ກັກໂຕຄະນະຜູ້ແທນອິນເດຍຍົກຊຸດ ຫຼັງພົບຜູ້ຕິດເຊື້ອກ່ອນກອງປະຊຸມ G7 ທີ່ສະຫະຣາຊະອານາຈັກ

623

ສັ່ງກັກໂຕຄະນະຜູ້ແທນຂອງອິນເດຍໃນກອງປະຊຸມ G7 ຢູ່ນະຄອນຫຼວງລອນດອນປະເທດອັງກິດ ຫຼັງພົບທີມງານຢ່າງໜ້ອຍ 2 ຄົນ ຕິດເຊື້ອໂຄວິດ-19 ຂະນະທີ່ ສະຫະຣາຊະອານາຈັກຢືນຢັນສືບຕໍ່ກອງປະຊຸມຕາມກຳນົດ ພຽງແຕ່ຕ້ອງປ່ຽນຮູບແບບ.

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງລອນດອນ ປະເທດອັງກິດ ເມື່ອວັນພຸດ ທີ 5 ພຶດສະພາ ວ່າ ໂດຍອ້າງຈາກແຫຼ່ງຂ່າວລະດັບສູງຂອງລັດຖະບານອັງກິດ ເຊິ່ງເປັນເຈົ້າພາບຈັດກອງປະຊຸມກຸ່ມປະເທດອຸດສາຫະກຳຊັ້ນນຳຂອງໂລກ 7 ປະເທດ ຫຼື G7 ເຊິ່ງມີການປະຊຸມລະດັບລັດຖະມົນຕີຕ່າງປະເທດ ທີ່ນະຄອນຫຼວງລອນດອນ ໃນອາທິດນີ້ ວ່າ ຄະນະຜູ້ແທນຈາກປະເທດອິນເດຍຕ້ອງໄດ້ປະຕິບັດຕາມມາດຕະການກັກໂຕ ແລະ ຈະຮ່ວມກອງປະຊຸມກັບປະເທດຄູ່ຮ່ວມເຈລະຈາຜ່ານລະບົບອອນລາຍແທນ ເນື່ອງຈາກເຈົ້າໜ້າທີ່ຝ່າຍອິນເດຍຢ່າງໜ້ອຍ 2 ຄົນ ຕິດເຊື້ອໂຄວິດ-19.

อาจเป็นรูปภาพของ กำลังยืน และสถานที่ในร่ม

ຂະນະທີ່ ສື່ມວນຊົນຫຼາຍແຫ່ງທັງອັງກິດ ແລະ ອິນເດຍ ໄດ້ຢືນຢັນໄປໃນທິດທາງດຽວກັນ ວ່າ ໜຶ່ງໃນຄົນທີ່ຕິດເຊື້ອບໍ່ແມ່ນທ່ານສຸພຣົມມະນະຍຳ ໄຊສັງກອນ ລັດຖະມົນຕີກະຊວງການຕ່າງປະເທດອິນເດຍ ແຕ່ຖືວ່າເປັນຜູ້ທີ່ມີຄວາມສ່ຽງສູງ ເນື່ອງຈາກສຳຜັດໃກ້ຊິດກັບຜູ້ທີ່ຕິດເຊື້ອ ແລະ ທ່ານຫາກໍຜ່ານການຫາລືກັບທ່ານນາງປຣິຕິ ພາເທລ ລັດຖະມົນຕີກະຊວງພາຍໃນຂອງອັງກິດ ເມື່ອວັນອັງຄານ ຜ່ານມາ.

อาจเป็นรูปภาพของ หนึ่งคนขึ้นไป และผู้คนกำลังยืน

ທ່ານໂດມິນິກ ຣາບ ລັດຖະມົນຕີກະຊວງການຕ່າງປະເທດອັງກິດ ໄດ້ປະຕິເສດທີ່ຈະອອກຄຳ ເຫັນສຳລັບຂ່າວທີ່ລາຍງານອອກມາ ສ່ວນລັດຖະບານສະຫະລັດ,ຄະນະຜູ້ແທນນຳໂດຍທ່ານແອນໂທນີ ບລິງເຄນ ລັດຖະມົນຕີກະຊວງການຕ່າງປະເທດ ຢືນຢັນວ່າຈະເຂົ້າຮ່ວມທຸກກອງປະຊຸມທຸກລາຍການຕາມກຳ ນົດ ແລະ ປະຕິບັດຕາມມາດຕະການສາທາລະນະສຸກຢ່າງເຂັ້ມງວດ