ກົງສູນຫວຽດນາມ ມອບເງິນຊ່ວຍເຫຼືອຄະນະສະເພາະກິດແຂວງຫຼວງພະບາງ

343

ໃນວັນທີ 6 ພຶດສະພາ 2021 ນີ້ກົງສູນໃຫຍ່ປະຈຳພາກເໜືອແຂວງຫຼວງພະບາງ ໄດ້ນໍາເອົາ ເຈວລ້າງມື ແລະຜ້າອັດປາກ ມູນຄ່າ 10 ລ້ານກີບ ແລະເງິນສົດ ຈຳນວນ 50 ລ້ານກີບ ລວມທັງໝົດ 60 ລ້ານກີບ ມາມອບໃຫ້ຄະນະສະເພາະກິດແຂວງຫຼວງພະບາງ ໂດຍການກ່າວມອບຂອງທ່ານ ຫວງຽນ ວັນ ຮຸ່ງ ຫົວໜ້າກົງ ສູນໃຫຍ່ ສ ສ ຫວຽດນາມ ປະຈຳພາກເໜືອ ແຂວງຫຼວງພະບາງພ້ອມຄະນະ ແລະກ່າວຮັບໂດຍທ່ານ ຄຳຂັນ ຈັນທະວີສຸກ ເຈົ້າແຂວງຫຼວງພະບາງ ພ້ອມດ້ວຍຄະນະສະເພາະກິດຄວບຄຸມໂຄວິດ-19 ຂັ້ນແຂວງ.


ວັນດຽວກັນນີ້ ທະນາຄານການຄ້າຕ່າງປະເທດມະຫາຊົນ ສາຂາແຂວງຫຼວງພະບາງໄດ້ມອບເງິນສົດ ຈຳນວນ 5 ລ້ານກີບ, ຄອບຄົວ ຂອງທ່ານ ຫວງຽນ ວັນ ຕ່ວນ ມອບເງິນສົດ 10 ລ້ານກີບ. ໂດຍການກ່າວຮັບຂອງທ່ານ ບຸນເລື່ອມ ມະນີວົງ ຮອງເຈົ້າແຂວງຫຼວງພະບາງ ຫົວໜ້າຄະນະສະເພາະກິດຄວບຄຸມ ໂຄວິດ-19ແຂວງຫຼວງພະບາງ.


ທັງໝົດກໍ່ເພື່ອເປັນການປະກອບສ່ວນຊຸກຍູ້ ໃຫ້ຄະນະສະເພາະກິດແຂວງຫຼວງພະບາງນຳໄປໝູນໃຊ້ເຂົ້າໃນວຽກງານ ປ້ອງກັນ, ຄວບຄຸມ ແລະແກ້ໄຂການລະບາດຂອງພະຍາດໂຄວິດ-19ທີ່ກຳລັງລະບາດຢູ່ແຂວງຫຼວງພະບາງໃຫ້ໝົດໄປ.
ຜ່ານມາກໍມີຫລາຍພາກສ່ວນທີ່ນຳເອົາວັດຖຸປັດໃຈຕ່າງໆມາມອບໃຫ້ຄະນະສະເພາະກິດຄວບຄຸມໂຄວິດ-19ແຂວງຫລວງພະບາງ