ເປັນຫຍັງ “ຄົນຕຸ້ຍ” ເຖິງສ່ຽງອາການໜັກຫາກຕິດເຊື້ອໂຄວິດ-19?

637

ປັດໄຈທີ່ສົ່ງຜົນໃຫ້ຜູ້ປ່ວຍໂຄວິດ-19 ມີອາການໜັກ ຫຼື ສ່ຽງຕໍ່ການເສຍຊີວິດ ຄື: ອາຍຸ; ຈາກການວິໄຈກວ່າ 75% ຂອງຜູ້ເສຍຊີວິດແມ່ນອາຍຸຫຼາຍກວ່າ 65 ປິ ຮ່ວມເຖິງຜູ້ມີໂລກປະຈຳຕົວເຊັ່ນ:ເບົາຫວານ, ໂລກຫຼອດເລືອດຫົວໃຈ, ຄວາມດັນເລືອດສູງ ແລະ ມະເຮັງຕ່າງໆ

ໂລກຕຸ້ຍ ກໍເປັນອີກໜຶ່ງປັດໄຈທີ່ເພີ່ມຄວາມສ່ຽງອາການໜັກຈາກໂຄວິດ-19 ໂດຍສະເພາະຄົນອາຍຸນ້ອຍ ຫາກມີໂລກອ້ວນຄື ມີດັດຊະນີມວນຮ່າງກາຍຫຼາຍກວ່າ 30 ຄວາມສ່ຽງທີ່ຈະຊຸດໜັກ

–        ເປັນຫຍັງ “ຄົນຕຸ້ຍ” ເຖິງສ່ຽງອາການໜັກຫາກຕິດເຊື້ອໂຄວິດ-19

ບາງຄົນອາດສົງໄສວ່າ: ຄວາມຕຸ້ຍກ່ຽວຫຍັງກັບພະຍາດໂຄວິດ-19 ສາເຫດທີ່ໂລກຕຸ້ຍເພີ່ມຄວາມສ່ຽງອາການໜັກຈາກໂຄວິດ-19 ມີງານວິໄຈເຜີຍວ່າ ມາຈາກກົນໄກຫຼັກໆດັ່ງນີ້:

  1. ລະບົບພູມຄຸ້ມກັນທີ່ບໍ່ແຂງແຮງພໍ: ໂດຍສະເພາະພູມຄຸ້ມກັນປະເພາດ T-cells ອັນເປັນຜົນຕໍ່ພາວະຕ້ານຕໍ່ຮໍໂມນເລບຕິນຊຳເຮື້ອທີ່ພົບໃນຄົນທີ່ເປັນໂລກອ້ວນ ສົ່ງຜົນໃຫ້ລະບົບພູມຄຸ້ມກັນແກ່ກວ່າທີ່ຄວນຈະເປັນ ຕາມຊ່ວງອາຍຸ
  2. ການອັກເສບຊຳເຮື້ອໃນລະດັບໂມເລກຸນ: ເຊິ່ງເປັນການອັກເສບໃນລະດັບຕໍ່າ ທີ່ບໍ່ມີອາການແຕ່ເກີດຂຶ້ນຕະຫຼອດເວລາໃນຜູ້ປ່ວຍໂລກອ້ວນ ໂດຍສາມາດວັດແທກໄດ້ຈາກສານກໍ່ການອັກເສບຕ່າງໆໃນເລືອດ ເມື່ອຖືກສົມທົບກັບການອັກເສບກະທັນຫັນຈາກເຊື້ອໂຄວິດ-19 ຈຶ່ງສົ່ງຜົນໃຫ້ມີປະຕິກິລິ ຍາອັກເສບທີ່ຮຸນແຮງຂຶ້ນ ສ່ຽງຕໍ່ການປ່ວຍໜັກຫຼາຍຂຶ້ນ
  3. ການມີປະຕູທີ່ເປີດຮັບເຊື້ອໄວຣັດຫຼາຍຂຶ້ນ: ເຊວໃນເຍື້ອບຸດັງ ທາງເດີນຫາຍໃຈ ແລະ ຫຼາຍອະໄວຍະວະໃນຮ່າງກາຍຈະມີ ACE-2 receptor ເຊິ່ງສັນນິຖານວ່າເປັນປະຕູທາງເຂົ້າເຊວຂອງໄວຣັດ SARS-COV-2 ພົບວ່າໃນຜູ້ເປັນໂລກອ້ວນຈະມີປະຕູນີ້ຫຼາຍຂຶ້ນກວ່າຄົນທົ່ວໄປ ຈຶ່ງອາດເປັນກົນໄກໜຶ່ງທີ່ສົ່ງຜົນໃຫ້ໄວຣັດເຂົ້າສະດວກ
  4. ໃນຄົນທີ່ເປັນໂລກອ້ວນຈະມີຄວາມສ່ຽງຕໍ່ການເກີດເລືອດອຸດຕັນງ່າຍຂຶ້ນ: ເຊິ່ງການເກີດລິ່ມເລືອດເປັນໜຶ່ງໃນກົນໄກທີ່ເຮັດໃຫ້ຜູ້ປ່ວຍໂຄວິດ-19 ອາການໜັກຂຶ້ນ.

ຄວາມຕຸ້ຍ ຈັດເປັນໂລກທີ່ສົ່ງຜົນເສຍຕໍ່ຮ່າງກາຍຫຼາຍດ້ານລວມເຖິງເພີ່ມຄວາມສ່ຽງທີ່ຈະມີອາການໜັກ ແລະ ເສຍຊີວິດຈາກ ໂຄວິດ-19 ສຳລັບຄົນທີ່ຢາກຫ່າງໄກຈາກໂລກອ້ວນແນະນຳໃຫ້ລົດນຳ້ໜັກຢ່າງຖືກວິທີ ດ້ວຍການເຂົ້າໃຈຫຼັກການຮັບປະທານອາຫານທີ່ຖືກຕ້ອງ ໃນປະລິມານທີ່ເໝາະສົມຫຼີກລຽງການຮັບປະທານນຳ້ຕານ ຫຼື ຂອງຫວານໃນປະລິມານຫຼາຍຈາກເຄື່ອງດື່ມ,  ຂະໜົມຫວານ ສະນັ້ນຕ້ອງອອກກຳລັງກາຍ ແລະ ເຄື່ອນໄຫວຮ່າງກາຍສະໝໍ່າສະເໝີ

ຂໍ້ມູນຈາກ:sanook.com