ເຈົ້າຂອງຫ້ອງແຖວ ໃຈດີໃຫ້ພັກຟຣີ 3 ເດືອນ ສໍາລັບໃຜທີ່ເດືອດຮ້ອນ ແລະ ໄດ້ຮັບຜົນກະທົບຈາກການລະບາດ ຂອງພະຍາດໂຄວິດ-19 ໃນຮອບປີນີ້ ແລະ ກໍຈະເຫັນວ່າໄດ້ມີປະຊາຊົນຈໍານວນຫຼວງຫຼາຍທີ່ມີຄວາມພ້ອມທາງຊັບ ແລະ ມີຈິດໃຈຢາກຊ່ວຍເຫຼືອສັງຄົມ ໄດ້ອອກໃຫ້ການຊ່ວຍເຫຼືອຜູ້ທີ່ຂາດເຂີນ ຫາເຊົ້າກິນຄໍ່າ ແລະ ນັກຮຽນນັກສຶກສາ ບໍ່ວ່າຈະເປັນອາຫານການກິນ ແລະ ທີ່ພັກພາອາໄສ ເຊິ່ງໃນມື້ວານນີ້ ຮ້ານຕັດສູດ Binh Tailor Brand ສຸບິນແຟຊັນ ກໍໄດ້ອອກມາແຈ້ງຜ່ານເພຈ ຮ້ານໂດຍມີເນື້ອໃນດັ່ງນີ້:
ຂ່າວດີ ໃຫ້ທີ່ພັກຟຣີ ສຳລັບຄົນທີ່ກຳລັງຫາທີ່ພັກຍາມບ້ານເມືອງມີວິກິດ ທາງຮ້ານສຸບິນ ຕັດສູດ ໃນນາມເຈົ້າຂອງຫ້ອງແຖວ ( ຕານມີໄຊ )ຢາກມີສ່ວນຮ່ວມໃນການຊ່ວຍເຫຼືອສັງຄົມໂດຍສະເພາະນັກຮຽນ-ນັກສຶກສາທີ່ເປັນຄົນຕ່າງແຂວງ ມາອາໄສໃນນະຄອນຫລວງ ເພື່ອແບ່ງເບົາພາລະໃຫ້ທຸກຄົນ :
- ຕອນນີ້ເຮົາມີຫ້ອງວ່າງທັງໝົດ 10 ຫ້ອງ
- ໃຫ້ທຸກຄົນ ຫຼື ນ້ອງນັກຮຽນຢູ່ຫ້ອງແຖວຟຣີ 3 ເດືອນ
- ແຕ່ໃຫ້ຮັບຜິດຊອບຄ່ານ້ຳ ແລະ ຄ່າໄຟຟ້າເອງ
- ຫ້ອງໜຶ່ງສາມາດຢູ່ໄດ້ 3 ຄົນ ເພື່ອຈໍາກັດຄວາມແອອັດ
- ກະລຸນາອ່ານຂໍ້ມູນທີ່ລະບຸໃຫ້ລະອຽດ
- ຂໍຄົນທີ່ມີຄວາມຈຳເປັນອີຫຼີ່
- ສະຖານທີ່ຫ້ອງແຖວຢູ່ບ້ານຕານມີໄຊ ຮ່ອມ 37/2 ( ໜ້າສະຖາບັນການທະນາຄານ )
- ຫ້ອງມີຈຳນວນຈຳກັດໃຜມາກ່ອນໄດ້ກ່ອນ
ສໍາລັບໃຜທີ່ສົນໃຈຕິດຕໍ່ໄດ້ຕາມເບີທີ່ລະບຸໄວ້ 020 29998886 – 020 91184446
ນີ້ກໍເປັນອີກໜຶ່ງນໍ້າໃຈໃນການຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນຍາມທີ່ບ້ານເມືອງພົບພໍ້ກັບວິກິດການແບບນີ້ ແລະ ທີມຂ່າວບັນເທີງກໍຕ້ອງສະແດງຄວາມຊົມເຊີຍຕໍ່ເຈົ້າຂອງຫ້ອງແຖວ ແລະ ອີກຫຼາຍໆຄົນຫຼາຍໆພາກສ່ວນ ທີ່ໄດ້ອອກມາຊ່ວຍເຫຼືອສັງຄົມໃນຄັ້ງນີ້ດ້ວຍ.
ສະຫນັບສະຫນູນຂ່າວໂດຍ