ເຊັນເປັນທາງການ ສືບຕໍ່ຈັດຕັ້ງປະຕິບັດຄຳສັ່ງເລກທີ15 ຮອດວັນ 20 ພຶດສະພາ 2021 ພ້ອມທິດຊີ້ນຳເພີ່ມຕື່ມ 4 ຂໍ້

710

ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໄດ້ອອກແຈ້ງການ ສືບຕໍ່ຈັດຕັ້ງປະຕິບັດ ຄໍາສັ່ງ ສະບັບເລກທີ 15/ນຍ, ລົງວັນທີ 21ເມສາ 2021 ວ່າດ້ວຍການເພີ່ມທະວີມາດຕະການສະກັດກັ້ນ, ຄວບຄຸມ ແລະ ກຽມຄວາມ ພ້ອມຮອບດ້ານ ເພື່ອຕ້ານພະຍາດ COVID-19 ຮອດວັນທີ 20 ພຶດສະພາ 2021. ພ້ອມທັງທິດຊີ້ນຳເພີ່ມຕື່ມ4ຂໍ້

ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໄດ້ອອກແຈ້ງການເລກທີ 469 /ຫສນຍ ນະຄອນຫຼວງວຽງຈັນ, ວັນທີ 5 ພຶດສະພາາ. 2021, ເລື່ອງທິດຊີ້ນໍາກ່ຽວກັບການສືບຕໍ່ຈັດຕັ້ງປະຕິບັດ ຄໍາສັ່ງ ສະບັບເລກທີ 15/ນຍ, ລົງວັນທີ 21ເມສາ 2021 ວ່າດ້ວຍການເພີ່ມທະວີມາດຕະການສະກັດກັ້ນ, ຄວບຄຸມ ແລະ ກຽມຄວາມ ພ້ອມຮອບດ້ານ ເພື່ອຕ້ານພະຍາດ COVID-19 ຮອດວັນທີ 20 ພຶດສະພາ 2021.

ອີງຕາມການປະເມີນ ແລະ ລາຍງານຂອງຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ຄັ້ງວັນທີ 04 ພຶດສະພາ 2021; ອີງຕາມຈິດໃຈຊີ້ນໍາຂອງກອງປະຊຸມນາຍົກ-ຮອງນາຍົກລັດຖະມົນຕີ ຮ່ວມກັບຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ໃນວັນທີ 04 ພຶດສະພາ 2021.


ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຂໍຖືເປັນກຽດແຈ້ງມາຍັງທ່ານຊາບ ດັ່ງນີ້: ຜ່ານການ ຈັດຕັ້ງປະຕິບັດຄໍາສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 15/ນຍ, ລົງວັນທີ 21 ເມສາ 2021, ແຈ້ງການ ຂອງຂະແຫນງການ, ອົງການກ່ຽວຂ້ອງ ແລະ ຄໍາແນະນໍາຂອງຄະນະສະເພາະກິດ ແຕ່ລະຂັ້ນ ວາງອອກ ເຫັນວ່າ ການຈັດຕັ້ງທຸກພາກສ່ວນ ທຸກຂັ້ນ ລວມທັງຂອງພາກລັດ, ພາກທຸລະກິດ ແລະ ສັງຄົມ ລ້ວນແຕ່ໄດ້ປະຕິບັດ ຫນ້າທີ່ ດ້ວຍຄວາມຮັບຜິດຊອບສູງ ແລະ ບໍ່ຮູ້ອິດຮູ້ເມື່ອຍ, ໃນນີ້ ລວມທັງການຊີ້ນໍາບັນຊາ ຂອງອົງການປົກຄອງ, ຄະນະສະເພາະກິດທຸກຂັ້ນ, ການປະຕິບັດຫນ້າທີ່ວິຊາສະເພາະ ຂອງກໍາລັງປະກອບອາວຸດ ແລະ ພະນັກ ງານແພດຫມໍ ທຸກຂັ້ນ ເຮັດໃຫ້ສາມາດຄວບຄຸມການແຜ່ລະບາດ ໄດ້ໃນລະດັບຫນຶ່ງ. ແຕ່ອີງຕາມການປະເມີນ ຂອງຄະນະສະເພາະກິດ ແລະ ອົງການອະນາໄມໂລກ, ເຖິງວ່າຈໍານວນຜູ້ຕິດເຊື້ອ ມີທ່າອ່ຽງຫຼຸດລົງ, ແຕ່ຢູ່ ນະຄອນຫຼວງວຽງຈັນ ແລະ ບາງທ້ອງຖິ່ນ ແມ່ນຍັງມີຜູ້ຕິດເຊື້ອຫຼາຍຢູ່, ສິ່ງທີ່ເປັນຄວາມສ່ຽງກວ່ານັ້ນ ບຸກຄົນ ທີ່ໄດ້ກວດພົບວ່າມີເຊື້ອພະຍາດ ແຕ່ບໍ່ທັນມາສະເຫນີຕົວ ແລະ ປິ່ນປົວເທື່ອ. ສະນັ້ນ, ລັດຖະບານ ຈຶ່ງຕົກລົງ ແລະ ມີທິດຊີ້ນໍາ ດັ່ງນີ້:


