ການນໍາແຂວງສະຫັວນນະເຂດ ລົງຊຸກຍູ້ວຽກງານສະກັດກັ້ນການລະບາດພະຍາດໂຄວິດຢູ່ເມືອງໄຊບູລີ

299

ໃນຕອນບ່າຍຂອງວັນທີ 4 ພຶດສະພາ 2021 ທ່ານ ວຽງທະວີສອນ ເທບພະຈັນ ຮອງເຈົ້າແຂວງສະຫວັນນະເຂດ ພ້ອມທີມງານ ໄດ້ລົງຕິດຕາມຊີ້ນໍາວຽກງານປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ວຽກງານພັດທະນາຊົນນະບົດ ແລະລຶບລ້າງຄວາມທຸກຍາກຂອງປະຊາຊົນເມືອງໄຊບູລີ ໂດຍການໃຫ້ກຽດຕ້ອນຮັບຢ່າງອົບອຸ່ນຈາກທ່ານ ອ່ອນລໍາພັນ ບົວສີແກ້ວ ເຈົ້າເມືອງໄຊບູລີ ພ້ອມຄະນະ.


ໃນໂອກາດດັ່ງກ່າວ, ການນໍາຂອງແຂວງ ໄດ້ນໍາເງິນສົດ ພ້ອມດ້ວຍເຄື່ອງຊ່ວຍເຫຼືອຈຳນວນໜຶ່ງ ມອບໃຫ້ເມືອງໄຊບູລີ ເພື່ອນໍາໃຊ້ເຂົ້າໃນວຽກງານປ້ອງກັນ, ຄວບຄຸມ ແລະສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ພາຍໃນເມືອງ ໃນນີ້ ປະກອບມີ: ເງິນສົດຈໍານວນ 12 ລ້ານກີບ, ສະເປຂ້າເຊື້ອຈໍານວນ 14 ຂວດ, ເຈວຂ້າເຊື້ອ 41 ຂວດ, ຜ້າອັດປາກ 15 ກັບ, ນໍ້າດື່ມ 41 ແພັກ.

ນອກຈາກນີ້, ທາງຄະນະນໍາຂອງແຂວງ ແລະເມືອງ ຍັງໄດ້ລົງຕິດຕາມຊຸກຍູ້ເປັນກໍາລັງໃຈໃຫ້ເຈົ້າໜ້າທີ່ປະຕິບັດງານການປ້ອງກັນ, ຄວບຄຸມ ແລະສະກັດກັ້ນການແຜ່ລະບາດພະຍາດໂຄວິດ-19 ຕາມຈຸດກວດກາເວນຍາມຕ່າງໆເຊັ່ນ: ຈຸດກວດກາຄົນເຂົ້າ-ອອກ ບ້ານມະນີລາດ ເຊິ່ງເປັນເຂດແດນເຊື່ອມຕໍ່ລະຫວ່າງເມືອງໄຊບູລີ ແຂວງສະຫັວນນະເຂດ ກັບ ເມືອງເຊບັ້ງໄຟ ແຂວງຄໍາມ່ວນ, ຈຸດກວດກາການເຂົ້າ-ອອກ ຢູ່ບ້ານປາກເຊບັ້ງໄຟ ເມືອງໄຊບູລີ ເຊິ່ງເປັນເຂດແດນເຊື່ອມຕໍ່ກັບເມືອງໜອງບົກແຂວງຄໍາມ່ວນ.

ຈາກນັ້ນ, ກໍ່ໄດ້ລົງຕິດຕາມກວດກາ, ຊຸກຍູ້ການປະຕິບັດໜ້າທີ່ຂອງເຈົ້າໜ້າທີ່ປ້ອງກັນເວນຍາມບັນດາຈຸດພັກເຮືອ ຕາມຂອບເຂດຊາຍແດນລາວ-ໄທ ລຽບຕາມແຄມແມ່ນໍ້າຂອງຄື່ຈຸດບ້ານທ່າຄໍ່້ ແລະ ບ້ານທ່າສະຫວ່າງ ແລະເລາະເບິ່ງພື້ນທີ່ທໍາການຜະລິດກະສິກໍາຕາມທົົ່ງຮາບເມືອງໄຊບູລີ ຕະຫຼອດເຖິງລົງເບິ່ງການພັດທະນາພື້ນຖານໂຄງລ່າງຕ່າງໆພາຍໃນເມືອງ ບໍ່ວ່າຈະເປັນການສ້າງຂົວ ແລະຖະໜົນຫົນທາງ ໄປມາລະຫວ່າງບ້ານຕໍ່ບ້ານ ເພື່ອກະກຽມຈັດຕັ້ງເຊື່ອມຊຶມມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ມະຕິກອງປະຊຸມໃຫ່ຍຄັ້ງທີ IX ຂອງອົງຄະນະພັກແຂວງ ເພື່ອການພັດທະນາຊົນນະບົດ-ລຶບລ້າງຄວາມທຸກຍາກ ແລະ ການຊຸກຍູ້ສົ່ງເສີມການຜະລິດເປັນສິນຄ້າຂອງປະຊາຊົນ.