ຂ່າວດີ ລັດຖະບານມີແຜນຊ່ວຍເຫຼືອ ແຮງງານນອກລະບົບປະກັນ ແລະ ປະຊາຊົນຜູ້ທຸກຍາກ ຕ້ອງເລັ່ງເກັບຂໍ້ມູນ

504

ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ອອກແຈ້ງການ ສະບັບເລກທີ 15 3 1/ຮສສ, ລົງວັນທີ 5 ພຶດສະພາ 2021 ແຈ້ງເຖິງພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ ແລະ ນະຄອນຫຼວງວຽງຈັນ ເພື່ອເກັບຂໍ້ມູນແຮງງານນອກລະບົບປະກັນສັງຄົມ ແລະ ປະຊາຊົນທີ່ທຸກຍາກ ທີ່ໄດ້ຮັບຜົນກະທົບຈາກການລະບາດຂອງເຊື້ອພະຍາດໂຄວິດ-19.


ເພື່ອສືບຕໍ່ຈັດຕັ້ງປະຕິບັດການເພີ່ມທະວີມາດຕະການປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ທີ່ລັດຖະບານວາງອອກ ແລະ ເພື່ອເກັບກໍາຂໍ້ມູນຜູ້ທຸກຍາກເດືອດຮ້ອນ ເນື່ອງຈາກໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ໃນປີ 2021 ນີ້ ຊຶ່ງກຸ່ມເປົ້າໝາຍທີ່ຈະໄດ້ເອົາໃຈໃສ່ເກັບກໍາແມ່ນເປົ້າໝາຍແຮງງານນອກລະບົບປະກັນສັງຄົມ ແລະ ປະຊາຊົນທີ່ທຸກຍາກທີ່ໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19. ສະນັ້ນ, ເພື່ອໃຫ້ມີຂໍ້ມູນຕິດພັນກັບຜູ້ທີ່ໄດ້ຮັບຜົນກະທົບ, ກໍານົດວິທິການ, ເງື່ອນໄຂ ແລະ ມາດຕະການໃຫ້ການຊ່ວຍເຫຼືອ ເພື່ອລາຍງານໃຫ້ລັດຖະບານໄດ້ພິຈາລະນາ ໃຫ້ທັນກັບສະພາບການ.

ໃນນັ້ນໃຫ້ພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ນະຄອນຫຼວງວຽງຈັນ ສົມທົບກັບພາກສ່ວນກ່ຽວຂ້ອງຂອງແຂວງ, ນະຄອນ, ເມືອງ ແລະ ບ້ານເປົ້າໝາຍ ເພື່ອເກັບກໍາຂໍ້ມູນຜູ້ໄດ້ຮັບຜົນກະທົບຈາກການລະບາດຂອງເຊື້ອພະຍາດໂຄວິດ-19 ໂດຍສະເພາະ ແມ່ນແຮງງານທີ່ຢູ່ນອກລະບົບປະກັນສັງຄົມ ແລະ ປະຊາຊົນທຸກຍາກ ຕາມເງື່ອນໄຂດັ່ງນີ້:


1. ກຸ່ມເປົ້າໝາຍ:
– ແຮງງານທີ່ຢູ່ນອກລະບົບປະກັນສັງຄົມ ແລະ ປະຊາຊົນທຸກຍາກ.
– ເປັນບຸກຄົນ, ຄອບຄົວທີ່ທຸກຍາກ ແລະ ມີຄວາມເດືອດຮ້ອນ ຍ້ອນໄດ້ຮັບຜົນກະທົບຈາກການລະບາດຂອງເຊື້ອພະຍາດໂຄວິດ-19 ໂດຍໄດ້ຮັບການຢັ້ງຢືນຈາກນາຍບ້ານ.
– ເປັນຄົນລາວ ທີ່ມີສໍາມະໂນຄົວ ຫຼື ໃບອະນຸຍາດພັກເຊົາ ຢູ່ບ້ານ ໃນເວລາເກັບກໍາຂໍ້ມູນ.
– ຄອບຄົວທີ່ບໍ່ແມ່ນພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ, ພະນັກງານບໍານານ ແລະ ຜູ້ທີ່ໄດ້ເຂົ້າລະບົບປະກັນສັງຄົມ.


2. ວິທີການເກັບກໍາຂໍ້ມູນ.
– ພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ-ນະຄອນຫລວງວຽງຈັນ ປະສານສົມທົບພາກສ່ວນກ່ຽວຂ້ອງ ຊຸກຍູ້ຫ້ອງການແຮງງານ ແລະ ສະຫວັດດີການເມືອງ-ນະຄອນ ເພື່ອຊີ້ນໍາບັນດາບ້ານເປົ້າໝາຍ ເກັບກໍາຂໍ້ມູນຄອບຄົວ ຕາມເງື່ອນໄຂ ແລະ ແບບຟອມ ທີ່ກໍານົດໄວ້.


– ພາຍຫຼັງ ພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ-ນະຄອນຫລວງວຽງຈັນ ໄດ້ຮັບຂໍ້ມູນຈາກຫ້ອງການແຮງງານ ແລະ ສະຫວັດດີການສັງຄົມເມືອງ-ນະຄອນ ແລ້ວ ໃຫ້ກວດກາ ແລະ ຮຽບຮຽງຄືນຄວາມຖືກຕ້ອງຂອງຂໍ້ມູນແລະເປົ້າໝາຍຢູ່ແຕ່ລະບ້ານໃຫ້ມີຄວາມຊັດເຈນ ແລະ ຖືກເງື່ອນໄຂຂອງວຽກງານສັງຄົມສົງເຄາະ, ພ້ອມທັງສັງລວມ ແລະ ສົ່ງໃຫ້ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ກົມສັງຄົມສົງເຄາະ) ຊ້າສຸດບໍ່ໃຫ້ກາຍວັນທີ 15 ພຶດສະພາ 2021 ເພື່ອສັງລວມລາຍງານໃຫ້ລັດຖະບານ.