ຫຼາຍພາກສ່ວນມອບວັດຖຸປັດໄຈ ໃຫ້ແຂວງຫຼວງນໍ້າທາ ແລະ ໂຮງໝໍແຂວງ ຕ້ານສະກັດກັ້ນພະຍາດໂຄວິດ – 19

424

ວັນທີ 4 ພຶດສະພາ 2021 ໄດ້ມີຫຼາຍພາກສ່ວນມອບວັດຖຸປັດໃຈ ໃຫ້ແຂວງຫຼວງນໍ້າທາ ແລະ ໂຮງໝໍແຂວງ, ໃນການຕ້ານ, ສະກັດກັ້ນພະຍາດໂຄວິດ-19 ເຊັ່ນ: ບໍລິສັດການຄ້າຫວ່າງດາ ສິບສອງພັນນາ ຈໍາກັດ ຕະຫຼາດນາເຕີຍ ໄດ້ມອບຜ້າອັດປາກ ຈໍານວນ 3.000 ອັນ, ເຈວລ້າງມື 60 ກ້ອງ, ນໍ້າດື່ມ 100 ເພັກ ແລະ ເງິນສົດ 10 ລ້ານກີບ ລວມມູນຄ່າທັງໝົດ 20 ລ້ານກີບ ມອບໃຫ້ແຂວງຫຼວງນໍ້າທາ ເພື່ອນໍາໄປໝູນໃຊ້ ແລະ ແຈກຍາຍເຂົ້າໃນວຽກງານການຕ້ານ, ສະກັດກັ້ນພະຍາດໂຄວິດ-19 ກ່າວຮັບໂດຍທ່ານ ອ່ອນຈັນ ຄໍາພາວົງ ຮອງເຈົ້າແຂວງໆຫຼວງນໍ້າທາ.

ຄະນະຄຸ້ມຄອງ ແລະ ສົ່ງເສີມວັດທະນະທໍາເຜົ່າໄຕ໋ດໍາເມືອງຫຼວງນໍ້າທາ ນໍາໂດຍທ່ານ ອາລຸນ ລໍຄໍາໂຫຼຍ ອະດີດການນໍາແຂວງ, ປະທານຄະນະຄຸ້ມຄອງ ແລະ ສົ່ງເສີມວັດທະນະທໍາເຜົ່າໄຕ໋ດໍາເມືອງຫຼວງນໍ້າທາ ພ້ອມດ້ວຍຄະນະໄດ້ມອບໝີ່ໄວໆແລະ ນໍ້າດື່ມ ມູນຄ່າ 1 ລ້ານ 5 ແສນກີບ.

ພະແນກການຕ່າງປະເທດກໍໍໄດ້ມອບອຸປະກອນປ້ອງກັນໂຄວິດ – 19 ເປັນຕົ້ນແມ່ນ: ຜ້າອັດປາກ, ໜ້າກາກອານາໄມ ແລະ ເຈວລ້າງມື ທີ່ໄດ້ຮັບການຊ່ວຍເຫຼືອລ້າຈາກ ສປຈີນ ມອບຕໍ່ໃຫ້ບັນດາເມືອງ ແລະ 2 ກອງບັນຊາການ ເພື່ອໝູນໃຊ້ເຂົ້າໃນວຽກງານການຕ້ານ, ສະກັດກັ້ນພະຍາດໂຄວິດ – 19 ແລະ ບໍລິສັດ ໄຊພະຈັນ ກໍ່ສ້າງ ໄດ້ນໍາເອົານໍ້າດື່ມ, ຜ້າອັດປາກ, ເຈວລ້າງມື, ອາຫານການກິນ ມູນຄ່າ 13 ລ້ານກີບ ມອບໃຫ້ໂຮງໝໍແຂວງຫຼວງນໍ້າທາ ເພື່ອເປັນການຊຸກຍູ້ໃຫ້ກໍາລັງໃຈພະນັກງານ – ແພດໝໍ ທີ່ປະຕິບັດໜ້າທີ່ໃນການຕ້ານ, ສະກັດກັ້ນພະຍາດໂຄວິດ – 19 ຢູ່ພາຍໃນໂຮງໝໍແຂວງຫຼວງນໍ້າທາ, ກ່າວມອບໂດຍທ່ານ ຄໍາຜາຍ ໄຊພະຈັນ ຫົວໜ້າບໍລິສັດ ໄຊພະຈັນ ກໍ່ສ້າງ ແລະ ຮັບໂດຍທ່ານ ນາງ ສອນແກ້ວ ໝັ້ນປະດິດ ຮອງອໍານວຍການໂຮງໝໍແຂວງຫຼວງນໍ້າທາ.

ຂ່າວ: ອຸ້ມ ສົມນໍວັນ