ແຂວງສະຫວັນນະເຂດ ປະເມີນຜົນການຈັດຕັ້ງປະຕິບັດວຽກງານ ຕ້ານການລະບາດພະຍາດໂຄວິດ-19

396

ໃນຕອນເຊົ້າວັນທີ 8 ພຶດສະພາ 2021 ນີ້ ຢູ່ທີ່ສະໂມສອນຫ້ອງວ່າການປົກຄອງແຂວງສະຫວັນນະເຂດ ໄດ້ຈັດກອງປະຊຸມຄະນະສະເພາະກິດຂັ້ນແຂວງ ເພື່ອປ້ອງກັນ,ຄວບຄຸມ ແລະ ແກ້ໄຂ ການລະບາດພະຍາດໂຄວິດ 19 ຂຶ້ນ ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານ ຂອງທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ, ມີບັນດາທ່ານ ຄະນະສະເພາະກິດ ຂັ້ນແຂວງເຂົ້າຮ່ວມ.


ໃນກອງປະຊຸມພາຍຫຼັງທີ່ ທ່ານ ນາງ ຫຼິງທອງ ແສງຕາວັນ ຮອງເຈົ້າແຂວງສະຫວັນນະເຂດ ປະທານຄະນະສະເພາະກິດ ປ້ອງກັນຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ 19 ຂັ້ນແຂວງໄດ້ລາຍງານສະພາບລວມໃນການຈັດຕັ້ງປະຕິບັດວຽກງານປ້ອງກັນຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ 19 ໃນໄລຍະຜ່ານມາແລ້ວ.

ຫຼັງຈາກນັ້ນ ທ່ານ ປອ ດຣ ຕຽງຄໍາ ປ້ອງວົງສາ ຮອງຫົວໜ້າພະແນກສາທາລະນະສຸກແຂວງ ຄະນະສະເພາະກິດຂັ້ນແຂວງກໍ່ໄດ້ລາຍງານກ່ຽວກັບສະພາບການລະບາດ,ບົດຮຽນການປ້ອງກັນ, ຄວບຄຸມພະຍາດໂຄວິດ 19ໃນໄລຍະຜ່ານມາ,ບັນຫາສິ່ງທ້າທາຍ ແລະ ສະເໜີມາດຕະການປ້ອງກັນຄວບຄຸມໃນຕໍ່ໜ້າໂດຍລວມວ່າ: ການລະບາດພະຍາດໂຄວິດ 19 ທີ່ແຂວງສະຫວັນນະເຂດ ໄດ້ເລີ່ມຕົ້ນແຕ່ວັນທີ 16 ເມສາ 2021 ທີ່ພົບການຕິດເຊື້ອໃນແຮງງານລາວທີ່ມາຈາກປະເທດໄທ ຫຼັງອອກຈາກສູນໄປຢູ່ບ້ານ (ເປັນກໍລະນີທີ 2 ຂອງແຂວງ) ຈາກນັ້ນໃນວັນທີ 21 ເມສາ 2021 ໄດ້ພົບເຊື້ອ 1 ກໍລະນີຊື່ທ້າວ ພູໃສ ສີສະຫວັນ ( ຕື້ ) ແລະ ກໍໄດ້ມີການແຜ່ລະບາດໃນຊຸມຊົນຂອງນະຄອນໄກສອນ ພົມວິຫານ ຊື່ງເປັນຜົນພວງ ຈາກການສໍາພັດກັບກໍລະນີ ທ້າວພູໃສ ສີສະຫວັນ, ມາຮອດວັນທີ 8 ພຶດສະພາ 2021 ມີຈໍານວນຜູ້ຕິດເຊື້ອໃນແຂວງສະຫວັນນະເຂດ ຈໍານວນ 44 ກໍລະນີ, ຍິງ 25ກໍລະນີ,ປິ່ນປົວດີ 1 ກໍລະນີ ແລະ ກໍາລັງປິ່ນປົວໃນປັດຈຸບັນ 43 ກໍລະນີ.

