ຄຣິດຕິນາ ລາສະສິມມາ ກັບຊຸດບູຮານອັນເກົ່າແກ່ຈາກຮ້ານຜ້າໄໝ Antique Lao Textile

515

ຄຣິດຕິນາ ລາສະສິມມາ Miss Universe Laos 2020 ປ່ອຍພາບຕອນໄປກາບໄຫວ້ ແລະ ເຮັດບຸນທີ່ວັດລາວໃນ ຟໍຣິດ້າ ສະຫະລັດອາເມລິກາ ຕອນ 8 ໂມງເຊົ້າ ຂອງວັນທີ 4 ພຶດສະພາ 2021 ເພື່ອຂໍພອນກ່ອນເຂົ້າກອງປະກວດ Miss Universe 2020


ສໍາລັບຊຸດທີ່ຄຣິດຕິນາ ລາສະສິມມາ ສວມໃສ່ແມ່ນມີຄຸນຄ່າ ແລະ ມີຄວາມໝາຍທີ່ສຸດ ເພາະແມ່ນຊຸດບູຮານທີ່ມີອາຍຸຫລາຍກວ່າ 100ປີ ເຊິ່ງຊຸດດັ່ງກ່າວແມ່ນຈາກຮ້ານ Phamai Antique Lao Textile
ເຊິ່ງມີແຄັບຊັນບາງຕອນທີ່ຄຣິດຕິນາ ຂຽນໄວ້ວ່າ “ຊຸດໃໝ່ ມີເງິນຊື້ມື້ໃດກໍໄດ້, ສ່ວນຊຸດເກົ່າແກ່ນັ້ນ ຄືມູນມໍລະດົກທີ່ສືບທອດກັນມາ ຈາກລຸ້ນສູ່ລຸ້ນ ນັ້ນກໍຄືມູນຄ່າດ້ານຈິດໃຈທີ່ແທ້ຈິງ”.


ຄຣິດຕິນາ ແມ່ນເຈົ້າຂອງມົງກຸດທີ 4 ຈາກເວທີ Miss Universe Laos 2020 ແລະ ປັດຈຸບັນກຳລັງ ນຳສາຍສະພາຍລາວໄປເສີດສາຍໃນເວທີສາກົນ ເພື່ອໄປຊີງມຸງກຸດອັນຊົງກຽດທີ່ ຟໍຣິດ້າ ສະຫະລັດອາເມລິກາ ແລະ ຢາກໃຫ້ແຟນໆຊາວລາວທຸກຄົນຊ່ວຍເຊຍ ແລະ ເປັນກໍາລັງໃຈ ໃຫ້ຕົວແທນຈາກປະເທດລາວເພື່ອນໍາວັດທະນະທໍາອັນດີງາມໄປເຜີຍແຜ່ຕໍ່ສາກົນ ແລະ ນໍາຄວາມພາກພູມໃຈນັ້ນກໍຄືມົງກຸດທໍາອິດມາຝາກມາຕ້ອນຊາວລາວ


ມື້ນີ້ຂ່າວບັນເທີງກໍໄດ້ນຳເອົາພາບງາມໆ ທີ່ ຄຣິດຕິນາ ສວມໃສ່ຊຸດທີ່ຊົງຄຸນຄ່າອາຍຸຫຼາຍກວ່າ 100 ປີ ມາໃຫ້ທ່ານໄດ້ຊົມນໍາກັນ

ສະໜັບສະໜູນຂ່າວໂດຍ: