7 ຂໍ້ຈາກການບໍ່ກິນຫວານ ດີຕໍ່ສຸຂະພາບເຕັມໆ

798

ແນ່ນອນວ່າການກິນຂອງຫວານ ມີສ່ວນຊ່ວຍເພີ່ມຄວາມສຸກໃຫ້ສາວໆ ໂດຍສະເພາະໃນໄລຍະຂອງການມີປະຈຳເດືອນ ຖືວ່າເປັນຊ່ວງທີ່ຮ່າງກາຍມີຄວາມຕ້ອງການຂອງຫວານຫຼາຍເປັນພິເສດ ແຕ່ສາວໆຮູ້ຫຼືບໍ່ວ່າຫາກສາມາດຫຼີກລຽງການກິນຂອງຫວານໄດ້ຈະຊ່ວຍໃຫ້ຮ່າງກາຍໄດ້ຮັບຂໍ້ດີຫລາຍຢ່າງເລີຍລະ. ມາເບິ່ງກັນວ່າ 7 ຂໍ້ດີມີຫຍັງແດ່?

  1. ຫຼຸດຄວາມສ່ຽງໂລກມະເຮັງ:

ການສຶກສາຈຳນວນຫລາຍຄົ້ນພົບວ່າ ນໍ້າຕານຄືສານອາຫານທີ່ມີຄວາມສຳຄັນຕໍ່ການຫຼໍ່ລ້ຽງເຊວມະເຮັງ ເຮັດໃຫ້ເກີດການລຸກລາມຈົນເປັນມະເຮັງຂັ້ນຮຸນແຮງ ດັ່ງນັ້ນຫາກຫຼີກລຽງການກິນຫວານກໍຈະເປັນການຕັດຫົນທາງທີ່ເຊວມະເຮັງຈະເຕີບໂຕໃດ້ ຈຶ່ງຊ່ວຍຫຼຸດຄວາມສ່ຽງ ໃນການເປັນໂລກມະເຮັງນັ້ນເອງ

  1. ພູມຄຸ້ມກັນຮ່າງກາຍແຂງແຮງ:

ການຫຼຸດຂອງຫວານ ຫລື ຫຼຸດປະລິມານອາຫານຫວານລົງເລື້ອຍໆ ຈະຊ່ວຍເພີ່ມພູມຄຸ້ມກັນໃຫ້ຮ່າງກາຍແຂງແຮງ ຈຶ່ງບໍ່ເຮັດໃຫ້ຮ່າງກາຍປ່ວຍງ່າຍ ນັ້ນກໍເພາະວ່າຮ່າງກາຍໄດ້ຮັບປະລິມານນໍ້າຕານທີ່ຫຼຸດລົງ ກໍຈະຊ່ວຍໃຫ້ແບັກທີເຣຍໃນລຳໄສ້ເຮັດວຽກປົກກະຕິ ແລະ ຍັງສົ່ງຜົນໃຫ້ລະບົບຍ່ອຍອາຫານເຮັດວຽກໄດ້ເປັນປົກກະຕິນຳອີກ ດັ່ງນັ້ນເມື່ອລະບົບຍ່ອຍອາຫານເຮັດວຽກໄດ້ດີ ກໍຈະເສີມສ້າງລະບົບພູມຄຸ້ມກັນໄດ້ຫລາຍຂຶ້ນ.

  1. ຕັບມີສຸຂະພາບດີຂຶ້ນ:

ແນ່ນອນວ່າການເຊົາກິນຫວານ ຈະສົ່ງຜົນດີຕໍ່ການເຮັດວຽກຂອງຕັບ ເນື່ອງຈາກປະລິມານຟຣັກໂຕສ ແລະ ກຣູໂຄສ ໃນອາຫານລົດຊາດຫວານທີ່ຮ່າງກາຍໄດ້ຮັບຈົນເປັນການເສບຕິດນັ້ນ ຈະສົ່ງຜົນໃຫ້ຕັບເຮັດວຽກຫນັກຂຶ້ນ ແລະ ຫາກມີສານພິດເກີດຂຶ້ນກໍອາດເຮັດໃຫ້ເກີດການອັກເສບທີ່ຕັບໄດ້.

