ກົດໝາຍກິລາ-ກາຍຍະກໍາ (ຕໍ່) ມາດຕາ 11-13 ຄື ລະດັບ, ຮູບແບບ ແລະ ມວນຊົນ

1248

ຕໍ່ກັບ ກົດຫມາຍ ວ່າດ້ວຍກິລາ-ກາຍຍະກໍາ (ສະບັບປັບປຸງ) ຫຼັງຈາກທີ່ປະທານປະເທດໄດ້ອອກລັດຖະດຳລັດເລກທີ 026 ລົງວັນທີ 6 ມັງກອນ 2020 ປະກາດໃຊ້ ກົດໝາຍວ່າດ້ວຍກິລາ-ກາຍຍະກໍາ ( ສະບັບປັບປຸງ ) ຢ່າງເປັນທາງການ ມື້ນີ້ຈະນຳສະເໜີໃຫ້ຮູ້ໃນ ພາກທີ 2 ກີລາ-ກາຍຍະກໍາໂດຍທີ່ກ່ອນໜ້ານີ້ແນະນໍາໄປແລ້ວທັງ 10 ມາດຕາຂອງພາກທີ 1.
ມີ້ນີ້ເຮົາມາຮູ້ນໍາກັນວ່າພາກທີ 2 ຈະເປັນແນວໃດ ເລີ່ມຈາກມາດຕາ 11-13 ດັ່ງນີ້:

ມາດຕາ 11. (ປັບປຸງ) ລະດັບ ກິລາ-ກາຍຍະກໍາ
ກິລາ-ກາຍຍະກໍາ ໄດ້ຈັດລະດັບຕາມຄວາມສໍາຄັນ ແລະ ຄວາມສາມາດ ຂອງກິລາ-ກາຍ ຍະກໍາ, ກິລາ-ກາຍຍະກໍາ ມີ ສອງລະດັບ ດັ່ງນີ້: 1. ກິລາ-ກາຍຍະກໍາມວນຊົນ
ຮາກຖານ ມີ ບ້ານ, ໂຮງຮຽນ, ຫົວຫນ່ວຍທຸລະກິດ ແລະ ອື່ນໆ;
ຂະແຫນງການ ແລະ ທ້ອງຖິ່ນ ມີ ກະຊວງ, ອົງການ ແລະ ອົງການປົກຄອງຂັ້ນ ແຂວງ, ຂັ້ນເມືອງ.

2. ກິລາລະດັບສູງ
ລະດັບຊາດ, ລະດັບອະນຸພາກພື້ນ, ພາກພື້ນ ແລະ ສາກົນ.

ມາດຕາ 12 ຮູບແບບ ກິລາ-ກາຍຍະກໍາ
ກິລາ-ກາຍຍະກໍາ ມີ ສອງຮູບແບບ ດັ່ງນີ້: 1. ສະຫມັກຫຼິ້ນ; 2. ອາຊີບ.

ຫມວດທີ 2 ກິລາ-ກາຍຍະກໍາມວນຊົນ
ມາດຕາ 13 (ປັບປຸງ) ກິລາ-ກາຍຍະກໍາມວນຊົນ
ກິລາ-ກາຍຍະກໍາມວນຊົນ ແມ່ນ ກິດຈະກໍາ ການຝຶກແອບ, ການຝຶກຊ້ອມ, ການສະແດງ, ການຫຼິ້ນ, ການແຂ່ງຂັນ ກິລາ-ກາຍຍະກໍາຂອງພົນລະເມືອງທົ່ວໄປ ໂດຍບໍ່ຈໍາແນກເຊື້ອຊາດ, ອາຍຸ, ເພດ, ໄວ, ສຸຂະພາບ, ການພິການ, ຖານະທາງດ້ານເສດຖະກິດ-ສັງຄົມ ຢູ່ໃນຮາກຖານ, ຂະແຫນງການ ແລະ ທ້ອງຖິ່ນ ແນໃສ່ສົ່ງເສີມສຸຂະພາບ, ຄວາມສາມັກຄີ ແລະ ຄວາມມ່ວນຊື່ນເປັນຕົ້ນຕໍ່ ໂດຍປະຕິບັດຕາມກົດລະບຽບ, ເຕັກນິກ ແລະ ກະຕິກາ ທີ່ກໍານົດໄວ້ໃນແຕ່ລະໄລຍະ.
ກິລາ-ກາຍຍະກໍາມວນຊົນ ປະກອບດ້ວຍ:
ກິລາ-ກາຍຍະກໍາມວນຊົນທົ່ວໄປ; ພະລະສຶກສາ ແລະ ກີລາ-ກາຍຍະກໍາ ໃນສະຖານການສຶກສາ; ກີລາ-ກາຍຍະກໍາ ໃນກໍາລັງປະກອບອາວຸດ.