1. ສືບຕໍ່ປະຕິບັດມາດຕະການຕ່າງໆ ທີ່ລະບຸໃນຄໍາສັ່ງ ສະບັບເລກທີ 15/ນຍ, ລົງວັນທີ 21 ເມສາ 2021 ແຈ້ງການຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ສະບັບເລກທີ 406/ຫສນຍ ລົງວັນທີ 26 ເມສາ 2021 ແລະ ຄໍາແນະນໍາຂອງຄະນະສະເພາະກິດຂັ້ນສູນກາງ ອອກໄປຕື່ມອີກ 15 ວັນ ເລີ່ມຕັ້ງແຕ່ເວລາ 00:00 ໂມງ ຂອງວັນທີ 06 ຫາ ເວລາ 24:00 ໂມງ ຂອງວັນທີ 20 ພຶດສະພາ 2021. ສໍາລັບທ້ອງຖິ່ນຕ່າງໆ ແມ່ນໃຫ້ອີງຕາມສະພາບຕົວຈິງຂອງຕົນ ເພື່ອກໍານົດມາດຕະການຕ່າງໆ ທີ່ແທດເຫມາະ.


2. ໃຫ້ຄະນະສະເພາະກິດ, ຂະແຫນງການ ແລະ ອົງການປົກຄອງທ້ອງຖິ່ນ ສືບຕໍ່ປະຕິບັດຕາມການມອບ ຫມາຍຄວາມຮັບຜິດຊອບ ທີ່ໄດ້ກໍານົດໄວ້ໃນ ຄໍາສັ່ງເລກທີ 15/ນຍ ແລະ ແຈ້ງການເລກທີ 406/ຫສນຍ, ພ້ອມ ກັນນີ້ ກໍ່ໃຫ້ເອົາໃຈໃສ່ຕື່ມບາງວຽກຈຸດສຸມ ດັ່ງນີ້:


1) ກະຊວງສາທາລະນະສຸກ ສືບຕໍ່ເລັ່ງລັດຊອກຫາຜູ້ຕິດເຊື້ອ, ຜູ້ສໍາຜັດໃກ້ຊິດຜູ້ຕິດເຊື້ອ ແລະ ຜູ້ທີ່ມີຄວາມສ່ຽງ ເພື່ອມາ – ກວດວິເຄາະຫາເຊື້ອໃຫ້ຫມົດ, ສຸມໃສ່ປິ່ນປົວຜູ້ຕິດເຊື້ອໃຫ້ຫາຍດີເປັນປົກກະຕິ ໂດຍໄວ; ໃຫ້ຮີບຮ້ອນນໍາເອົາຜູ້ທີ່ໄດ້ພົບເຫັນວ່າຕິດເຊື້ອ ທີ່ຍັງບໍ່ທັນມາສະເຫນີຕົວ ຫຼື ຍັງຫຼົບລີ້ ໃຫ້ມາປິ່ນປົວ ຢູ່ໂຮງຫມໍ ຕາມການກໍານົດຂອງແພດ ໂດຍໄວ;  ສືບຕໍ່ສັກວັກຊີນກັນພະຍາດໃຫ້ກຸ່ມເປົ້າຫມາຍ ແລະ ປະຊາຊົນທົ່ວໄປ ໃຫ້ໄດ້ຫຼາຍເທົ່າທີ່ຈະຫຼາຍໄດ້, ພ້ອມທັງຈັດຊື້ວັກຊີນ ໃຫ້ໄດ້ຕາມແຜນການ.

