ເຈົ້າໜ້າທີ່ ຢືນຢັນຈະດຳເນີນຄະດີກັບກຸ່ມຄົນທີ່ເປັນຕົ້ນເຫດແຜ່ເຊື້ອພະຍາດໂຄວິດ-19 ຢູ່ສປປລາວ

708

ທ່ານ ພົນຕີ ຄຳກິ່ງ ຜຸຍຫຼ້າມະນີວົງ ຫົວໜ້າກົມໃຫຍ່ຕຳຫຼວດ, ກະຊວງປ້ອງກັນຄວາມສະຫງົບ ໄດ້ລາຍງານຄວາມຄືບໜ້າກ່ຽວກັບການສືບສວນສອບສວນບຸກຄົນ ແລະ ກຸຸ່ມຄົນທີ່ເປັນຕົ້ນເຫດໃນການແຜ່ເຊື້ອພະຍາດໂຄວິດ-19 ຕໍ່ສື່ມວນຊົນ ໃນວັນທີ 5 ພຶດສະພາ 2021 ວ່າ: ການສືບສວນສອບສວນບຸກຄົນ ແລະ ກຸຸ່ມຄົນ ເຊິ່ງມີທັງຄົນລາວ ແລະ ຄົນຕ່າງປະເທດ ທີ່ເປັນຕົ້ນເຫດໃນການແຜ່ເຊື້ອພະຍາດໂຄວິດ-19 ໃນຕົ້ນເດືອນເມສາ 2021 ຜ່ານມາ, ເຊິ່ງໃນຕົ້ນເດືອນເມສາຜ່ານມາ ຍ້ອນມີບຸກຄົນ, ກຸ່ມຄົນຈໍານວນໜຶ່ງ ເຊິ່ງມີທັງຄົນລາວ, ຄົນຕ່າງປະເທດ ໄດ້ເຄື່ອນໄຫວລະເມີດລະບຽບກົດໝາຍ, ຈຳນວນໜຶ່ງລັກລອບເຂົ້າ-ອອກ ຕາມຊາຍແດນ ສປປ ລາວ ກັບ ປະເທດໃກ້ຄຽງ ເຊິ່ງເປັນພື້ນທີ່ການລະບາດຂອງພະຍາດໂຄວິດ-19 ຢ່າງຮຸນແຮງ.

ພ້ອມກັນນີ້, ກໍຍັງມີບຸກຄົນຢູ່ພາຍໃນປະເທດຂາດສະຕິໃນການປະຕິບັດນະໂຍບາຍໃນການສະກັດກັ້ນພະຍາດທີ່ພາກສ່ວນກ່ຽວຂ້ອງໄດ້ວາງອອກ ໂດຍການກະທຳຕ່າງໆເຊັ່ນ: ໃຫ້ການຊ່ວຍເຫຼືອ, ປົກປິດ ແລະ ຮ່ວມກັນກະທຳຜິດນຳເອົາເຊື້ອພະຍາດໄປແຜ່ລະບາດໃນສະຖານທີ່ຊຸມຊົນເປັນຕົ້ນ ສະຖານບັນເທີງ, ຮ້ານອາຫານ, ຮ້ານກິນດື່ມ, ຮ້ານບໍລິການຕ່າງໆຕະຫຼອດຮອດສະຖານທີ່ທ່ອງທ່ຽວ ແລະ ອື່ນໆ ເຊິ່ງເປັນສາເຫດກໍ່ໃຫ້ເກີດການລະບາດຂອງພະຍາດໂຄວິດ-19 ຮອບໃໝ່ຢູ່ ສປປ ລາວ ເປັນວົງກວ້າງ ແລະ ເພີ່ມຂຶ້ນຢ່າງຕໍ່ເນື່ອງ, ສົ່ງຜົນກະທົບທາງກົງ ແລະ ທາງອ້ອມຕໍ່ຄວາມບໍ່ສະຫງົບ, ຄວາມບໍ່ເປັນຮຽບຮ້ອຍປອດໄພຂອງສັງຄົມ, ສົ່ງຜົນສະທ້ອນຕໍ່ເສດຖະກິດ-ສັງຄົມ ຕະຫຼອດຮອດການດຳລົງຊີວິດຂອງພໍ່ແມ່ປະຊາຊົນ.


