ແຝດ 9 ! ແມ່ຊາວມາລີໃຫ້ກຳເນີດລູກ 9 ຄົນ ໃນປະເທດໂມຣັອກໂກ ປອດໄພ ແລະ ແຂງແຮງດີ

442

ແມ່ລູກອ່ອນອາຍຸ 25 ປີ ຊາວມາລີ ໃຫ້ກຳເນີດລູກແຝດ 9 ຄົນ ໂດຍເດັກນ້ອຍທັງໝົດປອດໄພ ແລະ ສຸຂະພາບແຂງແຮງ.

ເວບໄຊຂອງສຳນັກຂ່າວບີບີຊີ ປະເທດອັງກິດ ລາຍງານ ເມື່ອວັນພຸດ ທີ 5 ພຶດສະພາ ວ່າ ນາງຮາລິມາ ຊິສເຊ ແມ່ລູກອ່ອນຊາວມາລີ ປະເທດທີ່ຕັ້ງຢູ່ທາງພາກຕາເວັນຕົກສຽງເໜືອຂອງທະວີບອາຟຣິກາ ໄດ້ກຳເນີດລູກແຝດ 9 ຄົນ( ຜູ້ຍິງ 5 ຄົນ ແລະ ຜູ້ຊາຍ 4 ຄົນ) ຢູ່ໃນຫ້ອງຜ່າທ້ອງຂອງໂຮງໝໍແຫ່ງໜຶ່ງໃນ ປະເທດໂມຣັອກໂກ.

อาจเป็นรูปภาพของ 4 คน และผู้คนกำลังยืน

ທ່ານນາງແຟນຕ້າ ໄຊບີ ລັດຖະມົນຕີກະຊວງສາທາລະນະສຸກ ກ່າວວ່າ ນາງຮາລິມາ ຊິສເຊ ແລະ ລູກນ້ອຍ 9 ຄົນ ມີສຸຂະພາບແຂງແຮງດີ ພ້ອມທັງສະແດງຄວາມຊົມເຊີຍກັບຄະນະແພດຈາກທັງ 2 ປະເທດ ທີ່ປະສົມຜົນສຳເລັດກັບໜ້າທີ່ໃນຄັ້ງນີ້.

อาจเป็นรูปภาพของ สถานที่ในร่ม

ຜູ້ຊ່ຽວຊານດ້ານການແພດກ່າວວ່າ ການໃຫ້ກຳເນີດລູກແຝດຄັ້ງດຽວ 9 ຄົນ ເປັນສິ່ງທີ່ເກີດຂຶ້ນໄດ້ຍາກທີ່ສຸດ ອາການແຊກຊ້ອນໃນໄລຍະການເກີດ ແລະ ຫຼັງຈາກເກີດແລ້ວ ສ່ວນຫຼາຍເດັກນ້ອຍບໍ່ຄ່ອຍລອດຊີວິດ.

อาจเป็นรูปภาพของ สถานที่ในร่ม

ການຖືພາຂອງນາງຮາລິມາ ສ້າງຄວາມປະຫຼາດໃຈ ແລະ ຄວາມຕື່ນເຕັ້ນໄປທົ່ວປະເທດມາລີ ຂະນະທີ່ກຳລັງຖືພານັ້ນ ທ່ານໝໍໃນປະເທດມາລີ ໄດ້ກວດສະແກນແມ່ນເຫັນລູກໃນທ້ອງພຽງ 7 ຄົນ. ໂດຍທາງຄະນະແພດກໍມີຄວາມກັງວົນກ່ຽວກັບຄວາມປອດໄພລາວ ແລະ ໂອກາດລອດຊີວິດຂອງລູກໃນທ້ອງ ສະນັ້ນລັດຖະບານມາລີຕ້ອງໃຫ້ຄວາມຊ່ວຍເຫຼືອ ໂດຍອອກຄ່າໃຊ້ຈ່າຍສຳລັບການເດີນທາງຍ້າຍໂຮງໝໍດ້ວຍຍົນ ເນື່ອງຈາກລະບົບການແພດໃນປະເທດໂມຣັອກໂກນັ້ນທັນສະໄໝ ແລະ ປອດໄພກວ່າ.

อาจเป็นรูปภาพของ สถานที่ในร่ม

ຫຼັງຈາກນອນຟື້ນຟູຢູ່ໂຮງໝໍ ໃນນະຄອນຫຼວງບາມາໂກ ປະເທດມາລີ 2 ອາທິດ, ລັດຖະບານມາລີໄດ້ຕັດສິນໃຈຍ້າຍລາວໄປໂຮງໝໍແຫ່ງໜຶ່ງ ໃນປະເທດໂມຣັອກໂກ ເມື່ອວັນທີ 30 ມີນາ ຜ່ານມາ ແລະ ຫຼັງຈາກໃຊ້ເວລາ 5 ອາທິດໃນໂຮງໝໍ ນາງຮາລິມາ ກໍໃຫ້ກຳເນີດລູກແຝດ ດ້ວຍການຜ່າທ້ອງ ເມື່ອວັນອັງຄານ ທີ 4 ພຶດສະພາ ຜ່ານມາ ແລະ ຄາດວ່າ ແມ່ລູກແຝດ 9 ຈະເດີນທາງກັບປະເທດມາລີ ໃນອີກບໍ່ດົນນີ້.