ອີກ 1 ທີມຈາກພຣີເມຍລີກ ເສັ້ນທາງຂອງ ແມນຢູ ເຂົ້າຊີງບານເຕະ ຢູໂຣປາ ລີກ ກັບ ບີຢາຣີລ

507
L-R Bukayo Saka Arsenal, Pau Torres, Alfonso Pedraza Villarreal, APRIL 29, 2021 - Football / Soccer : UEFA Europa League Semi-finals 1st leg match between Villarreal CF 2-1 Arsenal FC at the Estadio de la Ceramica in Vila-Real, Spain. Noxthirdxpartyxsales PUBLICATIONxNOTxINxJPN 0117039370st

ແມນເຊັສເຕີ ຢູໄນເຕັດ ສະໂມສອນຍັກໃຫຍ່ຈາກພຣີເມຍລີກ ອັງກິດ ກາຍເປັນທີມທີ 3 ທີ່ໄດ້ເຂົ້າຊີງບານເຕະຊີງແຊັມສະໂມສອນເອີຣົບ ຕໍ່ຈາກ ແມນເຊັສຕີ ຊິຕີ້ ເຂົ້າຊີງກັບ ເຊລຊີ ໃນຢູຟາ ແຊັມປ້ຽນລີກ, ເຊິ່ງ ແມນຢູ ໄດ້ເຂົ້າຊີງໃນລາຍການ ຢູຟາ ຢູໂຣປາ ລີກ ໄປພົບກັບ ບີຢາຣີລ ສະໂມສອນໃນລາລີກາແອັດສະປາຍ ໃນວັນທີ 26 ພຶດສະພາ 2021 ທີ່ສະໜາມ ສະຕາດິໂອນ ເມຍສະກີ້ ເມືອງກະດັນ ປະເທດໂປໂລຍ.

ສະຫຼຸບເສັ້ນທາງການເຂົ້າສູ່ຮອບຊີງບານເຕະ ຢູໂຣປາ ລີກ ລະດູການ 2020-2021 ມີດັ່ງນີ້
ແມນເຊັສຕີ ຢູໄນເຕັດ ( ຢູຟາ ແຣງກິງ 8 )ສະຖິຕິຊະນະ 5, ສະເໝີ 2 ແລະ ເສຍ 1 ນັດຍິງໄດ້ 18 ແລະ ເສຍ 6 ປະຕູ; ຮອບແບ່ງກຸ່ມ ຕົກມາຈາກຮອບແບ່ງກຸ່ມ ຢູຟາ ແຊັມປ້ຽນລີກ,ຮອບ 32 ທີມຊະນະ ຣີລ ໂຊເຊຍດາດ 4-0 ( ເປີດບ້ານຊະນະ 4-0 ແລະ ບຸກສະເໝີ 0-0)

ຮອບ 16 ທີມ ຊະນະ ເອຊີ ມິລານ 2-1 ( ເປີດບ້ານສະເໝີ 1-1 ແລະ ບຸກຊະນະ 1-0 ); ຮອບ 8 ທີມ ຊະນະ ກຣານາດາ 4-0 ( ເປີດບ້ານຊະນະ 2-0 ແລະ ບຸກຊະນະ 2-0 ); ຮອບ 4 ທີມຊະນະ ໂຣມາ 8-5 ( ເປີດບ້ານຊະນະ 6-2 ແລະ ບຸກເສຍ 2-3 ); ຜົນງານດີທີ່ສຸດລຍາການນີ້ ແຊັມລະດູການ 2016-2017

ບີຢາຣີລ ( ຢູຟາ ແຣງກິງ 22 ) ສະຖິຕິ ຊະນະ 12 ແລະ ສະເໝີ 2 ຍິງໄດ້ 30 ປະຕູ ແລະ ເສຍ 8 ປະຕູ; ຮອບແບ່ງກຸ່ມ ແຊັມກຸ່ມ I ຈາກການເປີດບ້ານຊະນະ ຊີວາສ ປໍ 5-3, ບຸກຊະນະ ຄາຣາບັກ 3-1, ເປີດບ້ານຊະນະ ມັກຄາບີ ເທລ ອາວີ 4-0, ບຸກສະເໝີ ມັກຄາບີ ເທລ ອາວີ 1-1, ບຸກຊະນະ ຊີວາສປໍ 1-0 ແລະ ເປີດບ້ານຊະນະ ຄາຣາບັກ 3-0. ຮອບ 32 ທີມ ຊະນະ ເຣດບູລ ຊັລບວກ 4-1 ( ເປີດບ້ານຊະນະ 2-0 ແລະ ບຸກຊະນະ 2-1 )

ຮອບ 16 ທີມ ຊະນະ ດິນາໂມ ຄຽບ 4-0 ( ເປີດບ້ານຊະນະ 2-0 ແລະ ບຸກຊະນະ 2-0 );ຮອບ 8 ທີມ: ຊະນະ ດິນາໂມ ຊາເກຣັບ 3-1 ( ເປີດບ້ານຊະນະ 1-0 ແລະ ບຸກຊະນະ 2-1 ); ຮອບ 4 ທີມ  ຊະນະ ອາເຊນອລ 2-1 ( ເປີດບ້ານຊະນະ 2-1 ແລະ ບຸກສະເໝີ 0-0 ); ຜົນງານດີທີ່ສຸດ ເຂົ້າຮອບຮອງລະດູການ 2003-2004, 2010-2011 ແລະ 2015-2016