ຜ່ານການສືບສວນສອບສວນ ເກັບກໍາຂໍ້ມູນຂອງເຈົ້າໜ້າທີ່ຈຶ່ງຮູ້ໄດ້ວ່າກຸ່ມຄົນດັ່ງກ່າວມີອາຊີບເປັນກຳມະກອນ, ນັກຮຽນ-ນັກສຶກສາ, ເປັນເຈົ້າໜ້າທີ່ຂອງລັດ ຈຳນວນໜຶ່ງກໍເປັນປະຊາຊົນລາວ ແລະ ຈຳນວນໜຶ່ງກໍເປັນຄົນຕ່າງປະເທດທີ່ເປັນປະເທດໃກ້ຄຽງ ມີຊາຍແດນຕິດຈອດກັນ. ການກະທຳຂອງພວກກ່ຽວເປັນການລະເມີດກົດໝາຍຂອງ ສປປ ລາວ, ເປັນການກະທຳຜິດຕໍ່ປະມວນກົດໝາຍອາຍາ, ກົດໝາຍວ່າດ້ວຍການເຂົ້າ-ອອກ ເມືອງ ແລະ ຄຸ້ມຄອງຄົນຕ່າງປະເທດ, ກົດໝາຍວ່າດ້ວຍການກັນ ແລະ ຄວບຄຸມພະຍາດຕິດຕໍ່. ເປັນທີ່ແນ່ນອນທີ່ສຸດເປົ້າໝາຍດັ່ງກ່າວ ຈະຕ້ອງຖືກດຳເນີນຄະດີຕາມຂະບວນການຍຸຕິທຳ ໂດຍອົງການສືບສວນສອບສວນ ຂອງເຈົ້າໜ້າທີ່ຕຳຫຼວດ ຈະປະກອບສຳນວນຄະດີ ສົ່ງໄອຍາການສັ່ງຟອງສານ ແລະ ຕັດສິນລົງໂທດຕາມສະຖານຄວາມຜິດໜັກ ຫຼື ເບົາຂອງແຕ່ລະຄົນ.


ກໍລະນີຄົນຕ່າງປະເທດ ກໍຕ້ອງດຳເນີນຕາມກົດໄກສົ່ງໂຕຜູ້ຮ້າຍຂ້າມແດນ ຕາມສົນທິສັນຍາ 2 ຝ່າຍ, ແຕ່ເນື່ອງຈາກໃນປັດຈຸບັນນີ້ ການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ໃນປະເທດເຮົາຍັງມີທ່າອ່ຽງຂະຫຍາຍຕົວຢູ່ ກຸ່ມຄົນດັ່ງກ່າວຈະຍັງຢູ່ໃນໄລຍະກັກໂຕຢູ່ສູນກັກບໍລິເວນ, ຈຳນວນໜຶ່ງກໍຢູ່ໃນໄລຍະປິ່ນປົວພະຍາດຢູ່ຕາມໂຮງໝໍແຫ່ງຕ່າງໆ. ສະນັ້ນ, ຈຶ່ງຍັງບໍ່ສາມາດນຳຕົວມາສືບສວນສອບສວນ ຕາມຂັ້ນຕອນການດຳເນີນຄະດີໄດ້ຢ່າງເຕັມສ່ວນ ເຖິງແມ່ນວ່າຈະມີຈຳນວນໜ້ອຍໜຶ່ງໄດ້ປິ່ນປົວຫາຍດີ ແຕ່ກໍຍັງຕ້ອງໄດ້ຕິດຕາມໄປຕື່ມອີກໄລຍະໜຶ່ງ ເພື່ອປະຕິບັດຕາມາດຕະການປ້ອງກັນ ຄວບຄຸມຂອງຄະນະສະເພາະກິດທີ່ໄດ້ກຳນົດ.

ຖ້າເມື່ອໃດພວກຜູ້ກ່ຽວປິ່ນປົວຫາຍຂາດຈາກພະຍາດໂຄວິດ-19 ເຈົ້າໜ້າທີ່ກໍຈະສືບຕໍ່ນໍາເອົາໂຕມາດຳເນີນຄະດີຕາມຂະບວນການຍຸຕິທຳ ຕາມສະຖານຄວາມຜິດໜັກ, ເບົາ ທີ່ກົດໝາຍກຳນົດ ຈະບໍ່ມີການລະເວັ້ນເດັດຂາດ ເຖິງກຸ່ມຄົນດັ່ງກ່າວຈະເປັນເຈົ້າໜ້າທີ່ລັດ, ປະຊາຊົນກໍຕາມ.

ຂ່າວ: ສັນຕິ, ພາບ: ຄຳສອນ