ຜູ້ຊ່ຽວຊານເຕືອນ ອິນເດຍ ອາດພົບກັບຫາຍະນະ ຫາກເກີດລະບາດອີກຮອບ

283

ສຳນັກຂ່າວຕ່າງປະເທດລາຍງານວ່າ ນັກວິທະຍາສາດການແພດຂອງອິນເດຍອອກມາເຕືອນວ່າ: ອິນເດຍບໍ່ສາມາດຫຼີກລ່ຽງໄດ້ໃນການເກີດແຜ່ລະບາດຂອງພະຍາດໂຄວິດ-19 ຮອບທີ 3 ເຊິ່ງຈະສ້າງຄວາມເສຍຫາຍຢ່າງໜັກໜ່ວງໃຫ້ແກ່ປະເທດຊາດ ແລະ ປະຊາຊົນອິນເດຍ ເຊິ່ງການແຜ່ລະບາດຮອບ 2 ໃນຂະນະນີ້ ກໍໄດ້ຄວາມເສຍຫາຍໜັກໜ່ວງຢູ່ແລ້ວ ແຕ່ຮອບ 3 ຍິ່ງເຖິງຂັ້ນຫາຍຍະນະແນ່ນອນ.


ທີ່ປຶກສາດ້ານວິທະຍາສາດຂອງລັດຖະບານອິເດຍຄາດການວ່າ ການລະບາດຮອບ 3 ເກີດຂຶ້ນຢ່າງແນ່ນອນ ເມື່ອພິຈາລະນາຈາກການແຜ່ລະບາດໃນຂະນະນີ້ ແຕ່ຍັງບໍ່ສາມາດຮູ້ວ່າ ຈະເກີດຂຶ້ນໃນຊ່ວງເວລາໃດ ເຊິ່ງອິນເດຍຄວນກຽມຮັບມືໄວ້ຢ່າງເລັ່ງດ່ວນ ເພາະການລະບາດອາດຮຸນແຮງກວ່າຂະນະທີ່ເປັນຢູ່ໃນປັດຈຸບັນ.


ຄຳເຕືອນດັ່ງກ່າວມີຂຶ້ນ ພາຍຫຼັງທີ່ອົງການອະນາໄມໂລກອອກມາເປີດເຜີຍວ່າ ອິນເດຍອາດມີຜູ້ຕິດເຊື້ອກວມເອົາເກືອບເຄິ່ງໜຶ່ງຂອງຈຳນວນຜູ້ຕິດເຊື້ອໃນທົ່ວໂລກ, ຂະນະທີ່ຍອດຜູ້ເສຍຊີວິດ ກໍອາດກວມເອົາ ¼ ຂອງຜູ້ເສຍຊີວິດທົ່ວໂລກ.

ຂະນະນີ້ ອິນເດຍກຳລັງປະເຊີນກັບການລະບາດຮອບ 2 ຢ່າງຮຸນແຮງ ມີຜູ້ຕິດເຊື້ອລາຍໃໝ່ເກີນ 3 ແສນຄົນຫຼາຍວັນຕິດຕໍ່ກັນແລ້ວ ໂດຍຫຼ້າສຸດກະຊວງສາທາລະນະສຸກອິນເດຍເປີດເຜີຍໃນວັນທີ 6 ພຶດສະພາ 2021 ວ່າ: ໃນຮອບ 24 ຊົ່ວໂມງຜ່ານມາ ກວດພົບຜູ້ຕິດເຊື້ອ 412.618 ຄົນ ເປັນສະຖິຕິສູງສຸດເທົ່າທີ່ເຄີຍມີມາ ສົ່ງຜົນໃຫ້ອິນເດຍມີຜູ້ຕິດເຊື້ອສະສົມຢູ່ທີ່ 21 ລ້ານກວ່າຄົນ, ຂະນະທີ່ຜູ້ເສຍຊີວິດເພີ່ມຂຶ້ນ 3.982 ຄົນ ເຮັດໃຫ້ຍອດຜູ້ເສຍຊີວິດສະສົມຢູ່ທີ່ 230.151 ຄົນ.