ຂ່າວດີສຳລັບມື້ນີ້! ຄົນເຈັບໂຄວິດ-19 ອອກໂຮງໝໍໄດ້ອີກ28ຄົນ ລວມຍອດປິ່ນປົວດີ 150 ຄົນ

626

ຄະນະສະເພາະກິດຖະແຫຼງ ຜົນກວດຕົວຢ່າງໃນວັນທີ 7 ພຶດສະພາ ທັງໝົດ 1.588ຄົນ, ຜົນກວດວິເຄາະ ແມ່ນພົບຜູ້ຕິດເຊື້ອໃໝ່ 28 ຄົນ. ນອກນັ້ນໃນວັນທີ 7 ພຶດສະພາ ຍັງມີຜູ້ປິ່ນປົວດີໄດ້ອອກໂຮງໝໍ28ຄົນ.

ທ່ານ ດຣ. ນາງ ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຖະແຫຼງຂ່າວ ປະຈຳວັນທີ 8 ພຶດສະພາ ປີ 2021 ວ່າ:ໃນວັນທີ 7 ພຶດສະພາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 1.588, ຜົນກວດວິເຄາະ ແມ່ນພົບຜູ້ຕິດເຊື້ອໃໝ່ 28 ຄົນ(ຍອດສະສົມ ເປັນ1.233ຄົນ); ໃນນັ້ນຢູ່ ນະຄອນຫຼວງວຽງຈັນ 8 ຄົນ, ສະຫວັນນະເຂດ 3 ຄົ, ຈຳປາສັກ 3 ຄົນ, ບໍ່ແກ້ວ 12 ຄົນ, ອຸດົມໄຊ 1 ຄົນ ແລະ ແຂວງວຽງຈັນ 1 ຄົນ. ໃນນີ້ 23 ຄົນ ແມ່ນ ຕິດເຊື້ອໃນຊຸມຊົນທີ່ພົວພັນກັບຜູ້ຕິດເຊື້ອເກົ່າຜ່ານມາ ແລະ 5 ຄົນ ແມ່ນກໍລະນີ ນຳເຂົ້າຈາກຕ່າງປະເທດ (ແຂວງ ຈຳປາສັກ 3 ຄົນ ແລະ ສະຫວັນນະເຂດ 2 ຄົນ).

ວັນທີ 7 ພຶດສະພາ 2021 ຄົນເຈັບອອກໂຮງໝໍ 28 ຄົນມີ ນະຄອນຫຼວງວຽງຈັນ 16 ຄົນ, ແຂວງວຽງຈັນ 3 ຄົນ, ຄຳມ່ວນ 1, ຈຳປາສັກ 3 ຄົນ ແລະ ສາລະວັນ 5 ຄົນ. ລວມປິ່ນປົວດີສະສົມ150ຄົນ. ເຮັດໃຫ້ມາຮອດປັດຈຸບັນມີຄົນເຈັບຍັງນອນຕິດຕາມປິ່ນປົວຢູ່ສະຖານທີ່ຄະນະສະເພາະກິດກຳນົດໄວ້ໃນແຕ່ລະແຂວງ ຈຳນວນ 1.083 ຄົນ.

ໃນສະພາບປະຈຸບັນ ທຸກຄົນ ໃນສັງຄົມ ຕ້ອງ ເອົາໃຈໃສ່ ພ້ອມທັງ ເປັນເຈົ້າການນຳກັນ ຖ້າຫາກວ່າ ຕົວທ່ານເອງ ຄົນໃກ້ຊິດ ລູກຫລານ ຫາກເປັນ ຜູ້ທີ່ໄດ້ສຳຜັດກັບກໍລະນີຕິດເຊື້ອ ຫຼື ໄດ້ໄປໃນສະສະຖານທີ່ສ່ຽງແມ່ນ ຕ້ອງໄດ້ແຍກໂຕເອງອອກຈາກ ຄອບຄົວ ຄົນໃກ້ຊິດ ພ້ອມທັງໃຫ້ໄປກວດຫາເຊື້ອພະຍາດ COVID-19 ໂດຍໄວ ຕາມຈຸດບໍລິການເກັບຕົວຢ່າງ ທີ່ທາງຄະນະສະເພາະກິດກຳນົດໄວ້.

ພາຍຫຼັງກວດແລ້ວໃຫ້ກັບທີ່ພັກຂອງຕົນເອງທັນທີ ແລະ ສືບຕໍ່ ປະຕິບັດຮັກສາໄລຍະຫ່າງກັບ ບຸກຄົນ ອື່ນ ເປັນເວລາ 14 ວັນ ຕາມມາດຕະການຂອງຄະນະສະເພາະກີດວາງອອກຖ້າການກວດໃຫ້ຜົນບວກ ແພດຈະແຈ້ງ ແລະມາຮັບໄປປິ່ນປົວ; ຖ້າຜົນລົບ ແມ່ນທ່ານຈະບໍ່ໄດ້ຮັບການໂທແຈ້ງ ແຕ່ທ່ານຍັງຕ້ອງສືບຕໍ່ ຈຳກັດບໍລິເວນຕົນເອງໃຫ້ຄົບ 14 ວັນ.


ອີກຈຸດໜຶ່ງທີ່ຢາກໃຫ້ຂໍການຮ່ວມມື ຈາກບັນດາທ່ານກໍຄືໃນເວລາໄປກວດຕົວຢ່າງ ຂໍໃຫ້ໃຫ້ທ່ານແຈ້ງລາຍລະອຽດຂອງຕົນເອງຈະແຈ້ງ ຊື່ນາມສະກຸນ ອາຍຸ ບ້ານຢູ່ ແລະ ເບີໂທລະສັບຕິດຕໍ່ ໃຫ້ແກ່ທີມງານແພດເກັບຕົວຢ່າງ ເພື່ອສະດວກໃນການຕີດຕໍ່ພົວພັນ ກັບຄືນຫາທ່ານ ໃນເວລາໄດ້ຜົນກວດ.

ສະໜັບສະໜູນຂ່າວໂດຍ: