ທີມງານ ສິດເກົ່າ ມສ ວຽງຈັນ ມອບເຄື່ອງອຸປະໂພກ-ບໍລິໂພກ ແກ່ນັກຮຽນຫໍພັກ ມູນຄ່າປະມານ 10 ລ້ານກີບ.

428

ໃນຍາມວິກິດແບບນີ້ ຫຼາຍພາກສ່ວນກໍ່ໄດ້ຮັບຜົນກະທົບຈາກພະຍາດລະບາດ ດັ່ງນັ້ນ ໃນວັນທີ 7 ພຶດສະພາ 2021 ທີມງານສິດເກົ່າ ມສ ວຽງຈັນ ພ້ອມດ້ວຍພະອາຈານ ໄດ້ນຳເຄື່ອງອຸປະໂພກ-ບໍລິໂພກ ທີ່ຈຳເປັນ ໄປມອບໃຫ້ນັກຮຽນ ແລະ ຄູອາຈານ ທີ່ຫໍພັກນັກຮຽນ,

ໂດຍຕາງໜ້າມອບໂດຍ ທ່ານ ສົມພາວັນ ເສິກປັນຍາ, ທ່ານ ສົມສະໄໝ ວິຊຸນນະລາດ, ທ່ານ ດວງມະນີ ໂສລິພັນ ແລະ ໝູ່ເພື່ອນ ເຊິ່ງຕາງໜ້າຮັບໂດຍ ອາຈານ. ປະທຸມພອນ ພິມປະໄພ ຮອງອຳນວຍການ ໂຮງຮຽນ ມສ ວຽງຈັນ ພ້ອມຄູອາຈານ ແລະ ນ້ອງນັກຮຽນເຂົ້າຮ່ວມ.

ທ່ານ ສົມພາວັນ ເສິກປັນຍາ ຕາງໜ້າທີ່ໄດ້ກ່າວວ່າ: ເຄື່ອງທີ່ນຳມາມອບໃນຄັ້ງນີ້ແມ່ນມີປະເພດເຄື່ອງໃຊ້ທີ່ຈຳເປັນ ແລະ ອາຫານການກິນ ເຊິ່ງລວມມູນຄ່າທັງໝົດປະມານ 10 ລ້ານກີບ, ໂດຍເປັນການລະດົມທຶນຈາກສິດເກົ່າຂອງ ມສ ວຽງຈັນ ໂດຍມີທັງໝົດ 15 ຄົນ ໃນນີ້ມີທັງສິດຢູ່ທັງພາຍໃນ ແລະ ຢູ່ຕ່າງປະເທດອີກດ້ວຍທີ່ປະກອບສ່ວນ

ດ້ານທ່ານ ສົມສະໄໝ ວິຊຸນນະລາດ ໄດ້ກ່າວຕື່ມວ່າ: ຫໍພັກນັກຮຽນແມ່ນເປັນຈຸດສູນລວມຂອງນັກຮຽນເກັ່ງ (ພອນສະຫວັນ) ມາລວມໂຕກັນຢູ່ ແລະ ຂ້າພະເຈົ້າໃນນາມສິດເກົ່າເຄີຍອາໄສຢູ່ນີ້ມາກ່ອນ ກໍ່ຂໍໃຫ້ນັກຮຽນທຸກຄົນຈົ່ງຕັ້ງໃຈຮໍ່າຮຽນ, ອົດທົນສຶກສາ ເພື່ອເຮັດແນວໃດຈະເປັນໝໍ່ແໜງ ແລະ ກະດູກສັນຫຼັງຂອງຊາດຕໍ່ໄປ, ຕ້ອງເຝິກຝົນຕົນເອງໃຫ້ມີຄວາມຮູ້, ມີຄຸນນະທຳ ແລະ ມີຄວາມຮັບຜິດຊອບ, ຈົ່ງອົດທົນຕໍ່ຄວາມລຳບາກໃນມື້ນີ້ ເພື່ອຈະໄດ້ສະບາຍໃນພາຍພາກໜ້າ ແລະ ການຊ່ວຍເຫຼືອຈະບໍ່ສິ້ນສຸດພຽງເທົ່ານີ້ ຍັງຈະມີຄັ້ງຕໍ່ໄປອີກ.

ໂອກາດດຽວກັນ ອຈ. ປະທຸມພອນ ພິມປະໄພ ຮອງອຳນວຍການ ໂຮງຮຽນ ມສ ວຽງຈັນ ກ່າວວ່າ: ຕາງໜ້າໃຫ້ກັບທາງໂຮງຮຽນກໍ່ຂໍຂອບໃຈ ນຳທາງທີມງານສິດເກົ່າ ທີ່ມີນໍ້າໃຈ ນຳເອົາເຄື່ອງຂອງມາມອບໃຫ້ນ້ອງນັກຮຽນໃນຄັ້ງນີ້ ແລະ ຂໍໃຫ້ນ້ອງນັກຮຽນຈົ່ງນຳເອົາຄຳເວົ້າໄປປັບນຳໃຊ້ໃນຊີວິດ, ກ່ອນທຸກຄົນຈະປະສົບຄວາມສຳເລັດໄດ້ທຸກຢ່າງແມ່ນຂຶ້ນຢູ່ກັບຈິດໃຈຂອງແຕ່ລະຄົນດັ່ງນັ້ນຂໍໃຫ້ນັກຮຽນທຸກຄົນຕັ້ງໃຈ .

ການຊ່ວຍເຫຼືອຂອງທີມງານສິດເກົ່າ ມສ ວຽງຈັນ ຄັ້ງນີ້ກໍ່ບໍ່ແມ່ນຄັ້ງທຳອິດ ເພາະກ່ອນໜ້ານີ້ໄດ້ມາຊ່ວຍສ້າງສະໜາມກີລາ ແລະ ຫວັງວ່າການຊ່ວຍເຫຼືອຈາກສິດເກົ່າ ມສ ວຽງຈັນ ຈະບໍ່ເປັນຄັ້ງສຸດທ້າຍ ແລະ ຫວັງວ່າຈະມີຄັ້ງຕໍ່ໆໄປ.

ສະໜັບສະໜູນຂ່າວໂດຍ