ນາຍົກຖະແຫຼງ ການສືບຕໍ່ປະຕິບັດມາດຕະການສະກັດກັ້ນ ການແຜ່ລະບາດຂອງພະຍາດໂຄວິດ-19 ຢ່າງເຂັ້ມງວດ

348

ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ໄດ້ຖະແຫລງຂ່າວ ກ່ຽວກັບການສືບຕໍ່ປະຕິບັດມາດຕະການສະກັດກັ້ນ ແລະ ຕ້ານການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ໃນວັນທີ 5 ພຶດສະພາ 2021 ທີ່ ສຳນັກງານນາຍົກລັດຖະມົນຕີ.


ທ່ານນາຍົກກ່າວວ່າ: ໃນມື້ວານນີ້ (ວັນອັງຄານ, ວັນທີ 04 ພຶດສະພາ 2021) ຄະນະສະເພາະກິດ ໄດ້ລາຍງານຜົນການຈັດຕັ້ງປະຕິບັດມາດຕະການຕ່າງໆ ທີ່ກໍານົດໃນຄໍາສັ່ງເລກທີ່ 15/ນຍ, ແຈ້ງການເພີ່ມເຕີມ, ຄໍາແນະນໍາຂອງ ຄະນະສະເພາະ ແລະ ອົງການປົກຄອງຫ້ອງຖິ່ນ ແລະ ການປະເມີນທ່າອ່ຽງຂອງການລະບາດ ໃຫ້ລັດຖະບານ ຊຶ່ງສາມາດຕີລາຄາໄດ້ວ່າ ຜ່ານການຕິບັດເນື້ອໃນນິຕິກໍາຕ່າງໆດັ່ງກ່າວຂ້າງເທິງ, ມາດຕາການຕ່າງໆກ່ຽວຂ້ອງຄົບຖ້ວນ ແລະ ມີຜົນສຳເລັດດີພໍສົມຄວນ.

ເຖິງຢ່າງໃດກໍຕາມ ກໍມີບັນຫາຈໍານວນຫນຶ່ງ ທີ່ຍັງຕ້ອງເອົາໃຈໃສ່ແກ້ໄຂ ເປັນຕົ້ນ: ການຜັນຂະຫຍາຍຄຳສັ່ງ 15/ນຍ ຢູ່ບາງທ້ອງຖິ່ນ, ບາງຂັ້ນ ຍັງບໍ່ທັນຖືກຕ້ອງ ແລະ ເອກະພາບ ໂດຍສະເພາະແມ່ນການຂົນສົ່ງສິນຄ້າຕ່າງໆ; ສະຕິຄວາມຮັບຜິດຊອບຍັງບໍ່ທັນສູງ, ບາງບ່ອນບາງບຸກຄົນ ຍັງມີການລ່ວງລະເມີດ, ຊຶ່ງເຮັດໃຫ້ມີຄວາມສ່ຽງໃນການຕິດເຊື້ອ ແລະ ແຜ່ເຊື້ອ; ການວິເຄາະກວດຫາເຊື້ອ ສະ ຖານທີ່ປິ່ນປົວບາງບ່ອນຍັງຈໍາກັດ ຍັງບໍ່ທັນກັບສະພາບການ; ການໃຫ້ຂໍ້ມູນຂອງເປົ້າໝາຍກ່ຽວຂ້ອງ ທີ່ມີຄວາມສ່ຽງບໍ່ຊັດເຈນ, ຈໍານວນໜຶ່ງຍັງບໍ່ໃຫ້ການຮ່ວມມື ເຮັດໃຫ້ການຕິດຕາມເອົາຄົນເຈັບມາປິ່ນປົວລ້າຊ້າ ແລະ ມີຄວາມສ່ຽງຕໍ່ການແຜ່ເຊື້ອຕໍ່; ຈຳນວນໜຶ່ງເມື່ອກວດພົບເຊືຶ້ອແລ້ວ ບໍ່ຍອມປິ່ນປົວ, ຍັງເອົາຕົວຫລົບລີ້ ອັນໄດ້ສ້າງຄວາມຫຍຸ້ງຍາກໃຫ້ແກ່ວິຊາການ ກໍຄື ສັງຄົມບໍ່ໜ້ອຍ ແລະ ກໍ່ຍັງເປັນທີ່ມາຂອງຄວາມສ່ຽງທີ່ຈະເຮັດໃຫ້ການແຜ່ເຊື້ອລະບາດຄືນໄດ້ງ່າຍໆ.


