ທ່ານ ຮອງເລຂາພັກແຂວງ ຊຸກຍູ້ວຽກງານການເຝົ້າລະວັງ, ຕ້ານ ແລະສະກັດກັ້ນການແຜ່ລະບາດພະຍາດໂຄວິດ -19 ທີ່ເມືອງສອງຄອນ

243

ທ່ານ ພູວັງ ເກດແກ້ວພົມພອນ ຮອງເລຂາພັກແຂວງ ຜູ້ຊີ້ນຳວຽກງານການເມືອງ-ແນວຄິດ ພັກ-ພະນັກງານ ຂັ້ນແຂວງ ພ້ອມດ້ວຍຄະນະສະເພາະກິດປ້ອງກັນ ຄວບຄຸມ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ແຂວງສະຫວັນນະເຂດ ໄດ້ເດີນທາງມາຢ້ຽມຢາມ ເພື່ອໃຫ້ກຳລັງໃຈ ແລະຊຸກຍູ້ຄະນະສະເພະກິດປ້ອງກັນ ຄວບຄຸມ ແລະສະກັດກັັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ເມືອງສອງຄອນ ໃນວັນທີ 5 ພຶດສະພາ 2021.


ໃນໂອກາດນີ້, ທ່ານ ພັອ ລຳຄູນ ວໍລະວົງ ໃຫ້ຮູ້ວ່າ: ທາງເມືອງກໍໄດ້ສຸມໃສ່ຈັດຕັ້ງປະຕິບັດບັນດາມາດຕະການທີ່ຄະນະສະເພາະກິດໃນແຕ່ລະຂັ້ນວາງອອກ ຢ່າງເຂັ້ມງວດ ເປັນຕົ້ນແມ່ນ ແຈ້ງການສະບັບເລກທີ 15/ນຍ, ລົງວັນທີ 21 ເມສາ 2021, ຄຳສັ່ງຂອງຄະນະສະເພາະກິດແຂວງ ສະບັບເລກທີ 0775, 0776, 0786 , ພ້ອມນີ້ ທາງເມືອງສອງຄອນ ກໍ່ໄດ້ສຸມທຸກກຳລັງໃນການຕິດຕາມ ກວດກາ ຕີລາຄາ ແລະ ປະເມີນສະຖານະການ ການລະບາດຂອງພະຍາດໂຄວິດ-19 ຢ່າງໃກ້ຊິດ, ໄດ້ຈັດຕັ້ງກຳລັງ ປກຊ-ປກສ, ກອງຮ້ອຍກອງຫລອນ, ແຕ່ງຕັ້ງຄະນະສະເພາະກິດ ໃນແຕ່ລະບ້ານສຸມໃສ່ ກວດຂັນ ລາດຕະເວນຕາມຊາຍແດນຢ່າງເຄັ່ງຄັດ.


ໃນໂອກາດ ທ່ານ ພູວັງ ເກດແກ້ວພົມພອນກໍໄດ້ໃຫ້ທິດຊີ້ນຳໃນການຕ້ານ ແລະສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ເຊິ່ງກໍ່ມີຫລາຍບັນຫາທີ່ສຳຄັນ ແລະມີປະໂຫຍດໃນການປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19.

ພ້ອມນັ້ນ ທ່ານ ຮອງເລຂາພັກແຂວງ ກໍ່ຍັງໄດ້ນຳເອົານ້ຳດຶ່ມສະອາດຈຳນວນ 80 ແພັກ, ຜ້າອັດປາກດັງ ຈຳນວນ 70 ກັບ ແລະ ເງິນສົດອີກ 10 ລ້ານກີບ ມອບໃຫ້ຄະນະສະເພາະກິດຂັ້ນເມືອງຕື່ມອີກ.