ກະຊວງ​ ສສກ ແຈ້ງສືບຕໍ່ພັກຮຽນຊົ່ວຄາວ ໃນຂອບເຂດທົ່ວປະເທດ ຮອດວັນທີ​ 20​ ພຶດສະພາ

1079

ໃນວັນທີ​ 6​ ພຶດສະພາ​ 2021​ ກະຊວງ​ສຶກສາທິການ​ ແລະ​ ກິລາ​ (ສສກ)​ ອອກແຈ້ງການ​ ເພື່ອເປັນການສືບຕໍ່ເພີ່ມທະວີມາດຕະການສະກັດກັ້ນ, ຄວບຄຸມ ແລະ ກຽມພ້ອມຮອບດ້ານເພື່ອຕ້ານພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ ໂຄວິດ-19 ທົ່ວຂະແໜງການສຶກສາ ແລະ ກິລາ ໃນຂອບເຂດທົ່ວປະເທດ. ຫົວໜ້າຄະນະສະເພາະກິດ ກະຊວງສຶກສາທິການ ແລະ ກິລາ ໄດ້ອອກແຈ້ງການ ດັ່ງນີ້:


1.​ ໃຫ້ຜູ້ບໍລິຫານການສຶກສາ ແລະ ກິລາ ທຸກຂັ້ນ, ພະນັກງານ, ຄູ-ອາຈານ ແລະ ນັກຮຽນ-ນັກສຶກສາທຸກຄົນ ສືບຕໍ່ເພີ່ມທະວີປະຕິບັດມາດຕະການຕ່າງໆທີ່ລະບຸໃນຄຳສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 15/ນຍ, ແຈ້ງການຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ຄໍາແນະນໍາຂອງຄະນະສະເພາະກິດຂັ້ນສູນກາງ, ຄຳສັ່ງຂອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ຄໍາສັ່ງເພີ່ມເຕີມຂອງຫົວໜ້າຄະນະສະເພາະກິດກະຊວງສຶກສາທິການ ແລະ ກິລາ ແລະ ຄໍາສັ່ງແນະນໍາຂອງຄະນະສະເພາະກິດຂັ້ນແຂວງ/ນະຄອນຫຼວງ ອອກໄປຕື່ມອີກ 15 ວັນ ຢ່າງເຂັ້ມງວດ ນັບແຕ່ວັນທີ 06 – 20 ພຶດສະພາ 2021 ແລະ ມອບໃຫ້ຜູ້ບໍລິຫານການສຶກສາ ແລະ ກິລາທຸກຂັ້ນ ຕິດຕາມ, ກວດກາ ແລະ ຊຸກຍູ້ ການຈັດຕັ້ງປະຕິບັດ ແລະ ລາຍງານໃຫ້ຄະນະສະເພາະກິດ ກະຊວງສຶກສາທິການ ແລະ ກິລາ ຮັບຊາບທຸກອາທິດ; ຖ້າພົບວ່າການຈັດຕັ້ງ ຫຼື ບຸກຄົນໃດ ໃນຂອບເຂດຄວາມຮັບຜິດຊອບຂອງຕົນ ລະເມີດບັນດາຄຳສັ່ງ, ແຈ້ງການ ແລະ ຄຳແນະນຳ ທີ່ກ່າວມານັ້ນ ມອບໃຫ້ການຈັດຕັ້ງບ່ອນນັ້ນລາຍງານໂດຍດ່ວນກ່ຽວກັບມາດຕະການລົງວິໄນເພື່ອນຳສະເໜີໃຫ້ຄະນະສະເພາະກິດຂັ້ນຂອງຕົນ ແລະ ຂັ້ນກະຊວງ ພິຈາລະນາ.​