ໃນຈໍານວນພົບເຊື້ອດັ່ງກ່າວມີແຮງງານມາຈາກປະເທດໄທ 14 ຄົນ ແລະ 30 ຄົນທີ່ມີຜົນພວງກັບຜູ້ຕິດເຊື້ອກໍລະນີ 246 (ຄື ທ້າວພູໃສ) , ສະພາບຄົນເຈັບທີ່ນອນປິ່ນປົວປະຈຸບັນ 40 ຄົນ ແມ່ນບໍ່ມີອາການຮຸນແຮງ ແລະ ບໍ່ໄດ້ໃຊ້ເຄື່ອງຫາຍໃຈຊ່ວຍ, ໃນນີ້ກວດບໍ່ພົບເຊື້ອຫຼັງເຂົ້າປິ່ນປົວຄັ້ງທີໜຶ່ງ ມີຈໍານວນ 6 ຄົນ ແລະ ໄດ້ແຍກອອກຈາກຫ້ອງປິ່ນປົວກັບຜູ້ທີ່ພົບເຊື້ອຢູ່, ມາຮອດໄລຍະນີ້ຈໍານວນຜູ້ສໍາພັດໃກ້ຊິດທີ່ມາລົງທະບຽນກວດຕົວຢ່າງແມ່ນໄດ້ມີຈໍານວນຫຼຸດລົງບໍ່ເຖິງ 100 ຄົນ, ຈໍານວນຜູ້ສໍາພັດໃກ້ຊິດ 30 ຄົນທີ່ກັກກັນຢູ່ເຮືອນພັກໂດມຄໍາ ແມ່ນຄົບກໍານົດ 14 ວັນ ກວດເຊື້ອບໍ່ພົບ 3 ຄັ້ງ ແລະ ໄດ້ອະນຸຍາດໃຫ້ເມືອກັກກັນຕົວຢູ່ເຮືອນ, ຍັງມີ 13 ຄົນ ທີ່ສໍາພັດໃກ້ຊິດກັບນາງ ຄໍາພອນ ທີ່ໄດ້ກວດບໍ່ພົບເຊື້ອ ແລະ ໄດ້ກັກກັນຢູ່ໂຮງຮຽນປະຖົມຫົວເມືອງ ຊຶ່ງລໍຖ້າກວດເຊື້ອຄັ້ງທີ 2 ໃນມື້ທີ 7 ແລະ ຍັງມີ ແພດ 9 ຄົນໄດ້ກັກກັນຕົວຢູ່ເຮືອນ ຍ້ອນການສໍາພັດກັບກໍລະນີ ນາງຄໍາພອນ  ມາຮອດປະຈຸບັນບໍ່ມີແພດຕິດເຊື້ອພະຍາດໂຄວິດ 19 ຈາກຄົນເຈັບ.

ພ້ອມນີ້ຄະນະສະເພາະກິດຂັ້ນແຂວງຍັງໄດ້ສືມຕໍ່ໃນການເຝົ້າລະວັງ, ການຄົ້ນຫາກໍລະນີຜູ້ມີຄວາມສ່ຽງ, ກຸ່ມສໍາພັດຜູ້ຕິດເຊື້ອຜູ້ທີ່ມີອາການສະແດງສົງໄສຕິດເຊື້ອໂຄວິດ19 ທີ່ມາຈາກຕ່າງປະເທດ ແລະ ຢູ່ພາຍໃນແຂວງໃຫ້ໄດ້ເກັບຕົວຢ່າງ ແລະ ກວດຫາເຊື້ອພະຍາດໂຄວິດ19 ແລະ ກັັກກັນໃຫ້ຄົບ 14 ວັນ, ສູ້ຊົນສັກວັກຊິນກັນພະຍາດໂຄວິດ19 ແຕ່ນີ້ຫາທ້າຍປີ ໃຫ້ໄດ້ 50% ເພື່ອຫຼຸດຜ່ອນການເຈັບເປັນ ແລະ ເສຍຊີວິດ.

