9 ພຶດສະພາ ສປປລາວ ມີຜູ້ຕິດເຊື້ອ 69 ຄົນ ແລະ ມີກໍລະນີເສຍຊີວິດ 1 ຄົນ

674

ສະຖານະການໂດຍລວມຂອງການລະບາດໃນສປປລາວ ຍັງໜ້າເປັນຫ່ວງ ໂດຍມີຜູ້ຕິດເຊື້ອໂຄວິດ-19ໃໝ່69 ຄົນ ນອນໃນ 4 ແຂວງຄື ແຂວງບໍ່ແກ້ວ 46 ຄົນ, ນະຄອນຫຼວງວຽງຈັນ 16 ຄົນ, ແຂວງສະຫວັນນະເຂດ 4 ຄົນ ແລະ ແຂວງຈຳປາສັກ 3 ຄົນ.
ນອກນັ້ນມີຜູ້ເສຍຊີວິດ1 ຄົນ(ເພດຍິງ ອາຍຸ53ປີ ຢູ່ນະຄອນຫຼວງວຽງຈັນ)ເຊິ່ງເປັນກໍລະນີເສຍຊີວິດທຳອິດຂອງຜູ້ຕິດເຊື້ອໂຄວິດ-19 ຂອງສປປລາວ ນັບແຕ່ພົບກໍລະນີຕິດເຊື້ອຄົນທຳອິດໃນເດືອນມີນາປີ 2020.


ໃນວັນທີ 9 ພຶດສະພາ 2001 ທ່ານ ສະຫວັນຄອນ ຣາຊມຸນຕຣີ ຮອງລັດຖະມົນຕີກະຊວງ ຖວທ, ທ່ານ ດຣ. ນາງ ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ, ທ່ານ ດຣ. ນາງ ບົວເທບ ພູມິນ ຮອງຫົວໜ້າກົມປິ່ນປົວ ແລະ ຟື້ນຟູໜ້າທີ່ການ, ຕາງໜ້າກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19ໄດ້ຖະແຫຼງຂ່າວປະຈຳວັນທີ່ກະຊວງສາທາລະນະສຸກ.
ທ່ານ ດຣ. ນາງ ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ກ່າວວ່າ: ການເຝົ້າລະວັງໃນວັນທີ 8 ພຶດສະພາ 2021 ລາວ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ຢູ່ໃນລາວ ແມ່ນມີຄົນເດີນທາງເຂົ້າປະເທດລາວ ທັງໝົດ ຈຳນວນ 1.110 ຄົນ ໂດຍຜ່ານດ່ານຕ່າງໆເຊັ່ນ: ດ່ານຊາຍແດນ ລາວ-ໄທ ຈຳນວນ 839 ຄົນ, ຜ່ານສະໜາມບິນ 271 ຄົນ.

ວັນທີ8 ພຶດສະພາ2021 ໄດ້ເກັບຕົວຢ່າງໄປກວດທັງໝົດ ຈຳນວນ 6.882 ກໍລະນີ, ຜົນກວດພົບວ່າ ມີຜູ້ຕິດເຊື້ອຈຳນວນ 69 ຄົນຄື:  ນະຄອນຫຼວງວຽງຈັນ 16 ຄົນ, ບໍ່ແກ້ວ 46 ຄົນ, ສະຫວັນນະເຂດ 4 ຄົນ ແລະ ແຂວງຈຳປາສັກຈຳນວນ 3 ຄົນ.

ເຮັດໃຫ້ຕົວເລກຜູ້ຕິດເຊື້ອສະສົມທັງໝົດໃນທົ່ວປະເທດມີຈຳນວນ 1.302 ຄົນ, ມີຜູ້ເສຍຊີວິດ 1 ຄົນ, ປິ່ນປົວດີໃໝ່78ຄົນ ລວມປິ່ນປົວດີສະສົມ232 ຄົນ, ກຳລັງນອນຕິດຕາມປິ່ນປົວ 1.069ຄົນ.