ອິນເດຍ ຍັງຕິດເຊື້ອ ແລະ ເສຍຊີວິດຫຼວງຫຼາຍ ຂະນະທີ່ ໄຟເຊີ ເລັ່ງຊຸກດັນຂຶ້ນທະບຽນວັກແຊັງ

513

ສະຖິຕິຜູ້ຕິດເຊື້ອໂຄວິດ-19 ໃນປະເທດອິນເດ ເກືອບ 400.000 ຄົນຕໍ່ມື້ ແລະ ເສຍຊີວິດຫຼາຍກວ່າ 3.000 ຄົນ ຂະນະທີ່ ບໍລິສັດໄຟເຊີເລັ່ງຊຸກຍູ້ການຂຶ້ນທະບຽນວັກແຊັງ.

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງນິວເດລີ ປະເທດອິນເດຍ ເມື່ອວັນພຸດ ທີ 5 ພຶດສະພາ​ ວ່າ ກະຊວງສາທາລະນະສຸກອິນເດຍໄດ້ລາຍງານສະຖິຕິກ່ຽວກັບໂຄວິດ-19 ໃນຮອບ 24 ຊົ່ວໂມງທີ່ຜ່ານມາ ຢືນຢັນພົບຜູ້ຕິດເຊື້ອໃໝ່ 382.315 ຄົນ ເຮັດໃຫ້ປັດຈຸບັນ ອິນເດຍມີສະຖິຕິຜູ້ຕິດເຊື້ອສະສົມຢ່າງໜ້ອຍ 20.665.148 ຄົນ.

อาจเป็นรูปภาพของ 1 คน, กำลังยืน และกลางแจ้ง

ຂະນະທີ່ໃນຮອບວັນດຽວກັນ ມີຜູ້ເສຍຊີວິດເພິ່ມ 3.780 ຄົນ ເຮັດໃຫ້ປັດຈຸບັນ ອິນເດຍມີຜູ້ເສຍຊີວິດສະສົມ ຢ່າງໜ້ອຍ 226.188 ຄົນ ແລະ ຍັງເຂົ້າຮັບການປິ່ນປົວໃນລະບົບ ຢ່າງໜ້ອຍ 3.487.229 ຄົນ.

อาจเป็นรูปภาพของ ไฟ และกลางแจ้ง

ທັງນີ້, ນອກຈາກການຂາດແຄນອົກຊີເຈນ ປະເທດອິນເດຍກຳລັງຜະເຊີນກັບວິກິດການຂາດແຄນວັກແຊັງອີກ ໂດຍຈຳນວນການແຈກຈ່າຍວັກແຊັງປ້ອງກັນໂຄວິດ-19 ໃນຮອບ 7 ວັນຫຼ້າສຸດ ສະເລ່ຍພຽງມື້ລະ 2,5 ລ້ານໂດສ ຈາກທີ່ເຄີຍສູງເຖິງ 4,5 ລ້ານໂດສ ໃນໄລຍະອາທິດທຳອິດຂອງເດືອນເມສາ.

อาจเป็นรูปภาพของ หนึ่งคนขึ้นไป และผู้คนกำลังนั่ง

ດ້ານທ່ານອັລເບີດ ບູລາ (Albert Burla) ປະທານຫົວໜ້າຝ່າຍບໍລິຫານຂອງບໍລິສັດໄຟເຊີ ກ່າວວ່າ “ກຳລັງເລັ່ງຊຸກດັນ” ໃຫ້ວັກແຊັງຂອງບໍລິສັດທີ່ພັດທະນາຮ່ວມກັບບໍລິສັດໄອໂອເອັນເທັກຂອງເຢຍລະມັນ ໄດ້ຮັບການຂຶ້ນທະບຽນໃນອິນເດຍ ເພື່ອເຮັດໃຫ້ການສົ່ງມອບວັກແຊັງໄວຂຶ້ນກວ່ານີ້.

อาจเป็นรูปภาพของ 3 คน, ผู้คนกำลังยืน และกลางแจ้ง

ປັດຈຸບັນ ອິນເດຍ ນຳໃຊ້ວັກແຊັງພຽງ 2 ລາຍການ ແລະ ຜະລິດເອງໃນປະເທດທັງໝົດ ຄື: ໂຄວິດຊິລ “Covichild”, ເຊິ່ງເປັນວັກແຊັງສູດດຽວຂອງແອສຕຣາເຊເນກາ/ອັອກຟອດ AstraZeneca / Oxford ແລະ ໂຄວາຊິນ “Covacin” ຜະລິດໂດຍບໍລິສັດບາຣັດ ໄບໂອເທັກ (Bharat Biotech vaccine).