2. ໃຫ້ສະຖານການສຶກສາທັງພາກລັດ ແລະ ເອກະຊົນ ໃນຂອບເຂດທົ່ວປະເທດ ສືບຕໍ່ພັກຮຽນຊົ່ວຄາວ ເຊິ່ງປະກອບມີ: ໂຮງລ້ຽງເດັກ, ໂຮງຮຽນອະນຸບານ, ໂຮງຮຽນປະຖົມສຶກສາ, ໂຮງຮຽນມັດທະຍົມສຶກສາ, ໂຮງຮຽນສຶກສາສົງ, ໂຮງຮຽນສຶກສາພິເສດ, ໂຮງຮຽນກິນນອນ, ສູນຝຶກອົບຮົມວິຊາຊີບ, ວິທະຍາໄລ, ສະຖາບັນ ແລະ ມະຫາວິທະຍາໄລ.​
3. ໃຫ້ພະແນກສຶກສາທິການ ແລະ ກິລາແຂວງ/ນະຄອນຫຼວງ ສືບຕໍ່ປະສານສົມທົບກັບຄະນະສະເພາະກິດ ຂັ້ນແຂວງ/ນະຄອນຫຼວງ ເພື່ອເຝົ້າລະວັງ, ຕິດຕາມ ແລະ ປະເມີນຄວາມສ່ຽງການແຜ່ລະບາດຂອງພະຍາດໂຄວິດ-19 ໃນຂອບເຂດຄວາມຮັບຜິດຊອບຂອງຕົນ ເພື່ອສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂສະພາບການລະບາດໃຫ້ທັນການ.​
4. ໃນໄລຍະພັກການຮຽນຊົ່ວຄາວ ມອບໃຫ້ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ, ກົມການສຶກສາກ່ອນໄວຮຽນ, ກົມສາມັນສຶກສາ, ກົມສ້າງຄູ ແລະ ສູນໄອຊີທີ ສືບຕໍ່ເຜີຍແຜ່ການຮຽນ-ການສອນ ຜ່ານໂທລະພາບການສຶກສາ-ກິລາ, ວິທະຍຸ, ຖານການຮຽນຮູ້ການຮຽນ-ການສອນ ຄັງປັນຍາລາວ (Teaching-Learning Platform); ສໍາລັບການສຶກສາຄູ, ພະລະ ແລະ ສິລະປະສຶກສາ, ການສຶກສານອກໂຮງຮຽນ, ອາຊີວະສຶກສາ ແລະ ການສຶກສາຊັ້ນສູງ ແມ່ນໃຫ້ຈັດການຮຽນ-ການສອນທາງໄກ ໃຫ້ແກ່ກຸ່ມເປົ້າໝາຍຕາມຄວາມເໝາະສົມ.​


5. ໄລຍະປະຕິບັດມາດຕະການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ມອບໃຫ້ກົມວິຊາການ ແລະ ສະຖາບັນ ອອກແຈ້ງການລະອຽດສະເພາະກ່ຽວກັບການຈັດການຮຽນ-ການສອນ ທີ່ ເໝາະສົມກັບເງື່ອນໄຂຕົວຈິງ, ສຳລັບຫ້ອງການ, ກົມ, ສູນ ແລະ ພາກສ່ວນຕ່າງໆ ໃຫ້ສຸມໃສ່ປະຕິບັດວຽກທີ່ເປັນບູລິມະສິດຂອງຕົນໃຫ້ເປັນປົກກະຕິ.​
6. ສຳລັບສຳນັກກະຊວງ, ພະແນກສຶກສາທິການ ແລະ ກິລາ ແຂວງ/ນະຄອນຫຼວງ ແລະ ສະຖານການສຶກສາທົ່ວປະເທດແຕ່ລະວັນລັດຖະການໃຫ້ຜັດປ່ຽນກັນມາປະຈຳການ ແລະ ປ້ອງກັນ-ເວນຍາມບໍ່ໃຫ້ຂາດ, ຈຳນວນໜຶ່ງ ແມ່ນໃຫ້ເຮັດວຽກຢູ່ເຮືອນ ຫຼື ທີ່ພັກອາໄສ ໂດຍຜ່ານ: ໂທລະສັບ, ອີເມວ ແລະ ລະບົບກອງປະຊຸມທາງໄກ. ເພື່ອຫຼຸດຜ່ອນຄວາມແອອັດໃນສະຖານທີ່ເຮັດວຽກ ໃຫ້ປະຕິບັດດັ່ງນີ້:


