ຂ່າວດີ ຕົວເລກຜູ້ຕິດເຊື້ອຫຼຸດລົງ 8 ພຶດສະພາ ມີຜູ້ຕິດເຊື້ອ 28 ຄົນ

529

ມາຮອດວັນທີ 8 ພຶດສະພາ 2021 ຕົວເລກຜູ້ຕິດເຊື້ອຢູ່ໃນ ສປປ ລາວ ມີທ່່າອ່ຽງຫຼຸດລົງ ຈາກຜົນກວດຕົວຢ່າງໃນວັນທີ 7 ພຶດສະພາ ທັງໝົດ 1.588 ຜົນກວດວິເຄາະ ແມ່ນພົບຜູ້ຕິດເຊື້ອໃໝ່ 28 ຄົນ.

ທ່ານ ດຣ. ນາງ ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ, ພ້ອມດ້ວຍ ທ່ານ ພຸດທະໄຊ ສີວິໄລ ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ, ຕາງໜ້າກອງເລຂາ ຄະນະສະ ເພາະ ກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດ ໂຄວິດ-19, ຖະແຫຼງຂ່າວ ປະຈຳວັນທີ 8 ພຶດສະພາ ປີ 2021 ທີ່ກະຊວງສາທາລະນະສຸກ.


ທ່ານ ດຣ. ນາງ ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ໄດ້ກ່າວວ່າ: ໃນວັນທີ 07 ພຶດສະພາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະ ທັງໝົດ 1.588, ຜົນກວດວິເຄາະ ແມ່ນພົບຜູ້ຕິດເຊື້ອໃໝ່ 28 ຄົນ ໃນນັ້ນຢູ່ ນະຄອນຫຼວງວຽງຈັນ 8 ຄົນ, ສະຫວັນນະເຂດ 3 ຄົ, ຈຳປາສັກ 3 ຄົນ, ບໍ່ແກ້ວ 12 ຄົນ, ອຸດົມໄຊ 1 ຄົນ ແລະ ແຂວງວຽງຈັນ 1 ຄົນ. ໃນນີ້ 23 ຄົນ ແມ່ນ ຕິດເຊື້ອໃນຊຸມຊົນທີ່ພົວພັນກັບຜູ້ຕິດເຊື້ອເກົ່າຜ່ານມາ ແລະ 5 ຄົນ ແມ່ນກໍລະນີ ນຳເຂົ້າຈາກຕ່າງປະເທດ (ແຂວງ ຈຳປາສັກ 3 ຄົນ ແລະ ສະຫວັນນະເຂດ 2 ຄົນ).

ການຕິດຕາມ ຜູ້ເດີນທາງເຂົ້າມາ ສປປ ລາວ ວັນທີ 7 ພຶດສະພາ 2021 ທົ່ວປະເທດມີຜູ້ເດີນທາງເຂົ້າມາ ທັງໝົດ 2.333 ຄົນ: ຈຸດຜ່ານດ່ານ ລາວ – ໄທ ທັງໝົດ 1.519 ຄົນ; ຈຸດຜ່ານດ່ານ ລາວ-ຈີນ ທັງໝົດ 63 ຄົນ; ຈຸດຜ່ານດ່ານ ລາວ-ຫວຽດນາມ ທັງໝົດ 751 ຄົນ; ປະຈຸບັນ ທົ່ວປະເທດ ມີສູນຈໍາກັດບໍລິເວນທີ່ເປີດນຳໃຊ້ຢູ່ ທັງໝົດ 50 ສູນ, ມີຜູ້ຈຳກັດບໍລິເວນທັງໝົດ 3.129 ຄົນ.

ໃນສະພາບປະຈຸບັນ ທຸກຄົນໃນສັງຄົມຕ້ອງເອົາໃຈໃສ່ ພ້ອມທັງເປັນເຈົ້າການນຳກັນ ຖ້າຫາກວ່າ ຕົວທ່ານເອງ ຄົນໃກ້ຊິດ ລູກຫລານ ຫາກເປັນຜູ້ທີ່ໄດ້ສຳຜັດກັບກໍລະນີຕິດເຊື້ອ ຫຼື ໄດ້ໄປໃນສະສະຖານທີ່ສ່ຽງແມ່ນ ຕ້ອງໄດ້ແຍກໂຕເອງອອກຈາກ ຄອບຄົວ ຄົນໃກ້ຊິດ ພ້ອມທັງໃຫ້ໄປກວດຫາເຊື້ອພະຍາດ COVID-19 ໂດຍໄວ ຕາມຈຸດບໍລິການເກັບຕົວຢ່າງ ທີ່ທາງຄະນະສະເພາະກິດກຳນົດໄວ້.

ພາຍຫຼັງກວດແລ້ວໃຫ້ກັບທີ່ພັກຂອງຕົນເອງທັນທີ ແລະ ສືບຕໍ່ ປະຕິບັດຮັກສາໄລຍະຫ່າງກັບ ບຸກຄົນ ອື່ນ ເປັນເວລາ 14 ວັນ ຕາມມາດຕະການຂອງຄະນະສະເພາະກີດວາງອອກ; ຖ້າການກວດໃຫ້ຜົນບວກ ແພດຈະແຈ້ງ ແລະມາຮັບໄປປິ່ນປົວ; ຖ້າຜົນລົບ ແມ່ນທ່ານຈະບໍ່ໄດ້ຮັບການໂທແຈ້ງ ແຕ່ທ່ານຍັງຕ້ອງສືບຕໍ່ ຈຳກັດບໍລິເວນຕົນເອງໃຫ້ຄົບ 14 ວັນ.