ໄບເດັນ ປະກາດເປົ້າໝາຍໃໝ່ ສັກວັກແຊັງໃຫ້ກວມເອົາ 70% ກ່ອນສະຫຼອງວັນຊາດ

315

ສຳນັກຂ່າວຕ່າງປະເທດລາຍງານວ່າ ປະທານາທິບໍດີ ໂຈ ໄບເດັນ ຂອງສະຫະລັດອາເມຣິກາ ໄດ້ອອກມາປະກາດເປົ້າໝາຍໃໝ່ ໂດຍຕັ້ງເປົ້າວ່າ ຈະຊັກວັກແຊັງປ້ອງກັນໂຄວິດ-19 ໃຫ້ຊາວອາເມຣິກາທີ່ເປັນຜູ້ໃຫຍ່ໃຫ້ກວມເອົາ 70% ກ່ອນວັນທີ 4 ກໍລະກົດຈະເຖິງນີ້ ເຊິ່ງເປັນວັນຊາດຂອງອາເມຣິກາ.


ການປະກາດແຜນດັ່ງກ່າວ ເພື່ອເປັນການກະຕຸ້ນຄວາມຮູ້ສຶກນຶກຄິດຂອງປະຊາຊົນທີ່ມີຂໍ້ສົງໄສຕໍ່ປະສິດທິພາບຂອງວັກແຊັງ ໃຫ້ຫັນມາສົນໃຈເຂົ້າສັກວັກແຊັງດັ່ງກ່າວ. ທັງນີ້ ການຄວາມຕ້ອງການຂອງປະຊາຊົນທີ່ຢາກສັກວັກແຊັງປ້ອງກັນໂຄວິດ-19 ໃນອາເມຣິກາໄດ້ຫຼຸດລົງນັບມື້, ບາງລັດບໍ່ເຖິງເຄິ່ງໜຶ່ງຂອງປະລິມານວັກແຊັງທີ່ມີຢູ່ຊ້ຳ.


ທ່ານ ໄບເດັນ ກ່າວວ່າ: ຊາວອາເມຣິກາທຸກຄົນຕ້ອງໄດ້ຮັບການສັກວັກແຊັງປ້ອງກັນໂຄວິດ-19 ເພື່ອຄວາມປອດໄພຂອງຕົວທ່ານເອງ, ຄອບຄົວ ແລະ ຄົນທີ່ທ່ານຮັກ ໂດຍທຸຄົນສາມາດໄປສັກວັກແຊັງຢູ່ຕາມໂຮງໝໍຕ່າງໆ, ໂຮງໝໍຊຸມຊົນ ລວມທັງຄລີນິກ ຢູ່ອາເມຣິກາ ໄດ້ທຸກມື້.


ມາຮອດປັດຈຸບັນຊາວອາເມຣິກາປະມານ 56% ໄດ້ຮັບວັກແຊັງເຂັມທຳອິດໄປແລ້ວ ແລະ ອີກເກືອບ 105 ລ້ານຄົນໄດ້ຮັບວັກແຊັງຄົບ 2 ໂດສແລ້ວ, ແຕ່ປັດຈຸບັນມີປະຊາຊົນໄປສັກວັກແຊັງເຂັມທຳອິກຫຼຸດລົງ ຫຼາຍກວ່າເຄິ່ງໜຶ່ງ ເມື່ອທຽບກັບໄລຍະຜ່ານມາ.