ບໍລິສັດ ຊີບີເອຟ ຟາຣມາ ມອບເງິນ ແລະເຄື່ອງມືທາງການແພດໃຫ້ພະແນກສາທາລະນະສຸກແຂວງຈຳປາສັກ

443

ບໍລິສັດ ຊີບີເອຟ ຟາຣມາ ຈໍາກັດ ໄດ້ມອບເງິນ ແລະເຄື່ອງມືຮັບໃຊ້ທາງການແພດ ເປັນຕົ້ນ: ນໍ້າຢາລ້າງມື້, ຜ້າອັດປາກ ແລະ ອື່ນໆໃຫ້ພະແນກສາທາລະນະສຸກ ແຂວງຈໍາປາສັກ ມູນຄ່າ 70.000.000 ກີບ ເພື່ອນໍາໃຊ້ເຂົ້າໃນວຽກງານວິຊາການດ້ານການແພດໃຫ້ເກີດປະໂຫຍດສູງສຸດ ໃນການປ້ອງກັນ, ຄວບຄຸມ ແລະ ຕອບຕ້ານການແຜ່ລະບາດຂອງພະຍາດ ໂຄວິດ-19.

ພິທີມອບ-ຮັບມີຂຶ້ນໃນຕອນບ່າຍວັນທີ 7 ພຶດສະພາ 2021 ນີ້ໃຫ້ກຽດມອບຂອງທ່ານ ດຣ ນາງ ວິໄລວັນ ພັນມະນີວົງ ຮອງຜູ້ອໍານວຍການ ບໍລິສັດ ຊີບີເອຟ ຟາຣມາ ຈໍາກັດ ເປັນກຽດຮັບຂອງທ່ານ ດຣ ວຽງສີ ສຸພັກດີ ຫົວໜ້າພະແນກສາທາລະນະສຸກ ແຂວງຈໍາປາສັກ ໂດຍການເຂົ້າຮ່ວມຂອງພະນັກງານສອງອົງກອນດັ່ງກ່າວ.

.