄວາມສາມັກຄີຢູ່ໃນສັງຄົມ.
ດັ່ງນັ້ນ, ຈິ່ງຮຽກຮ້ອງໃຫ້ທຸກຄົນຈົ່ງມີສະຕິໃນການຕິດຕາມ ແລະ ຮັບຂໍ້ມູນຂ່າວສານຢ່າງມີການໄຕ່ຕອງພິຈາລະນາ ແລະ ບໍ່ຄວນສົ່ງຂໍ້ຕໍ່ມູນຂ່າວສານທີ່ບໍ່ຖືກຕ້ອງນັ້ນອອກໄປ ເຊິ່ງຈະເປັນການລະເມີດກົດໝາຍສື່ມວນຊົນ ແລະ ຈະຖືກປະຕິບັດວິໄນ ຕາມທີ່ກົດໝາຍໄດ້ກຳນົດໄວ້. ພວກເຮົາກໍ່ໄດ້ມີໜ່ວຍງານຕິດຕາມກວດກາໃນແຕ່ລະວັນເປັນປະຈຳ ເພື່ອດຳເນີນການຕໍ່ກັບຂໍ້ມູນຂ່າວສານທີ່ປອມແປງ ແລະ ບຸກຄົນທີ່ກະທຳຜິດນັ້ນ. ສະນັ້ນ, ຂໍໃຫ້ທຸກຄົນສືບຕໍ່ຕິດຕາມຮັບເອົາຂໍ້ມູນຂ່າວສານທີ່ຖືກຕ້ອງ ແລະ ເຊື່ອຖືໄດ້ ຈາກແຫຼງຂ່າວ ແລະ ສື່ຂ່າວທີ່ເປັນທາງການ. ຕໍ່ໄປນີ້ພວກເຮົາຈະໄດ້ພະຍາຍາມສຸດຄວາມສາມາດນຳເອົາຂໍ້ມູນຂ່າວສານມາເຜີຍແຜ່ໃຫ້ວ່ອງໄວທັນການກວ່າເກົ່າ ເພື່ອໃຫ້ປວງຊົນຮັບຮູ້ ແລະ ເຂົ້າຮ່ວມຈັດຕັ້ງປະຕິບັດຕາມຄຳສັ່ງຂອງລັດຖະບານ ກໍ່ຄືຄຳແນະນຳຂອງຄະນະສະເພາະກິດວາງອອກ.

ທ່ານກ່າວຕື່ມວ່າ: ຄຽງຄູ່ກັບການປະຕິບັດໜ້າທີ່ທີ່ໄດ້ກ່າວມາຂ້າງເທິງນັ້ນ, ກະຊວງ ຖວທ ກໍ່ຍັງໄດ້ຈັດຕັ້ງຜັນຂະຫຍາຍຄຳສັ່ງເລກທີ 15 ຂອງນາຍົກລັດຖະມົນຕີ ແລະ ແຈ້ງການຕ່າງໆຂອງຄະນະສະເພາະກິດວ່າງອອກ ເປັນຕົ້ນແມ່ນໄດ້ອອກແຈ້ງການໃຫ້ປິດຊົ່ວຄາວຮ້ານກິນດື່ມ, ຮ້ານບັນເທີງ, ຄາຣາໂອເກະ, ການຈັດງານລ້ຽງ, ການຈັດງານບຸນປະເພນີ ແລະ ຄຳແນະນຳ ແຈ້ງການຕ່າງໆ ເຖິ່ງຂະແໜງການທີ່ກະຊວງຮັບຜິດຊອບ ເຊິ່ງກໍ່ເຫັນວ່າໄດ້ຮັບການຮ່ວມມືໃນການຈັດຕັ້ງປະຕິບັດເປັນຢ່າງດີ, ແຕ່ຄຽງຄູ່ກັນນັ້ນກໍຍັງມີຮ້ານບັນເທີງ, ຮ້ານກິນດື່ມຈຳນວນໜຶ່ງທີ່ຍັງຟ່າຟືນບໍ່ປະຕິບັດຕາມແຈ້ງການ ເຊິ່ງທາງຄະນະຮັບຜິດຊອບຢູ່ແຕ່ລະທ້ອງຖິ່ນກໍ່ໄດ້ຕັກເຕືອນ ແລະ ປະຕິບັດວິໄນໄປແລ້ວ ສະນັ້ນ ຂໍຖືໂອກາດນີ ຮຽກຮ້ອງມາຍັງທຸກພາກສ່ວນທີ່ກ່ຽວຂ້ອງຈົ່ງໃຫ້ການຮ່ວມມື ແລະ ປະຕິບັດຕາມແຈ້ງການຢ່າງເຂັ້ມງວດ ເພື່ອພ້ອມກັນປ້ອງກັນບໍ່ໃຫ້ເປັນບ່ອນທີ່ພາໃຫ້ມີການແຜ່ລະບາດຂອງເຊື້ອພະຍາດໂຄວິດ- 19 ຕື່ມອີກ.


