ຮອງເຈົ້າແຂວງຫຼວງນ້ຳທາ ລົງຊຸກຍູ້ການເກັບກູ້ ແລະ ສົ່ງອອກໝາກຖົ່ວ

1137

ທ່ານ ອ່ອນຈັນ ຄຳພາວົງ ຮອງເຈົ້າແຂວງຫຼວງນ້ຳທາ ຜູ້ຊີ້ນຳຂົງເຂດເສດຖະກິດ ພ້ອມດ້ວຍຄະນະ ໄດ້ລົງຊຸກຍູ້ ບໍລິສັດ ເທິງເຟີຍ ການຄ້າ ແລະ ພັດທະນາກະສິກຳຈຳກັດ ໃນການເກັບກູ້ຜົນຜະ ລິດ ແລະ ການສົ່ງອອກໝາກຖົ່ວໄປ ສປ ຈີນ ໃນວັນທີ 5 ພຶດສະພາຜ່ານມາ,ຊຶ່ງປັດຈຸບັນແມ່ນໄດ້ຮັບຜົນກະຈາກການແຜ່ລະບາດພະຍາດໂຄວິດ-19.


ທ່ານຮອງເຈົ້າແຂວງ ພ້ອມຄະນະ ໄດ້ຮັບຟັງການລາຍງານຈາກບໍລິສັດວ່າ: ບໍລິສັດໄດ້ລົງທຶນປູກໝາກຖົ່ວ ຢູ່ໃນທົ່ງພຽງເມືອງຫຼວງນໍ້າ ໃນເນື້ອທີ່ທັງໝົດ 424 ເຮັກຕາ ຊຶ່ງປັດຈຸບັນໄດ້ເລີ່ມລົງມືເກັບກູ້ຜົນຜະລິດເຂົ້າໂຮງງານ ເພື່ອສົ່ງອອກໄປ ສປ ຈີນ ຊຶ່ງມື້ໜຶ່ງສາມາດເກັບກູ້ໄດ້ 200 ໂຕນ ໂດຍໄດ້ໃຊ້ແຮງງານເຂົ້າໃນເກັບກູ້ 2.000 ຄົນຕໍ່ມື້. ແຕ່ຍ້ອນມີການລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ບໍລິສັດບໍ່ສາມາດນຳແຮງງານຈາກຕ່າງແຂວງ, ຕ່າງເມືອງ ເຂົ້າ ມາເກັບກູ້ຜົນຜະລິດໄດ້ ເຮັດໃຫ້ການເກັບຜົນຜະລິດບໍ່ທັນ ມີໝາກຖົ່ວເສຍຫາຍ 35 ເຮັກຕາ, ແຕ່ຄາດວ່າຈະເກັບກູ້ຜົນຜະ ລິດໃຫ້ສຳເລັດພາຍໃນເດືອນ 5/2021; ຜົນກະທົບຂອງໂຄວິດ-19 ຍັງເຮັດໃຫ້ບໍລິສັດພົບກັບຄວາມຫຍຸ້ງຍາກໃນການ ຂົນສົ່ງ.


ພາຍຫຼັງການລາຍງານ, ພາກສວ່ນທີ່ກ່ຽວຂ້ອງກໍໄດ້ປະກອບຄຳຄິດຄໍາເຫັນ ແລະ ປຶກສາຫາລືການສົ່ງອອກ ແລະ ນໍາເຂົ້າແຮງງານ ເພື່ອຄວບຄຸມແຮງງານ ເປັນຕົ້ນແມ່ນໃຫ້ບໍລິສັດມີມາດຕະການເຂັ້ມງວດເລື່ອງການຕິດຕາມແຮງງານຄື: ໃຫ້ຮູ້ວ່າແຮງງານມາຈາກໃສ, ບ້ານໃດ, ເມືອງໃດ, ຊື່ຫຍັງ ແລະ ມາຈາກແຂວງໃດ; ໃຫ້ມີການຮັກສາໄລຍະຫ່າງ, ໃສ່ຜ້າອັດປາກ-ດັງ ແລະ ລ້າງມືດ້ວຍຂ້າເຊື້ອ ຫຼື ນໍ້າຢາຂ້າເຊຶ້ອ ເພື່ອປ້ອງກັນເຊື້ອພະຍາດດັ່ງກ່າວ. ຈາກນັ້ນ, ທ່ານຮອງ ເຈົ້າແຂວງ ພ້ອມຄະນະຍັງໄດ້ເບິ່ງສະພາບການຜະລິດໝາກຖົ່ວ ແລະ ຊົມຂັ້ນຕອນການອະນາໄມໝາກຖົ່ວ ຢູ່ໂຮງງານ ຂອງບໍລິສັດດັ່ງກ່າວ.


ໂອກາດດຽວກັນ, ທ່ານຮອງເຈົ້າແຂວງພ້ອມຄະນະ ຍັງໄດ້ລົງກວດກາຄວາມຄືບໜ້າໂຄງການກໍ່ສ້າງຊົນລະປະ ທານນໍ້າລື, ນໍ້າຈ້າງ ທີ່ໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19. ໂຄງການດັ່ງກ່າວ, ມີມູນຄ່າການກໍ່ ສ້າງ 11.557 ລ້ານກີບ ຊຶ່ງໄດ້ຮັບທຶນຈາກໂຄງການພັດທະນາໂຄງລ່າງຊົນນະບົດພາກເໜືອ-ທຶນເພີ່ມ ໂດຍປະກອບມີ ຫຼາຍຫົວງານ, ຫຼາຍໜ້າວຽກຍ່ອຍ; ເຖິງການກໍ່ສ້າງຈະໄດ້ຮັບຜົນກະທົບແຕ່ພາກສ່ວນກ່ຽວຂ້ອງກໍຄາດວ່າຈະໃຫ້ສໍາເລັດ ໃນມໍ່ໆນີ້.

(ຂ່າວ-ພາບ: ມູນຕີ ໄຊຍະສິດທິວົງ)