6.1 ສໍານັກກະຊວງ ເຂດຊຽງຍືນ, ສີສະເກດ, ເຈົ້າອານຸວົງ ແລະ ຫຼັກ 8 (ທ່າເດື່ອ) ຄະນະຫ້ອງການ/ຄະນະກົມ/ຄະນະອຳນວຍການສະຖາບັນ, ສຳນັກພິມ ແລະ ສູນ 1 ຄົນ/ມື້ ແລະ ຂັ້ນພະແນກ-ວິຊາການ 2 ຄົນ/ມື້.​
6.2 ມະຫາວິທະຍາໄລ
ຄະນະອະທິການບໍດີ 1 ຄົນ/ມື້, ຄະນະບໍດີ 1 ຄົນ/ມື້, ຄະນະຫ້ອງການ 1 ຄົນ/ມື້, ຄະນະພາກວິຊາ 1 ຄົນ/ມື້, ວິຊາການ 2 ຄົນ/ມື້.​
6.3 ພະແນກສຶກສາທິການ ແລະ ກິລາ ແຂວງ/ນະຄອນຫຼວງ ຄະນະພະແນກ 1 ຄົນ/ມື້ ແລະ ວິຊາການ 2 ຄົນ/ມື້.​
6.4 ຫ້ອງການສຶກສາທິການ ແລະ ກິລາ ເມືອງ/ນະຄອນຄະນະຫ້ອງການ 1 ຄົນ/ມື້ ແລະ ວິຊາການ 2 ຄົນ/ມື້;
6.5 ການປະຈໍາການຂອງຄະນະສະເພາະກິດຂອງຂະແໜງການສຶກສາ ແລະ ກິລາແຕ່ລະຂັ້ນ ແມ່ນອີງຕາມຄວາມຮຽກຮ້ອງຕ້ອງການຂອງໜ້າວຽກຕົວຈິງ.​
6.6 ໃນໄລຍະມາປະຈໍາການໃຫ້ຈັດຕັ້ງກັນກວດກາວັດແທກອຸນຫະພູມ, ລ້າງມືດ້ວຍນໍ້າສະອາດໃສ່ສະບູ ຫຼື ເຈວລ້າງມື, ໃສ່ຜ້າອັດປາກ-ດັງ ແລະ ອະນາໄມສະຖານທີ່ບ່ອນເຮັດວຽກເປັນປົກກະຕິ.​


7. ໃຫ້ຜູ້ບໍລິຫານການສຶກສາ ແລະ ກິລາ, ຄູ-ອາຈານ ແລະ ນັກຮຽນ-ນັກສຶກສາ ຈົ່ງມີສະຕິໃນການຮັບຂໍ້ມູນຂ່າວສານຈາກສື່ອອນລາຍ ໂດຍສະເພາະແມ່ນຂ່າວທີ່ບໍ່ມີມູນຄວາມຈິງ ຫ້າມບໍ່ໃຫ້ເຜີຍແຜ່ ຫຼື ແຊຕໍ່ຢ່າງເດັດຂາດ, ໃຫ້ຕິດຕາມຂ່າວສານຈາກສື່ອອນລາຍທີ່ເຊື່ອຖືໄດ້ຄື: ສູນຂ່າວສານການແພດສຸຂະສຶກສາ (ສະເພາະຂໍ້ມູນກ່ຽວກັບການແຜ່ລະບາດຂອງພະຍາດໂຄວິດ-19); ສໍາລັບຂໍ້ມູນຂ່າວສານສຶກສາ ແລະ ກິລາ ໃຫ້ຕິດຕາມຂ່າວຈາກ: Edu-Sport TV online ແລະ ສູນໂຄສະນາຂ່າວສານການສຶກສາ ແລະ ກິລາ; ຖ້າມີກໍລະນີຮີບດ່ວນໃຫ້ປະສານ ແລະ ລາຍງານຫາຫ້ອງການກະຊວງສຶກສາທິການ ແລະ ກິລາ, ຈຸດປະສານງານຄະນະສະເພາະກິດກະຊວງສຶກສາທິການ ແລະ ກິລາ ໂທ/ແຟັກ: 021 254702, ຫຼື whatsapp 020 22475552, 020 54922051, ອີເມວ:sungluam210@gmail.com.


8. ໃຫ້ສືບຕໍ່ປຸກລະດົມພະນັກງານ, ຄູ-ອາຈານ, ນັກຮຽນ-ນັກສຶກສາ ແລະ ນັກກິລາທຸກຄົນ ໃນຂະແໜງການສຶກສາ ແລະ ກິລາ ໄປສັກວັກຊິນກັນພະຍາດ ໂຄວິດ-19 ຕາມເຂດບໍລິການທີ່ທາງການກຳນົດໃຫ້ສຳເລັດໂດຍໄວ.​
9. ແຈ້ງການສະບັບນີ້ມີຜົນສັກສິດນັບແຕ່ ວັນທີ 06 ພຶດສະພາ 2021 ຫາ ເວລາ 24:00 ໂມງ ຂອງວັນທີ 20 ພຶດສະພາ 2021. ໃນກໍລະນີທີ່ມີການປ່ຽນແປງ ກະຊວງສຶກສາທິການ ແລະ ກິລາ ຈະແຈ້ງໃຫ້ຊາບ ເປັນແຕ່ລະໄລຍະ.