ຫວຽດນາມຢັ້ງຢຶນ​ກໍ​ລະ​ນີ​ຕິດ​ເຊື້ອ​ໂຄວິດ – 19 ຢູ່ແຂວງຫວິງ​ຝຸກ ແມ່ນໄວ​ຣັດ​ສາຍ​ພັນ​ອິນ​ເດຍ

422

ຕາມຂ່າວ(VOVWORLD)ຂອງຫວຽດນາມໃຫ້ຮູ້ວ່າ: ໃນວັນທີ 4 ພຶດສະພາ, ກະຊວງສາທາລະນະສຸກ ຫວຽດນາມ ໃຫ້ຮູ້ວ່າ ຜົນການວິໄຈ ຢີນ ຂອງບັນດາກໍລະນີຕິດເຊື້ອໂຄວິດ – 19 ໃໝ່ ໂດຍສະຖາບັນອະນາໄມລະບາດວິທະຍາສູນກາງປະຕິບັດ ໄດ້ຊີ້ໃຫ້ເຫັນວ່າ ບັນດາຄົນເຈັບທີ່ຕິດເຊື້ອພະຍາດໂຄວິດ – 19 ຢູ່ ແຂວງ ຫວິງຝູກ ແມ່ນໄວຣັດສາຍພັນໃໝ່ ຢູ່ ອິນເດຍ.

ສ່ວນຢູ່ແຂວງ ຮ່ານາມ, ຮຶງອຽນ, ຮ່າຕິງ ຜົນວິໄຈພົບແມ່ນໄວຣັດສາຍພັນໃໝ່ຢູ່ ອັງກິດ. ການວິໄຈຢີນຂອງຜູ້ຫາກໍ່ຕິດເຊື້ອໂຄວິດ – 19 ນີ້ ຈະຊ່ວຍໃຫ້ອົງການມີໜ້າທີ່ສາມາດຕີລາຄາໄດ້ລະດັບຄວາມສ່ຽງ, ຈາກນັ້ນ ມີມາດຕະການສະກັດກັ້ນ, ປ້ອງກັນ ແລະ ຕ້ານໂລກລະບາດໃຫ້ເໝາະສົມ.

ຢູ່ ຫວຽດນາມ, ນັບແຕ່ເວລາ 6 ໂມງ ຫາເວລາ 18 ໂມງຂອງວັນທີ 5 ພຶດສະພາ  ພົບກໍລະນີຕິດເຊື້ອໃໝ່ຕື່ມອີກ 26 ຄົນ. ປັດຈຸບັນ, ຈຳນວນຜູ້ຕິດເຊື້ອທັງໝົດ ແມ່ນ 3.022 ຄົນ ໃນນັ້ນ ມີ 2560 ຄົນໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ ແລະ ມີ 35 ຄົນເສຍຊີວິດ