ຊົມເຊີຍແພດໝໍແຂວງຄຳມ່ວນ ປິ່ນປົວຜູ້ຕິດເຊື້ອພະຍາດໂຄວິດ-19 ກໍລະນີທີ 1 ຂອງແຂວງ ຫາຍດີໄດ້ອອກໂຮງໝໍແລ້ວ

379

ຕາມຂ່າວຈາກເວັບໄຊ Khammouane News ເວັບໄຊຂ່າວຂອງພະແນກຖວທແຂວງຄຳມ່ວນ ໃຫ້ຮູ້ວ່າ: ໃນເວລາ 11:30 ໂມງຂອງວັນທີ 7 ພຶດສະພາ 2021 ທີ່ສູນປິ່ນປົວຜູ້ຕິດເຊື້ອພະຍາດໂຄວິດ-19 ( ອາຄານພະແນກຖະແຫຼງຂ່າວ,ວັດທະນະທໍາ ແລະ ທ່ອງທ່ຽວແຂວງຫຼັງເກົ່າ ) ໄດ້ຈັດພິທີສົ່ງບຸກຄົນທີ່ໄດ້ຮັບການປິ່ນປົວດີແລ້ວໃຫ້ກັບຄືນສູ່ພູມລໍາເນົາເດີມ.

ເຂົ້າຮ່ວມໃນພິທີດັ່ງກ່າວມີທ່ານ ວົງເພັດ ຈິດປັນຍາ ຮອງເລຂາພັກແຂວງ , ທ່ານ ປອ. ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງໆຄໍາມ່ວນ, ມີບັນດາທ່ານໃນຄະນະສະເພາະກິດຂັ້ນແຂວງເພື່ອປ້ອງກັນ ,ຄວບຄຸມ ແລະ ສະກັດກັ້ນການລະບາດພະຍາດໂຄວິດ-19 ພ້ອມດ້ວຍພະນັກງານແພດໝໍເຂົ້າຮ່ວມ .


ຕາມຂໍ້ມູນຂອງກອງເລຂາຄະນະສະເພາະກິດຂັ້ນແຂວງເພື່ອປ້ອງກັນ ,ຄວບຄຸມ ແລະ ສະກັດກັ້ນການລະບາດພະຍາດໂຄວິດ-19 ໃຫ້ຮູ້ວ່າ : ໄດ້ເກັບຕົວຢ່າງນັບແຕ່ວັນທີ 1 ມັງກອນ ຫາ 31 ມີນາ 2021 ຈາກໂຮງໝໍເມືອງ , ຈາກໂຮງໝໍແຂວງ ແລະ ໄດ້ກວດທັງໝົດ 1.251 ຕົວຢ່າງ , ຍິງ 569 ຄົນພົບເຊື້ອທັງໝົດ 1 ຄົນ ເຊິ່ງເປັນກໍລະນີທີ 1 ຂອງແຂວງຄໍາມ່ວນ ແລະ ເປັນກໍລະນີທີ 55 ຂອງ ສປປ ລາວ ເຊິ່ງເປັນເພດຍິງນັ້ນກໍ່ຄືນາງ ວາລີ ມີລາສັກ ອາຍຸ 25 ປີ ສັນຊາດລາວ , ອາຊີບແມ່ບ້ານຢູ່ກຸງເທບ ( ປະເທດໄທ ) ຜົວຊື່ທ້າວ ສົມພອນ ອາຍຸ 42 ປີ ສັນຊາດໄທ , ອາຊີບເຮັດວຽກຢູ່ຮ້ານອາຫານຢູ່ກຸງເທບ ( ປະເທດໄທ ).


