ເຈົ້າແຂວງສະຫວັນນະເຂດ ລົງຊຸກຍູ້ການຜະລິດຫັດຖະກໍາຢູ່ເມືອງຈໍາພອນ

288

ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ, ຫົວໜ້າຫ້ອງວ່າການປົກຄອງແຂວງ ພ້ອມດ້ວຍຫົວໜ້າພະແນກການກະສິກຳ ແລະປ່າໄມ້ແຂວງ,ພະແນກແຜນການແລະການລົງທຶນແຂວງ, ພະແນກໂຍທາ ທິການແລະ ຂົນສົ່ງແຂວງ ແລະພາກສ່ວນທີ່ກ່ຽວຂ້ອງ ໄດ້ລົງຕິດຕາມ ແລະຊຸກຍູ້ກະຜະລິດກະສິກຳ-ຫັດຕະກຳ ຢູ່ເມືອງຈຳພອນ ໃນວັນທີ 6 ພຶດສະພາ 2021 ນີ້.


ທ່ານ ຈັນທະລາ ສອນວັນເຮືອງ ຜູ້ຊີ້ນຳວຽກງານອຸດສາຫະກຳ ແລະ ການຄ້າບ້ານບຶກທົ່ງ ໄດ້ລາຍງານວ່າ: ບ້ານບຶກທົ່ງຜະລິດເຕົາພືນ ເຕົາປະຢັດຖ່ານ ມີ 4 ກຸ່ມ ເຊິ່ງເລີ່ມຕົ້ນຜະລິດໃນປີ 2001 ມາເຖິງປະຈຸບັນ. ໃນນີ້ເຕົາທີ່ຜະລິດມີ 5 ຂະໜາດລາຄາຄື: ລາຄາຕໍ່າສຸດ 25.000 ກີບ ຮອດສູງສຸດ100.000 ກີບ. ການສ້າງເຕົາເປັນການສ້າງເສດຖະກິດຄອບຄົວແມ່ນເປັນບັນຫາຫຼັກ ເຊິ່ງມີແຮງງານ15 ຄົນ ໂດຍຜູ້1 ສາມາດຜະລິດໄດ້15-20 ໜ່ວຍ/ຄົນ/ມື້ .

ມາຮອດປະຈຸບັນແຮງງານໄດ້ຫຼຸດລົງເນື່ອງຈາກຊ່ວງໄລຍະພະຍາດໂຄວິດ-19 ລະບາດ ເຮັດໃຫ້ການຜະລິດ ແລະແຮງງານກໍໄດ້ຫຼຸດລົງຕາມໄປດ້ວຍ ບອກກັບຊ່ວງນີ້ແມ່ນຊ່ວງລົງສູ່ການຜະລິດປັກດໍາເຂົ້ານາປີ ແຮງຊື້ແຮງຂາຍກໍ່ຫຼຸດລົງ ໂດຍໄດ້ຂາຍພຽງແຕ່ບ້ານໃກ້ຄຽງເທົ່ານັ້ນ ສໍາລັບຕ່າງເມືອງ ຫຼືຕ່າງແຂວງບໍ່ສາມາດເຄື່ອນໄຫວອອກຂາຍໄດ້, ເມື່ອທຽບໃສ່ກ່ອນໜ້າທີ່ຍັງບໍ່ທັນມີພະຍາດໂຄວິດ-19 ລະບາດ ແມ່ນໄດ້ສົ່ງອອກໄປຂາຍຢູ່ຕ່າງເມືອງເປັນຕົ້ມແມ່ນນະຄອນໄກສອນ ພົມວິຫານ, ອຸທຸມພອນ,ອາດສະພັງທອງ, ຊົນນະບູລີ ແລະເມືອງອື່ນໆ.

ສໍາລັບແຜນໃນຕໍ່ໜ້າແມ່ນຈະຂະຫຍາຍການຜະລິດເຕົາໃຫ້ໄດ້ຫຼາຍຂຶ້ນ ແລະມີປະສິດທິພາບ ເພື່ອຮອງຮັບລູກຄ້າທີ່ຈະເຂົ້າມາຊື້ພາຍຫຼັງທີ່ສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ຫຼຸດຜ່ອນລົງ ຫຼື ສະພາບການກັບສູ່ປົກກະຕິ.

ທີ່ມາ:ວິທະຍຸກະຈາຍສຽງ ແຂວງສະຫວັນນະເຂດ