ແຂວງບໍ່ແກ້ວ ຫຍັບຂຶ້ນມາ ເປັນອັນດັບ 2 ຮອງຈາກ ນວ ທີ່ມີຜູ້ຕິດເຊື້ອຫຼາຍໃນລາວ

959

ມາຮອດວັນທີ 6 ພຶດສະພາ 2021 ສຳລັບ ສປປ ລາວ ມີ ລາຍງານຜູ້ຕິດເຊື້ອທັງໝົດ 1.177 ຄົນ ໃນນັ້ນ ສະເພາະຜູ້ຕິດເຊື້ອໃໝ່ໃນມື້ນີ້ມີ 105 ຄົນ.ໃນນັ້ນ ນະຄອນຫຼວງວຽງຈັນ 15 ຄົນ, ຈໍາປາສັກ 12 ຄົນ, ສະຫວັນນະເຂດ 2 ຄົນ, ບໍ່ແກ້ວ 72 ຄົນ, ຜົ້ງສາລີ 2 ຄົນ, ແຂວງວຽງຈັນ 2 ຄົນ ເຊິ່ງບໍ່ແກ້ວຖືວ່າຈຳນວນຫຼາຍກວ່າໝູ່, ມາຮອດປະຈຸບັນໃນຈຳນວນຜູ້ຕິດເຊື້ອທັງໝົດ ແມ່ນໄດ້ຮັບການ ປິ່ນປົວຫາຍດີ 101 ຄົນ, ຍັງນອນຕິດຕາມປິ່ນປົວຢູ່ສະຖານທີ່ຄະນະສະເພາະກິດກຳນົດໄວ້ ໃນຕ່ລະແຂວງ ຈຳນວນ 1.076 ຄົນ.


ເຊິ່ງແຕ່ລະແຂວງມີຈຳນວນດັ່ງນີ້ເຊັ່ນ: ນະຄອນຫຼວງວຽງຈັນ 600 ຄົນ (ໃໝ່ 15), ມື້ວານອອກໂຮງໝໍ 1 ຄົນ (ມິດຕະພາບ 1 ຄົນ ເພື່ອສືບຕໍ່ຈຳກັດບໍລິເວນຢູ່ບ້ານ 14 ວັນ; ແຂວງຈຳປາສັກ 169 ຄົນ (ໃໝ່ 12), ສຳລັບຄົນເຈັບແຂວງເຊກອງ ແມ່ນນອນ ປິ່ນປົວຢູ່ແຂວງຈຳປາສັກ; ແຂວງບໍ່ແກ້ວ 205 ຄົນ (ໃໝ່ 72); ແຂວງສະຫວັນນະເຂດ 40 ຄົນ (ໃໝ່ 2); ແຂວງຫຼວງພະບາງ 13 ຄົນ; ແຂວງວຽງຈັນ 16 ຄົນ (ໃໝ່ 2); ແຂວງສາລະວັນ 7 ຄົນ; ແຂວງຫຼວງນ້ຳທາ 6 ຄົນ; ແຂວງອຸດົມໄຊ 8 ຄົນ; ແຂວງຜົ້ງສາລີ 5 ຄົນ (ໃໝ່ 2); ແຂວງໄຊຍະບູລີ 3 ຄົນ.


ສຳລັບຢູ່ແຂວງບໍລິຄຳໄຊ 2 ຄົນ (ມື້ວານອອກໂຮງໝໍ 1 ຄົນ ເພື່ອສືບຕໍ່ຈຳກັດບໍລິເວນຢູ່ບ້ານ 14 ວັນ); ແຂວງຄຳມ່ວນ 1 ຄົນ ແລະ ແຂວງຊຽງຂວາງ 1 ຄົນ.