ຕຳຫຼວດບຣາຊິນ ຍິງປະທະເດືອດກັບກຸ່ມຄ້າຢາເສບຕິດ ເສຍຊີວິດ 25 ຄົນ

1909
Police get out of an armored vehicle during an operation against alleged drug traffickers in the Jacarezinho favela of Rio de Janeiro, Brazil, Thursday, May 6, 2021. (AP Photo/Silvia Izquierdo)

ສຳນັກຂ່າວຕ່າງປະເທດລາຍງານວ່າ ເຈົ້າທີ່ຕຳຫຼວດບຣາຊິນໄດ້ບຸກທຳລາຍກຸ່ມແກ໋ງຄ້າຂາຍຢາເສບຕິດໃນຊຸມຊົນແຫ່ງໜຶ່ງໃນນະຄອນຣີໂອເດີຈາເນໂຣ ເມື່ອວັນພະຫັດຜ່ານມາ ໂດຍເຈົ້າໜ້າທີ່ໄດ້ຍິງປະທະເດືອດກັບກຸ່ມຄ້າຂາຍຢາເສບຕິດ ສົ່ງຜົນໃຫ້ມີຜູ້ເສຍຊີວິດ 25 ຄົນ, ໃນນັ້ນມີເຈົ້າໜ້າທີ່ຕຳຫຼວດ 1 ຄົນ.

 

ລາຍງານລະບຸວ່າ: ເຈົ້າໜ້າທີ່ຕຳຫຼວດບຣາຊິນໄດ້ຮັບແຈ້ງຈາກພົນລະເມືອງດີວ່າ ກຸ່ມຄ້າຢາເສບຕິດກຸ່ມນີ້ ໄດ້ພະຍາຍາມໃຊ້ກົນອຸບາຍເພື່ອຊວນເດັກນ້ອຍໃນຊຸມຊົນດັ່ງກ່າວໃຫ້ເຂົ້າຮ່ວມຂະບວນການຄ້າຢາເສບຕິດ, ເຈົ້າໜ້າທີ່ຈຶ່ງນຳກຳລັງເພື່ອເຂົ້າກວາດລ້າງກຸ່ມດັ່ງກ່າວ.

ສື່ມວນຊົນທ້ອງຖິ່ນລາຍງານວ່າ: ກຸ່ມດັ່ງກ່າວນີ້ ບໍ່ພຽງແຕ່ຄ້າຂາຍຢາເສບຕິດເທົ່ານັ້ນ ແຕ່ຍັງລັກພາຕົວເພື່ອເອີ້ນຄ່າໄຖ່ ພ້ອມທັງຂ້າຖິ້ມ ຫາກຜູ້ໃດຂັດຂືນ.


ຜູ້ບັນຊາການຕຳຫຼວດບຣາຊິນກ່າວວ່າ: ເຫດກວາດລ້າງກຸ່ມຄ້າຢາດັ່ງກ່າວ ເປັນເຫດການທີ່ມີຜູ້ເສຍຊີວິດຫຼາຍທີ່ສຸດເທົ່າທີ່ເຄີຍມີມາ ພາຍໃຕ້ປະຕິບັດການຂອງຕຳຫຼວດ ໂດຍເຈົ້າໜ້າທີ່ສາມາດຢຶດອາວຸດ ປະເພດປືນ ແລະ ລະເບີດໄດ້ເປັນຈຳນວນຫຼວງຫຼາຍ.
ຊຸມຊົນແຫ່ງນີ້ ມີປະຊາຊົນອາໄສຢູ່ປະມານ 40.000 ຄົນ ໂດຍຖືກຄວບຄຸມຂອງກຸ່ມ Comando Vermelho ເຊິ່ງເປັນແກ໋ງອາຊະຍະກຳລາຍໃຫຍ່ຂອງບຣາຊິນ ເຊິ່ງຕຳຫຼວດຄາດວ່າ ຊຸມຊົນແຫ່ງນີ້ ເປັນຖານປະຕິບັດການຂອງກຸ່ມແກ໋ງດັ່ງກ່າວ.