ລາຍງານຜົນມື້ນີ້ ນະຄອນຫຼວງ ແລະບໍ່ແກ້ວຍັງຢູ່ສອງຕົວເລກ

338

ການລະບາດຂອງພະຍາດໂຄວິດ-19 ຢູ່ປະເທດເຮົາມາຮອດວັນທີ 5 ພຶດສະພາຕາມການຖະແຫຼງຂ່າວຂອງຄະນະສະເພາະກິດ ສຳລັບການກວດວິເຄາະໃນວັນທີ 4 ແມ່ນມີທັງໝົດ 1.072 ຕົວຢ່າງ ໃນນັ້ນພົບເຊື້ອ 46 ຄົນ ຫຼາຍສຸດຍັງແມ່ນຢູ່ນະຄອນຫຼວງວຽງຈັນ 19 ຄົນ ແລະຕາມມາດ້ວຍແຂວງບໍ່ແກ້ວ 15 ຄົນ, ຈຳປາສັກ ແລະສະຫວັນນະເຂດແຂວງລະ 6  ຄົນ.

ເຮັດໃຫ້ຕົວເລກສະສົມຂອງຜູ້ຕິດເຊື້ອໂຄວິດ-19 ຢູ່ ສປປ ລາວ ມາຮອດປະຈຸບັນມີທັງໝົດ 1.072 ຄົນ (ໃໝ່ 46)
ບໍ່ມີຜູ້ເສຍຊີວິດ, ໃນຈຳນວນຜູ້ຕິດເຊື້ອທັງໝົດ ແມ່ນໄດ້ຮັບການ ປິ່ນປົວຫາຍດີ 99 ຄົນ, ຍັງນອນຕິດຕາມປິ່ນປົວຢູ່ສະຖານທີ່ຄະນະສະເພາະກິດກຳນົດໄວ້ ໃນຕ່ລະແຂວງ ຈຳນວນ 973 ຄົນ ເຊັ່ນ:


ນະຄອນຫຼວງວຽງຈັນ 586 ຄົນ (ໃໝ່ 19), ມື້ວັນທີ 4 ພຶດສະພາອອກໂຮງໝໍ 39 ຄົນ (ມິດຕະພາບ 19 ຄົນ ແລະ ໂຮງໝໍ 103 ອອກ 20 ຄົນ ເພື່ອສືບຕໍ່ຈຳກັດບໍລິເວນຢູ່ບ້ານ 14 ວັນ), ແຂວງຈຳປາສັກ 157 ຄົນ (ໃໝ່ 6), ສຳລັບຄົນເຈັບແຂວງເຊກອງ ແມ່ນນອນປິ່ນປົວຢູ່ແຂວງຈຳປາສັກ, ແຂວງບໍ່ແກ້ວ 133 ຄົນ (ໃໝ່ 15) ແຂວງສະຫວັນນະເຂດ 38 ຄົນ (ໃໝ່ 6).

ສຳລັບແຂວງອື່ນໆແມ່ນຍັງຢູ່ໃນຕົວເລກເດີມເຊັ່ນ:  ແຂວງຫຼວງພະບາງ 13 ຄົນ, ແຂວງວຽງຈັນ 14 ຄົນ, ແຂວງສາລະວັນ 7 ຄົນ, ຫຼວງນ້ຳທາ 6 ຄົນ, ອຸດົມໄຊ 8 ຄົນ, ຜົ້ງສາລີ 3 ຄົນ, ໄຊຍະບູລີ 3 ຄົນ, ບໍລິຄຳໄຊ 3 ຄົນ, ຄຳມ່ວນ 1 ຄົນ ແລະ ແຂວງຊຽງຂວາງ 1 ຄົນ ເຊິ່ງຄົນເຈັບທຸກຄົນ ແມ່ນມີສຸຂະພາບຮ່າງກາຍ ແລະ ສຸຂະພາບຈິດ ສົມບຸນ ປົກກະຕິ ແລະ ທຸກຄົນແຂງແຮງດີ.