  1. ຫຼຸດບັນຫານທີ່ເກີດກັບສຸຂະພາບໃນຊ່ອງປາກ:

ນໍ້າຕານຖືເປັນອາຫານຊັ້ນດີຂອງແບັກທີເຣຍໃນຊ່ອງປາກ ດັ່ງນັ້ນຖ້າຍິ່ງກິນຂອງຫວານຫຼາຍ ກໍຍິ່ງເຮັດໃຫ້ເກີດບັນຫາສຸຂະພາບໃນຊ່ອງປາກໄດ້ຫຼາຍເທົ່ານັ້ນ ບໍ່ວ່າຈະເປັນກິ່ນປາກ ເຫງືອກອັກເສບ ຫຼື ເກີດຄາບຫີນປູນ ດັ່ງນັ້ນຈຶ່ງຄວນຫຼຸດກິນຂອງຫວານ ຈະຊ່ວຍໃຫ້ສຸຂະພາບໃນຊ່ອງປາກດີຂຶ້ນນຳອີກ.

  1. ຫຼຸດອາການອັກເສບ:

ຮູ້ ຫຼື ບໍ່ວ່າເມື່ອຮ່າງກາຍຂອງຄົນເຮົາມີປະລິມານນໍ້າຕານໃນເລືອດສູງ ກໍຈະຍິ່ງສ້າງຄວາມເສຍຫາຍໃຫ້ແກ່ເນື້ອເຍື່ອໃນຮ່າງກາຍເພີ່ມຫຼາຍຂຶ້ນ ເຊິ່ງນໍ້າຕານເປັນຕົວທີ່ກໍ່ໃຫ້ເກີດການອັກເສບໄດ້ຫລາກຫລາຍເຊັ່ນ:ຜິວໜັງອັກເສບ, ສິວອັກເສບ, ຂໍ້ຕໍ່ອັກເສບ ຫລື ທ້ອງອືດເປັນຕົ້ນ.

  1. ຫລີກລຽງການເກີດຮ່ອງຮອຍກ່ອນໄວ:

ສາວໆຄົນໃດທີ່ບໍ່ຢາກມີຮ່ອງຮອຍກ່ອນໄວ ຄວນຫຼຸດປະລິມານຂອງການກິນຫວານ ເຊິ່ງນໍ້າຕານເປັນຕົວການທີ່ຈະເຂົ້າໄປຂັດຂວາງການເຮັດວຽກຂອງຄໍລາເຈນ ແລະ ອິລາສຕິນໃນຜິວ ເຊິ່ງຫາກສານທັງສອງຊະນິດນີ້ເຮັດວຽກໄດ້ບໍ່ເຕັມທີ່ ຍ່ອມເຮັດໃຫ້ຜິວພັນຂອງຄົນເຮົາຫຍາບກ້ານຈົນເກີດຮ່ອງຮອຍກ່ອນໄວ.

  1. ສາມາດຄວບຄຸມນໍ້າຫນັກໄດ້ດີ:

ສຳລັບຄົນທີ່ໃຫ້ຄວາມສຳຄັນໃນການຫຼຸດນໍ້າໜັກຍ່ອມເຂົ້າໃຈດີວ່າ ການກິນຂອງຫວານຄືປັດໄຈທີ່ເຮັດໃຫ້ການຫຼຸດນໍ້າຫນັກບໍ່ສຳເລັດເພາະນໍ້າຕານຖືເປັນອາຫານທີ່ມີປະລິມານແຄລໍຣີສູງ ແລະ ຍັງມີສ່ວນເຮັດໃຫ້ຮ່າງກາຍຫລັ່ງອິນຊູລິນຫລາຍຂຶ້ນຈົນອາດຈະໄປຂັດຂວາງການເຮັດວຽກຂອງລະບົບເຜົາຜານໄດ້

ຮູ້ແບບນີ້ແລ້ວ ຫວັງວ່າຈະເຮັດໃຫ້ສາວໆ ຫັນມາໃຫ້ຄວາມສຳຄັນໃນການຫຼຸດ ຫຼື ຫຼີກລຽງການກິນອາຫານຫວານ ຫລື ຂອງຫວານຊະນິດຕ່າງໆລົງໄດ້ ຢ່າລືມວ່າ ຍິ່ງສາວໆສາມາດຫລຸດປະລິມານການກິນຂອງຫວານໄດ້ຫຼາຍເທົ່າໃດ ກໍຍິ່ງຈະສົ່ງຜົນດີຕໍ່ສຸຂະພາບຮ່າງກາຍໄດ້ຫຼາຍເທົ່ານັ້ນ