ການແຜ່ລະບາດຂອງພະຍາດໂຄວິດ-19 ຄັ້ງນີ້ ມີຄວາມຈຳເປັນຕ້ອງໄດ້ປິດເມືອງ ເຊິ່ງກໍ່ໄດ້ສົ່ງຜົນກະທົບບໍ່ໜ້ອຍຕໍ່ຂະແໜງວັດທະນະທຳ ແລະ ທ່ອງທ່ຽວ. ຕໍ່ກັບບັນຫາດັ່ງກ່າວນີ້ ພວກເຮົາກໍ່ສຸດທີ່ມີຄວາມເປັນຫ່ວງເປັນໄຍ ແລະ ໄດ້ພະຍາຍາມສຸດຂີດໃນການຊອກຊ່ອງທາງຊ່ວຍເຫຼືອຫຼຸດຜ່ອນຜົນກະທົບແກ່ຜູ້ປະກອບການ ແລະ ຜູ້ອອກແຮງງານໃນຂະແໜງວັດທະນະທຳ ແລະ ທ່ອງທ່ຽວ. ໃນໄລຍະທີ່ຜ່ານມາທາງກະຊວງໄດ້ເກັບກຳເອົາຂໍ້ມູນຜົນກະທົບ ກໍ່ຄືຂໍ້ສະເໜີຂອງຜູ້ປະກອບການ ແລະ ໄດ້ນຳສະເໜີຕໍ່ຄະນະສະເພາະກິດແກ້ໄຂຜົນກະທົບທາງດ້ານເສດຖະກິດພິຈາລະນາຫາທາງແກ້ໄຂຕາມຄວາມສາມາດຕົວຈິງ. ປະຈຸບັນພວກເຮົາຍັງໄດ້ສືບຕໍ່ຄົ້ນຄວ້າບັນຫາໃຫ້ລະອຽດເປັນອັນສະເພາະເພື່ອແກ້ໄຂໃຫ້ສອດຄ່ອງກັບເງື່ອນໄຂຕົວຈິງ. ເພາະວ່າການປະກອບການ ແລະ ແຮງງານ ໃນທຸລະກິດທ່ອງທ່ຽວໄດ້ຕິດພັນກັບຫຼາຍຂະແໜງການຈິ່ງຈະຕ້ອງໄດ້ມີການປະສານງານຢ່າງລະອຽດເພື່ອແກ້ໄຂຜົນກະທົບຕົວຈິງ ເຊິ່ງຮຽກຮ້ອງເວລາພໍສົມຄວນ. ສ່ວນການຊ່ວຍເຫຼືອແກ້ໄຂຜົນກະທົບໃນບາງດ້ານນັ້ນ ລັດຖະບານກໍ່ຄືກະຊວງທີ່ກ່ຽວຂ້ອງຈຳນວນໜຶ່ງກໍ່ໄດ້ມີແຈ້ງການອອກໄປແລ້ວເປັນຕົ້ນ: ຫຼຸດຄ່ານຳ, ຄ່າໄຟ, ຫຼຸດດອກເບຍ ຫຼື ໂຍະຍານຜ່ອນຜັນແກ່ຍາວເວລາໃນການສຳຫຼະ ເຫຼົ່ານີ້ເປັນຕົ້ນ.


ສ່ວນການຟື້ນຟູໃນຕໍ່ໜ້າພວກເຮົາກໍໄດ້ມີທິດທາງແຜນການຈຳນວນໜຶ່ງໄວ້ແລ້ວທີ່ໄດ້ສະເໜີລັດຖະບານ ແລະ ຂໍການຮ່ວມມືຊ່ວຍເຫຼືອຈາກອົງການຈັດຕັ້ງສາກົນທີ່ກ່ຽວຂ້ອງເປັນຕົ້ນ: ແມ່ນຫາແຫຼງທຶນເພື່ອມາຟື້ນຟູ, ພັດທະນາທຸລະກິດດ້ານການທ່ອງທ່ຽວ, ສ້າງແຜນກິດຈະກຳຫຼາຍຮູບແບບສົ່ງເສີມລາວທ່ຽວລາວ ພາຍຫຼັງທີສາມາດຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ແລ້ວ, ຈັດກຸ່ມນັກທ່ອງທ່ຽວຈາກປະເທດທີ່ບໍ່ມີການແຜ່ລະບາດມາທ່ຽວລາວ, ເພີ່ມທະວີການໂຄສະນາການທ່ອງທ່ຽວໃນຫຼາຍຮູບການ ແລະ ອື່ນໆ, ສ່ວນລາຍລະອຽດແຕ່ລະແຜນການ ຫຼື ມາດຕະການໃດທີ່ໄດ້ຮັບການຮັບຮອງຈັດຕັ້ງປະຕິບັດນັ້ນ ຈະແຈ້ງໃຫ້ຊາບຕາມພາຍຫຼັງ.

LEAVE A REPLY

Please enter your comment!
Please enter your name here