2) ຄະນະສະເພາະກິດ ສົມທົບອົງການປົກຄອງທ້ອງຖິ່ນ ແລະ ພາກສ່ວນກ່ຽວຂ້ອງສືບຕໍ່ປັບປຸງສະຖານ ທີ່ຈໍາກັດບໍລິ ເວນ, ໂຮງຫມໍພາກສະຫນາມ ໃຫ້ໄດ້ມາດຕະຖານດີຂຶ້ນກວ່າເກົ່າ ຮັບປະກັນ ບໍ່ໃຫ້ມີການແຜ່ເຊື້ອ ຢູ່ສະຖານທີ່ດັ່ງກ່າວ; ໃຫ້ຄະນະສະເພາະກິດ ສືບຕໍ່ຮ່ວມມືກັບວິຊາການແພດ ປະເທດເພື່ອນມິດ ເພື່ອຄວບຄຸມ ແລະ ແກ້ໄຂການລະບາດ ໃຫ້ໄດ້ ໂດຍໄວ; ສົມທົບກັບຂະແຫນງກ່ຽວຂ້ອງ ແລະ ທ້ອງຖິ່ນ ສືບຕໍ່ໂຄສະນາເຜີຍແຜ່ ເຖິງຜົນຮ້າຍພະຍາດCOVID-19, ມາດຕະການປ້ອງກັນການຕິດເຊື້ອ ແລະ ແຜ່ເຊື້ອ ໃຫ້ສັງຄົມຮັບຊາບ ຢ່າງທົ່ວ ເຖິງ ແລະ ເປັນປົກກະຕິ, ພ້ອມທັງຕິດຕາມ ກວດກາ ການປະຕິບັດມາດຕະການຕ່າງໆ ທີ່ວາງ ອອກໃຫ້ມີປະສິດທິຜົນ; ອໍານວຍຄວາມສະດວກໃຫ້ແກ່ການຈໍລະຈອນສິນຄ້າ-ການດໍາເນີນກິດຈະການສໍາຄັນຕ່າງໆ ຂອງ
ລັດຖະບານ, ການທໍາມາຫາກິນ ແລະ ການຜະລິດກະສິກໍາຂອງປະຊາຊົນ ເພື່ອສະຫນອງສະບຽງອາຫານ ໃຫ້ສັງຄົມພຽງພໍ ໃນແຕ່ລະວັນ; – ປັບປຸງເນື້ອໃນຖະແຫຼງຂ່າວປະຈໍາວັນໃຫ້ຫຼາກຫຼາຍ, ກະທັດຮັດ ແລະ ເຂົ້າໃຈງ່າຍ.


3. ໃຫ້ຄະນະສະເພາະກິດ ແຕ່ລະຂັ້ນ ສືບຕໍ່ຕິດຕາມ, ປະເມີນສະພາບການເປັນແຕ່ລະໄລຍະ, ຖ້າຢູ່ ທ້ອງຖິ່ນໃດ ສະພາບການດີຂຶ້ນ ກໍໃຫ້ທ້ອງຖິ່ນນັ້ນ ພິຈາລະນາ ແລະ ອອກມາດຕະການຜ່ອນຄາຍ ຕາມຄວາມ ເຫມາະສົມ, ພ້ອມທັງ ເຜີຍແຜ່ໃຫ້ສັງຄົມ ໄດ້ຮັບຊາບ ເພື່ອຈັດຕັ້ງປະຕິບັດ ຢ່າງເປັນເຈົ້າການ. ແຕ່ກົງກັນຂ້າມ ທ້ອງຖິ່ນໃດ ຫາກຍັງມີການລະບາດ ເພີ່ມຂຶ້ນ ກໍໃຫ້ນໍາໃຊ້ມາດຕະການເຂັ້ມງວດຕື່ມອີກ.


4. ໃຫ້ຄະນະສະເພາະກິດ ແຕ່ລະຂັ້ນ ສົມທົບກັບພາກສ່ວນກ່ຽວຂ້ອງ ສືບຕໍ່ລະດົມ ທຶນ ແລະ ຮັບເອົາ ການຊ່ວຍເຫຼືອ ຈາກທຸກພາກສ່ວນໃນສັງຄົມ ເພື່ອນໍາໃຊ້ເຂົ້າໃນການ ຈັດຕັ້ງປະຕິບັດວຽກງານປ້ອງກັນ, ສະ ກັດກັ້ນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດ COVID-19.

ສະໜັບສະໜູນໂດຍ: