ພະແນກສຶກສາທິການ ແລະ ກີລາ ແຂວງຫົວພັນ ອອກແຈ້ງການເລກທີ 60/ສກຂ ລົງວັນທີ 5 ພຶດສະພາ 2021 ລະບຸວ່າ: ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດ ແຈ້ງການຂອງທ່ານເຈົ້າແຂວງຫົວພັນ ເລກທີ 137/ຈຂ, ລົງວັນທີ 05 ພຶດສະ ພາ 2021, ແລະ ການຈັດຕັ້ງປະຕິບັດໃນການເພີ່ມທະວີມາດຕະການສະກັດກັ້ນ, ຄວບຄຸມ ແລະ ກຽມພ້ອມຮອບດ້ານ ເພື່ອຕ້ານພະຍາດ ໂຄວິດ – 19 ພາຍໃນຂະແຫນງການສຶກສາ ແລະ ກິລາແຂວງຫົວພັນ ໃຫ້ມີຄວາມປອດໄພ,
ການຈັດຕັ້ງປະຕິບັດການຮຽນ – ການສອນພາຍໃນແຂວງຫົວພັນໃຫ້ເປັນເອກະພາບ ສະນັ້ນ, ພະແນກສຶກສາທິການ ແລະ ກິລາ ແຂວງ ຈິ່ງມີແຈ້ງການສະບັບນີ້ມາຍັງຫົວຫນ້າຫ້ອງການສຶກສາທິການ ແລະ ກິລາເມືອງ 10 ເມືອງ ແລະ ບັນດາໂຮງຮຽນໃນທົ່ວແຂວງຫົວພັນ ດັ່ງນີ້:
1 ມອບໃຫ້ຫົວຫນ້າຫ້ອງການສຶກສາທິການ ແລະ ກິລາເມືອງ10 ເມືອງ ແລະ ບັນດາໂຮງຮຽນໃນທົ່ວແຂວງ ເປັນເຈົ້າການໃນການຈັດຕັ້ງປະຕິບັດເຈົ້າແຂວງຫົວພັນ ເລກທີ 137/ຈຂ, ລົງວັນທີ 05 ພຶດສະພາ 2021ຢ່າງເຂັ້ມງວດ;
2 ສໍາລັບການຈັດຕັ້ງການສອນ – ການຮຽນແມ່ນໃຫ້ສືບຕໍ່ພັກຮຽນຊົ່ວຄາວໄປກ່ອນນັບແຕ່ວັນທີ 06 – 20 ພຶດສະພາ2021, ຖ້າມີແຈ້ງການຂອງກະຊວງສຶກສາທິການ ແລະ ກິລາ ເພີ່ມເຕີມ ພະແນກສຶກສາທິການ ແລະ ກິລາຈະແຈ້ງໃຫ້ຊາບຕື່ມ;
3 ໃຫ້ຫ້ອງການສຶກສາທິການ ແລະ ກິລາເມືອງ ແຈ້ງໃຫ້ບັນດາໂຮງຮຽນພາຍໃນເມືອງຂອງຕົນ ແລະ ໂຮງຮຽນ ອ້ອມຂ້າງ ແຂວງຊາບຢ່າງທົ່ວເຖິງ ແລະ ຮີບດ່ວນທັນເວລາ; ສະນັ້ນ, ຈິ່ງແຈ້ງມາຍັງທ່ານເພື່ອຊາບ ແລະ ຈັດຕັ້ງປະຕິບັດຕາມແຈ້ງການສະບັບນີ້ດ້ວຍ.
ຂອບໃຈຮູບຈາກ: ພະແນກສຶກສາທິການ ແລະ ກິລາແຂວງຫົວພັນ