ນາງ ວາລີ ມີລາສັກ ເປັນປະຊາຊົນບ້ານໜອງຫອຍ ເມືອງຫີນບູນ ແຂວງຄໍາມ່ວນເຊິ່ງໃນປະຫວັດການເດີນທາງໃນວັນທີ 14 ເມສາ 2021 ຜູ້ກ່ຽວເດີນທາງມາດ້ວຍລົດທົວມາລົງຢູ່ ບຄສ ຈັງຫວັດນະຄອນພະນົມ , ວັນທີ 15 ເມສາ 2021 ເວລາ 12:00 ໂມງ ຜູ້ກ່ຽວເດີນທາງເຂົ້າມາລາວທາງດ່ານຂົວມິດຕະພາບ 3 ແລະ ໄດ້ສົ່ງເຂົ້າສູນກັກກັນ ອາຄານ ຖວທ ຫຼັງເກົ່າໃນເວລາ 13 :00 ໂມງ ແລະ ເກັບຕົວຢ່າງແຕ່ບໍ່ໄດ້ກວດ , ເວລາ 20:00 ໂມງຂອງວັນທີ 15 ເມສາ 2021 ຜູ້ກ່ຽວມີອາການໄຂ້ເຊິ່ງວັດອຸນຫະພູມໃນຮ່າງກາຍໄດ້ 37,9 ອົງສາ ແພດໄດ້ໃຫ້ຢາປາລາເຊຕາໂມນ , ວັນທີ 16 ເມສາ 2021 ເວລາ 09:00 ໂມງໄດ້ເອົາຕົວຢ່າງເຂົ້າກວດທີ່ໂຮງໝໍແຂວງ , ເວລາ 12:00 ໂມງ ຜົນກວດພົບເຊື້ອໂຄວິດ -19 ແລະ ໄດ້ເກັບຕົວຢ່າງສົ່ງກວດສູນວິເຄາະ ແລະ ລະບາດວິທະຍາເພື່ອຢັ້ງຢືນຄືນ  ວັນທີ 17 ເມສາ 2021 ເວລາ 08:00 ໂມງໄດ້ຄໍາຕອບຈາກສູນວິເຄາະ ແລະ ລະບາດວິທະຍາຜົນກວດພົບເຊື້ອໂຄວິດ-19.


ນັບແຕ່ໄດ້ເຂົ້າມາປິ່ນປົວຢູ່ສູນເປັນຕົ້ນມາອາການຂອງຜູ້ກ່ຽວກໍດີຂຶ້ນເປັນລໍາດັບເນື່ອງຈາກຄວາມເອົາໃຈໃສ່ໃນການເບິ່ງແຍງປິ່ນປົວຂອງພະນັກງານແພດໝໍ ແລະ ຄວາມເປັນຫ່ວງເປັນໄຍຂອງຄະນະນໍາແຕ່ລະຂັ້ນນັບແຕ່ຂັ້ນສູນກາງລົງຮອດຂັ້ນຮາກຖານ. ມາຮອດປະຈຸບັນຜູ້ດຽວແມ່ນຫາຍດີເປັນປົກກະຕິ ແລະ ທາງຄະນະສະເພາະກິດຂັ້ນແຂວງເພື່ອປ້ອງກັນ ,ຄວບຄຸມ ແລະ ສະກັດກັ້ນການລະບາດພະຍາດໂຄວິດ-19 ແມ່ນອະນຸຍາດໃຫ້ຜູ້ກ່ຽວກັບຄືນສູ່ບ້ານເຮືອນຂອງຕົນເອງໄດ້ .

ໃນພິທີທ່ານ ວົງເພັດ ຈິດປັນຍາ ຮອງເລຂາພັກແຂວງ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍພະນັກງານແພດໝໍໝົດທຸກຄົນທີ່ໄດ້ທຸມເທແຮງກາຍ,ແຮງໃຈ , ມີນໍ້າໃຈເສຍສະຫຼະ ແລະ ມີຄວາມຮັບຜິດຊອບສູງໃນການປະຕິບັດໜ້າທີ່ວຽກງານທີ່ພັກ-ລັດກໍ່ຄືການຈັດຕັ້ງມອບໝາຍໃຫ້ທັງນີ້ກໍ່ເພື່ອຜົນໂຫຍດລວມຂອງຊາດ ແລະ ເພື່ອຄວາມສຸກຂອງໝົດທຸກຄົນໃນສັງຄົມໂດຍບໍ່ຮູ້ອິດຮູ້ເມື່ອຍ .


ທ່ານ ວົງເພັດ ຈິດປັນຍາ ຍັງໄດ້ເນັ້ນໜັກຕື່ມວ່າ : ພາຍຫຼັງທີ່ຜູ້ກ່ຽວໄດ້ກັບຄືນສູ່ຢ້າວເຮືອນແລ້ວທາງອໍານາດການປົກຄອງເມືອງຕະຫຼອດເຖິງການຈັດຕັ້ງບ້ານທຸກພາກສ່ວນຕ້ອງໄດ້ເອົາໃຈໃສ່ຕິດຕາມເບິ່ງແຍງຕື່ມອີກເຊິ່ງພາຍຫຼັງປິ່ນປົວຫາຍດີແລ້ວໝໍອະນຸຍາດໃຫ້ກັບບ້ານ ແລະ ກັກບໍລິເວນຕົນເອງອີກ 14 ວັນຈິ່ງອອກສູ່ສັງຄົມ .

ສະໜັບສະໜູນຂ່າວໂດຍ: