ປີນີ້ທີມຈາກອັງກິດຍິ່ງໃຫຍ່ ເຂົ້າຮອບຊີງຊະນະເລີດ ຢູຟາ ທັງສອງທີມ ໄປເບິ່ງເສັ້ນທາງສູ່ການຊີງແຊັມ

496

ວົງການບານເຕະ ອັງກິດ ປີນີ້ໄປເຖິງເສັ້ນໄຊສໍາລັບການແຂ່ງຂັນບານເຕະ ຢູຟາ ແຊັມປ້ຽນລີກ ຫຼັງຈາກທີ່ ເຊລຊີ ທີມຈາກພຣີເມຍລີກ ອັງກິດ ສາມາດດັບຝັນ ຣີລ ມາດຣິດ ທີມຈາກແອັດສະປາຍ ແຊັມ 13 ສະໄໝ ເມື່ອວັນທີ 5 ພຶດສະພາ 2021 ເຂົ້າໄປຊີງຊະນະເລີດກັບ ແມນເຊັສເຕີ ຊິຕີ້ ທີມຈາກພຣີເມຍລີກ ອັງກິດ ໂດຍນັດຊີງຊະນະເລີດຈະແຂ່ງຂັນໃນວັນທີ 29 ພຶດສະພາ 2021 ທີ່ສະໜາມ ອະຕາເຕິດ ໂອແລມປິກ ສະເຕດ້ຽມ ປະເທດຕວັກກີ.

.

ເຮົາໄປເບິ່ງເສັ້ນທາງການສູ່ຮອບຊີງຊະນະເລີດຂອງທັງສອງທີມນໍາກັນເລີຍ
ແມນເຊັສເຕີ ຊິຕີ້ ( ຢູຟາ ແຣງກິ້ງ 3 ) ສະຖິຕິຊະນະ 11 ແລະ ສະເໝີ 1 ຍິງໄດ້ 25 ປະຕູ ແລະ ເສຍ 4 ປະຕູ. ດາວຍິງສູງສຸດ ແມ່ນແຟຣານ ຕໍເຣສ ແລະ ຣີິຢາດ ມາເຣຊ ຍິງໄດ້ 4 ປະຕູເທົ່າກັນ

ຮອບແບ່ງກຸ່ມ ເປີດບ້ານຊະນະ ປໍໂຕ 3-1, ບຸກຊະນະ ໂອແລມປິກ ມາເຊຍ 3-0, ເປີດບ້ານຊະນະ ໂອແລມເກຍກອສ 3-0, ບຸກຊະນະ ໂອແລມເປຍກອສ 1-0, ບຸກສະເໝີ ປໍໂຕ 0-0 ແລະ ເປີດລ້ານສະເໝີ ໂອແລມປິກ ມາກເຊຍ 3-0.
ຮອບ 16 ທີມ ຊະນະ ໂບຣຸສເຊຍ ມືນເຊັນກລັດບັກ 4-0 ( ນັດໃນບ້ານ 2-0 ແລະ ນອກບ້ານ 2-0)
ຮອບ 8 ທີມ ຊະນະ ໂບຣອສເຊຍ ດ໊ອດມູນ 4-2 ( ເປີດບ້ານຊະນະ 2-1 ແລະ ບຸກຊະນະ 2-1 )
ຮອບ 4 ທີມ ຊະນະ ປາຣີສ ແຊງ-ແຊກແມງ 4-1 ( ບຸກຊະນະ 2-1 ແລະ ເປີດບ້ານຊະນະ 2-0 )

ເຊລຊີ ( ຢູຟາ ແຣງກິງ 12 ) ສະຖິຕິ ຊະນະ 8, ສະເໝີ 3 ແລະ ເສຍ 1 ນັດ ເຊິ່ງຍິງໄດ້ 22 ປະຕູ ແລະ ເສຍ 4 ປະຕູ, ດາວຍິງສູງສຸດ ໂອລິວິເຢ ຊິຣູ ຍິງໄປ 6 ປະຕູ.
ຮອບແບ່ງກຸ່ມ ເປີດບ້ານສະເໝີ ເຊບີຢາ 0-0, ບຸກຊະນະ ຄຣາສໂນດາ 4-0, ເປີດບ້ານຊະນະ ແຣນສ໌ 3-0, ບຸກຊະນະ ແຣນສ໌ 2-1, ບຸກຊະນະ ເຊບີຢາ 4-0 ແລະ ເປີດບ້ານສະເໝີ ຄຣາສຖນດາ 1-1.

ຮອບ 16 ທີມ ຊະນະ ແອັດເລຕິໂກ ມາດຣິດ 3-0 ( ບຸກຊະນະ 1-0 ແລະ ເປີດບ້ານຊະນະ 2-0 )
ຮອບ 8 ທີມສຸດທ້າຍ ຊະນະ ປໍໂຕ 2-1 ( ບຸກຊະນະ 2-0 ແລະ ເປີດບ້ານເສຍ 0-1 )
ຮອບ 4 ທີມ ຊະນະ ຣີລ ມາດຣິດ 3-1 ( ບຸກສະເໝີ 1-1 ແລະ ເປີດບ້ານຊະນະ 2-0 )