ເມື່ອກ້າວເຂົ້າສູ່ໂລກຂອງການເຮັດວຽກ ຄົນເຮົາຄວນຕັ້ງເປົ້າໝາຍຂອງຊີວິດ ກຽມໄວ້ວ່າພາຍໃນຈັກປີ ຈະຂຶ້ນໄປຢູ່ໃນຈຸດໃດ ຕໍາແໜ່ງໃດ ເພາະການມີເປົ້າໝາຍຈະເຮັດໃຫ້ເຮົາກໍາໜົດທິດທາງການເຮັດວຽກ ການປະຕິບັດຕົວຂອງເຮົາ ເພື່ອໃຫ້ໄປຮອດຈຸດນັ້ນໄດ້ໃນເວລາທີ່ກໍານົດ ຜູ້ທີ່ປະສົບຄວາມສໍາເລັດໃນການເຮັດວຽກ ມັກເວົ້າແນະນໍາຢູ່ສະເໝີເຖິງວິທີການທີ່ພວກເຂົາປະຕິບັດຕົວ ເຊິ່ງເປັນປະໂຫຍດຕໍ່ຄົນເຮັດວຽກມາແລ້ວຫຼາຍຕໍ່ຫຼາຍລຸ້ນດັ່ງນີ້:
1 ຂໍ້ທໍາອິດເລີຍທີ່ຈະເຮັດໃຫ້ທ່ານເຮັດວຽກໄດ້ດີຄື ຕ້ອງມ່ວນກັບວຽກທີ່ເຮັດ ເມື່ອທ່ານເຮັດວຽກດ້ວຍຄວາມສຸກ ທ່ານຈະມີແຮງໃນການພະຍາຍາມທີ່ຈະເຮັດວຽກໃຫ້ໄດ້ດີທີ່ສຸດ ແລະ ປະສົບຄວາມສໍາເລັດ
2 ນອກຈາກມ່ວນກັບການເຮັດວຽກແລ້ວ ຍັງຕ້ອງໃສ່ຄວາມເອົາຈິງເອົາຈັງມຸ່ງໝັ້ນສູ່ຄວາມສໍາເລັດລົງໄປດ້ວຍຄວາມພຽນພະຍາຍາມ ຈະນໍາພາທ່ານໄປພົບກັບຄວາມສໍາເລັດໃນທີ່ສຸດ.
3 ຄວາມເຊື່ອໝັ້ນໃນຕົນເອງ ຕ້ອງມີຢູ່ສະເໝີ ເພາະນັ້ນຈະເຮັດໃຫ້ທ່ານກ້າຄິດກ້າທໍາ ເຊິ່ງຈະເຮັດໃຫ້ທ່ານໄດ້ປຽບກວ່າຄົນອື່ນໆ ທີ່ມັກເຮັດໂຕເປັນຜູ້ຕາມທີ່ດີ ມັກເຮັດຕາມທີ່ຄົນອື່ນຄິດ ຫຼາຍກວ່າມັກສະແດງຄວາມຄິດເຫັນ.
4 ມີຄວາມຄິດສ້າງສັນ ສິ່ງປະດິດ ຫຼື ນະວັດຕະກໍາໃໝ່ໆ ເກີດຂຶ້ນໄດ້ຈາກຄວາມຄິດສ້າງສັນ ຖ້າທ່ານເປັນນັກຄິດ ຮັບຮອງໄດ້ວ່າ ທ່ານຈະເປັນທີ່ຕ້ອງການຂອງທຸກອົງກອນຢ່າງແນ່ນອນ.
5 ເມື່ອຄົນຈາກຫຼາຍສັງຄົມມາຢູ່ຮ່ວມກັນໃນສັງຄົມໃໝ່ ສິ່ງທີ່ຕ້ອງການຄືການປັບຕົວໄດ້ໄວ ທ່ານອາດຕ້ອງເພີ່ມ ຫຼື ຫຼຸດພຶດຕິກໍາ ຫຼືນິໄສບາງຢ່າງຂອງທ່ານ ເພື່ອໃຫ້ເຂົ້າກັບສັງຄົມໃນບ່ອນເຮັດວຽກໄດ້ຢ່າງວ່ອງໄວ.
6 ມີກິລິຍາທ່າທີໃນທາງບວກ ຄົນທີ່ຄິດບວກມັກຈະສະແດງທ່າທີໃນທາງບວກ ບໍ່ທໍ້ຖອຍຕໍ່ອຸປະສັກ ມີມະນຸດສໍາພັນດີ ເປັນທີ່ຮັກ ແລະ ຊື່ນຊົມຂອງຄົນອ້ອມຂ້າງ.
7 ເລື່ອງຄວາມມີລະບຽບວິໄນເປັນສິ່ງທີ່ທຸກຄົນຖືກສອນມາຕັ້ງແຕ່ນ້ອຍໆຢູ່ແລ້ວ ໃນການເຮັດວຽກກໍ່ເຊັ່ນກັນ ຕ້ອງມາເຮັດວຽກກົງເວລາ ສົ່ງວຽກໃຫ້ກົງເວລາ ປະຕິບັດຕາມກົດບໍລິສັດຢ່າງເຄັ່ງຄັດ
8 ມີຄວາມຊື່ສັດ ແລະ ຊ່ວຍເຫຼືອຜູ້ອື່ນໃຫ້ປະສົບຄວາມສໍາເລັດ ຄົນດີ ມີນໍ້າໃຈ ຢູ່ບ່ອນໃດກໍ່ມີແຕ່ຄົນຮັກຄົນເອັນດູ ແລະ ຄອຍສະໜັບສະໜູນ ໃຫ້ກ້າວໜ້າໃນໜ້າທີ່ວຽກງານ
9 ກ້າຫານທີ່ຈະສ່ຽງ ແນ່ນອນວ່າບໍ່ມີວຽກໃດທີ່ຈະໄປແມ່ນແລ່ນສະດວກທຸກງານ ເມື່ອພົບເຈີອຸປະສັກ ທ່ານຕ້ອງກ້າພໍທີ່ຈະສ່ຽງ ເພື່ອກ້າວຂ້າມພົ້ນອຸປະສັກນັ້ນໄປໄດ້
10 ສຸດທ້າຍແມ່ນການສື່ສານ, ເຖິງແມ່ນວ່າທີ່ກ່າວມາຂ້າງເທິງນັ້ນ ທ່ານຈະມີພ້ອມໝົດແລ້ວທຸກຢ່າງ ແຕ່ຫາກທ່ານບໍ່ສາມາດສື່ສານໄດ້ ຢ່າງມີປະສິດທິພາບ ກໍ່ໄຮ້ປະໂຫຍດ; ດັ່ງນັ້ນ ທ່ານຈຶ່ງຄວນພັດທະນາການຕິດຕໍ່ສື່ສານກັບຜູ້ອື່ນຢູ່ສະເໝີ ເພື່ອໃຫ້ທ່ານສາມາດຖ່າຍທອດແນວຄິດຕ່າງໆ ເຂົ້າເຖິງທຸກຄົນໄດ້ຢ່າງແມ້ນຢໍາ ແລະ ຖືກຕ້ອງ.
ໂດຍ: ເອຢິບ
ທີ່ມາ: https://th.jobsdb.com/th-th/articles