ສືບຕໍ່ການປະຕິບັດວຽກງານປ້ອງກັນການນໍາເຂົ້າເຊື້ອພະຍາດໂຄວິດ19 ຜ່ານດ່ານສາກົນ ແລະ ຕາມເຂດພື້ນທີ່ຊາຍແດນລະຫວ່າງປະເທດ, ສືບຕໍ່ການກະກຽມ ແລະ ຈັດຫາ ວັດຖຸອຸປະກອນ, ເຄມີທາງການແພດສໍາລັບການປ້ອງກັນ,ບົ່ງມະຕິ ແລະ ປິ່ນປົວໃຫ້ພຽງພໍຮັບໃຊ້ລວມທັງສະຖານທີ່ປິ່ນປົວ, ສະຖານທີ່ແຍກປ່ຽວ ແລະ ສູນກັກກັນໃນແຕ່ລະຂັ້ນທົ່ວແຂວງ , ສືບຕໍ່ຍົກລະດັບ, ປັບປຸງຄວາມຮູ້ຄວາມສາມາດທາງວິຊາການໃຫ້ແກ່ແພດໝໍໃຫ້ສູງຂຶ້ນ, ສາມາດປະຕິບັດໜ້າທີ່ການເຮັດວຽກປ້ອງກັນ, ຄວບຄຸມ ແລະ ປິ່ນປົວໂຄວິດ 19 ໃຫ້ມີປະສິດທິພາບ ແລະ ມີຄຸນນະພາບທີ່ດີ ເພື່ອຫຼຸດຜ່ອນຈໍານວນການເຈັບເປັນ ແລະ ການເສຍຊີວິດຍ້ອນພະຍາດໂຄວິດ 19 ໃຫ້ຫຼາຍທີ່ສຸດ.

ສືບຕໍ່ປັບປຸງກົນໄກການປະສານງານ, ການຈັດຕັ້ງປະຕິບັດວຽກງານຂອງຄະນະສະເພາະກິດ ແລະ ອໍານາດການປົກຄອງທຸກຂັ້ນໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງ, ສືບຕໍ່ປຸກລະດົມໂຄສະນາໃຫ້ທຸກພາກສ່ວນອົງການຈັດຕັ້ງໃນທົ່ວສັງຄົມ ແລະ ປະຊາຊົນໃຫ້ມີຄວາມເຂົ້າໃຈ, ສະຕິເປັນເຈົ້າຕົນເອງໃນການປະຕິບັດວຽກງານ ປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນການແຜ່ລະບາດພະຍາດໂຄວິດ 19 ໂດຍຊຸກຍູ້ໃຫ້ມີການເຄື່ອນໄຫວທີ່ຍືນຍົງໃນຮູບແບບ new normal.


ໂອກາດເຂົ້າຮ່ວມກອງປະຊຸມຄັ້ງນີ້ ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ ກໍ່ຍັງໄດ້ມີຄໍາເຫັນ ໂອ້ລົມ, ເນັ້ນໜັກໃຫ້ທຸກພາກສ່ວນຕ້ອງໄດ້ເອົາໃຈໃສ່ຕໍ່ການປະຕິບັດວຽກງານໃຫ້ເຂັ້ມແຂງຂຶ້ນກວ່າເກົ່າ, ນັບແຕ່ພະນັກງານການນໍາຂັ້ນແຂວງ, ເມືອງ-ນະຄອນ ໄປຈົນຮອດຮາກຖານບ້ານກໍ່ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ, ຈາກການປະຕິບັດວຽກງານຕົວຈິງໃນໄລຍະຜ່ານມາ ຂອງພະນັກງານຫຼັກແຫຼ່ງ,ອໍານາດການປົກຄອງແຕ່ລະຂັ້ນ ແມ່ນເຫັນວ່າຍັງບໍ່ທັນໄດ້ດີເທົ່າທີ່ຄວນ.

ສະໜັບສະໜູນຂ່າວໂດຍ: