7 ພຶດສະພາ ພົບກໍລະນີຕິດເຊື້ອ 28ຄົນ, ປິ່ນປົວດີ 21 ຄົນ

339

ຄະນະສະເພາະກິດ ຖະແຫຼງຂ່າວຢັ້ງຢຶນວັນທີ 7 ພຶດສະພາ 2021  ພົບກໍລະນີຕິດເຊື້ອໂຄວິດ-19 ຈຳນວນ 28ຄົນ, ບໍ່ມີກໍລະນີເສຍຊີວິດ, ປິ່ນປົວດີໃໝ່21 ຄົນ.

ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ພ້ອມຄະນະ ຖະແຫຼງຂ່າວປະຈຳວັນທີ7 ພຶດສະພາ2021ວ່າ: ວັນທີ6ພຶດສະພາໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 1.688ຕົວຢ່າງ, ກວດພົບຜູ້ເຊື້ອໃຫມ່​ 28 ຄົນ ຄືນະຄອນຫຼວງວຽງຈັນ 10 ຄົນ,ແຂວງຈໍາປາສັກ​ 4​ ຄົນ, ແຂວງບໍ່ແກ້ວ 8 ຄົນ,ແຂວງສາລະວັນ​ 5​ ຄົນ ແລະ ແຂວງວຽງຈັນ​ 1 ຄົນ.

ມາຮອດປັດຈຸບັນ ສປປລາວ ມີກໍລະນີຕິດເຊື້ອໂຄວິດ-19 ສະສົມທັງໝົດ1.205ຄົນ(ໃໝ່28ຄົນ), ປິ່ນປົວດີ122ຄົນ (ໃໝ່21ຄົນ), ບໍ່ມີກໍລະນີເສຍຊີວິດ, ປັດຈຸບັນກຳລັງນອນປິ່ນປົວ1.083ຄົນ

ສຳລັບຄົນເຈັບກໍລະນີໃໝ່ ທີ່ພົບຢູ່ນະຄອນຫຼວງວຽງຈັນ ກໍ່ລ້ວນແລ້ວແຕ່ ເປັນຜູ້ສຳຜັດໃກ້ຊິດ ກັບຜູ້ຕິດເຊື້ອ ທີ່ກ່ຽວພັນກັບກໍລະນີທີ 59 ເຊັ່ນກັນ.  ສ່ວນກໍໍລະນີຕິດເຊື້ອໃໝ່ ຢູ່ແຂວງຈຳປາສັກ, ບໍ່ແກ້ວ, ສາລະວັນ ແລະ ວຽງຈັນ ນັ້ນ ລ້ວນແລ້ວແຕ່ມີປະຫວັດສຳຜັດກັບກໍລະນີຕິດເຊື້ອເກົ່າ ຢູ່ໃນແຂວງຂອງເຂົ້າເຈົ້າ ຄືກັນ.

ຂໍຮຽກຮ້ອງມາຍັງບັນດາທ່ານທີ່ມີລາຍຊື່ຂ້າງລຸ່ມທີ່ໄດ້ໄປເກັບຕົວຢ່າງກວດວິເຄາະຫາເຊື້ອພະຍາດ COVID-19 ໃນນະຄອນຫຼວງວຽງຈັນທີ່ໃຫ້ຂໍ້ມູນບໍ່ລະອຽດແມ່ນໃຫ້ຮີບຮ້ອນໂທປະສານຫາ ທ່ານ ດຣ. ນາງ ວຽງສາຄອນ ຫຼວງປະດິດ ເບີໂທ 020 94095533 ແລະ ເບີ 020 55663579 ລາຍຊື່ລະອຽດຄື: ທ້າວ ມິນຕາ ອາຍຸ 23 ປີ, ທ້າວ ສຸພາລີ ອາຍຸ 23 ປີ, ນາງ ມະນີວັນ 40 ປີ, ທ້າວ ວິຊຽນ 38 ປີ ນັກສຶກສາວິທະຍາໄລ ໄກສອນນະຄອນຫຼວງ, ບ້ານວັງຫຼວງ ເມືອງລອງຊານ ແຂວງໄຊສົມບູນ


ໃຫ້ບຸກຄົນດັ່ງກ່າວຈົ່ງຮີບຮ້ອນໂຕໂທກັບເບີດັ່ງກ່າວ ຫຼື ແຈ້ງຕໍ່ອຳນາດການປົກຄອງບ້ານຂອງທ່ານເພື່ອຕິດຕໍ່ຫາພະນັກງານແພດໝໍດ່ວນ, ຖ້າຫາກທ່ານໃດຮັບຮູ້ແລ້ວບໍ່ຮີບຮ້ອນມາສະເໜີໂຕ ຫຼື ຈົງໃຈລົບຫຼີກແມ່ນຈະຖືກປະຕິບັດລະບຽບວິໄນຕາມກົດໝາຍບ້ານເມືອງ.