ຈາກສະພາບດັ່ງກ່າວ, ອີງຕາມການຕີລາຄາຂອງຄະນະສະເພາະກິດ ເຖິງວ່າອັດຕາສ່ວນຈຳນວນຜູ້ຕິດເຊື້ອບາງເຂດໄດ້ມີທ່າອ່ຽງຫລຸດລົງກໍຕາມ, ແຕ່ປະເທດພວກເຮົາກໍ່ຍັງບໍ່ທັນຫລຸດພົ້ນອອກຈາກຄວາມສ່ຽງ ໃນລະດັບແນ່ນອນໄດ້ເທື່ອ. ສະນັ້ນ, ໂດຍເຫັນໄດ້ເຖິງຄວາມອັນຕະລາຍດັ່ງກ່າວ, ພັກ-ລັດຖະບານ, ອົງການປົກຄອງແຕ່ລະຂັ້ນ ຈຶ່ງໄດ້ພ້ອມກັນຕົກລົງ ສືບຕໍ່ປະຕິບັດມາດຕະການຕ່າງໆ ແຕ່ລະ ລະດັບຕາມຄຳສັ່ງຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 87/ຄລສພ, ຄຳສັ່ງສະບັບເລກທີ 15/ນຍ, ຄຳແນະນຳ ຂອງຄະນະສະເພາະກິດຂັ້ນສູນກາງ, ແຈ້ງການຂອງ ຫສນຍ ສະບັບເລກທີ 406/ຫສນຍ ອອກໄປຕື່ມ 15 ວັນ ຈົນຮອດວັນທີ 20 ພຶດສະພາ 2021. ໃນນີ້, ສຳລັບທ້ອງຖິ່ນຕ່າງໆ ແມ່ນໃຫ້ອີງຕາມສະພາບຕົວຈິງຂອງຕົນ ເພື່ອກຳນົດມາດຕະການຕ່າງໆ ທີ່ແທດເໝາະ.

ລັດຖະບານຮັບຮູ້ວ່າ ການສືບຕໍ່ແກ່ຍາວເວລາຂອງການປະຕິບັດມາດຕະການຕ່າງໆ ທີ່ວາງອອກ ແນ່ນອນວ່າຈະສ້າງຄວາມຫຍຸ້ງຍາກ ໃຫ້ແກ່ການດຳລົງຊີວິດປະ ຈຳວັນ, ແຕ່ຂໍໃຫ້ພ້ອມກັນເຂົ້າໃຈ ແລະ ອົດທົນຜ່ານຜ່າໄປນຳກັນ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຄັ້ງນີ້ໃຫ້ໄດ້. ໃນໄລຍະທີ່ປະຕິບັດມາດຕະການດັ່ງກ່າວ, ລັດຖະບານ ກໍຈະພະຍາຍາມສ້າງເງື່ອນໄຂອຳນວຍຄວາມສະດວກດ້ານຕ່າງໆ ເພື່ອໃຫ້ທຸກຄົນໃນສັງຄົມ ໄດ້ດຳລົງຊີວິດເປັນປົກກະຕິແບບ ໃໝ່ ໃຫ້ໄດ້ດີເທົ່າທີ່ຈະເຮັດໄດ້, ໄປພ້ອມກັບການປັບປຸງບັນດານະໂຍບາຍ ແລະ ມາດຕະການຕ່າງໆ ທາງດ້ານເສດຖະກິດ. ແນ່ນອນວ່ານະໂຍບາຍເຫລົ່ານັ້ນ ຈະບໍ່ສາມາດຕອບສະໜອງໄດ້ຕາມຄວາມຮຽກ ຮ້ອງຕ້ອງການຂອງທຸກພາກສ່ວນ ກໍຄືທຸກຄົນກໍ່ຕາມ, ແຕ່ກໍ່ເປັນຄວາມພະຍາຍາມຂອງລັດຖະບານ ໃນທ່າມກາງສະພາບທີ່ຫຍຸ້ງຍາກ ຄືຢູ່ໃນປັດຈຸບັນ.

ໃນໄລຍະປະຕິບັດມາດຕະການດັ່ງກ່າວ, ລັດຖະບານ ກໍ່ຄື ຄະນະສະເພາະກິດແຕ່ລະຂັ້ນ ຈະສືບຕໍ່ຕິດຕາມ, ປະເມີນສະພາບການເປັນແຕ່ລະໄລຍະ ແລະ ຈະພະ ຍາຍາມປັບຄວາມສົມດູນ ດ້ານມາດຕະການທາງການແພດ, ມາດຕະການບໍລິຫານ ແລະ ອຳນວຍຄວາມສະດວກ ດ້ານຊີວິດການເປັນຢູ່ຂອງປະຊາຊົນ ໄປຄວບຄູ່ກັນ. ຖ້າຢູ່ທ້ອງຖິ່ນໃດ ຫາກສະພາບການດີຂຶ້ນ ກໍ່ໃຫ້ທ້ອງຖິ່ນນັ້ນພິຈາລະນາ ແລະ ອອກມາດຕະການຜ່ອນຄາຍ ຕາມຄວາມເໝາະສົມ, ພ້ອມທັງເຜີຍແຜ່ໃຫ້ສັງຄົມໄດ້ຮັບຊາບ ເພື່ອຈັດຕັ້ງປະຕິບັດຢ່າງເປັນເຈົ້າການ, ແຕ່ກົງກັນຂ້າມ ທ້ອງຖິ່ນໃດຫາກມີການລະ ບາດເພີ່ມຂຶ້ນ ກໍ່ຈະໄດ້ໃຫ້ນຳໃຊ້ມາດຕະການເຂັ້ມງວດຕື່ມອີກ.

ພາບຖະແຫຼງຂ່າວໂດຍ: ຂປລ