ລອງເຮັດຕາມ! 9ເທັກນິກງ່າຍໆ ທີ່ຈະເຮັດໃຫ້ຊີວິດທ່ານດີຂຶ້ນ

696

ທ່ານຜູ້ອ່ານທີ່ຮັກແພງ ການປ່ຽນແປງຕົນເອງມັນບໍ່ແມ່ນເລື່ອງງ່າຍ ແຕ່ມັນກໍບໍ່ແມ່ນເລື່ອງຍາກສໍາລັບຄົນທີ່ມີຄວາມພະຍາຍາມ ຄົນທີ່ຕັ້ງໃຈ ມຸ່ງໝັ້ນທີ່ຈະພັດທະນາຕົນເອງແທ້ ແລະ ຜູ້ຂຽນເອງກໍ່ເຊື່ອວ່າມີຄົນຈໍານວນບໍ່ໜ້ອຍທີ່ກໍາລັງພະຍາຍາມຢູ່ ເພື່ອໃຫ້ໄປຮອດເປົ້າໝາຍທີ່ວາງໄວ້.

ດັ່ງນັ້ນ ມື້ນີ້ ຜູ້ຂຽນມີເທັກນິກທີ່ຈະຊ່ວຍໃຫ້ຊີວິດທ່ານດີຂຶ້ນ ຫຼື ປະສົບຄວາມສໍາເລັດ ເຊິ່ງມີນໍາກັນທັງໝົດ 9ເທັກນິກຄື

1 ເພີ່ມພຶດຕິກໍາໃໝ່ງ່າຍກວ່າ ເລີກເຮັດສິ່ງເກົ່າໆ

ການຫັກດິບມັກເປັນວິທີທີ່ບໍ່ໄດ້ຜົນເທົ່າທີ່ຄວນ ແທນທີ່ຈະເລີກເຮັດພຶດຕິກໍາແນວບໍ່ດີ ຢ່າງກະທັນຫັນ ລອງປ່ຽນເປັນເພີ່ມພຶດຕິກໍາໃໝ່ ທີ່ດີເຂົ້າໄປຈະດີກວ່າ.

2 ກໍານົດເວລາທີ່ແນ່ນອນໃຫ້ກັບເປົ້າໝາຍ

ເປົ້າໝາຍທີ່ເຮັດໄປເລື້ອຍໆ ແບບບໍ່ມີກໍານົດເວລາແນ່ນອນ ມີແນວໂນ້ມທີ່ຈະປະສົບຄວາມສໍາເລັດນ້ອຍກວ່າ ເພາະໃນທາງຈິດຕະວິທະຍາຄົນເຮົາມັກທີ່ຈະຮັກຄວາມສະບາຍເປັນຕົ້ນທຶນຢູ່ແລ້ວ ເມື່ອບໍ່ມີກໍານົດເວລາໃຫ້ຊັດເຈນຈຶ່ງມັກທີ່ຈະຍັບມື້ອອກໄປ ແລະເຮັດຫຍັງບໍ່ແລ້ວຈັກເທື່ອ.

3 ແບ່ງເປົ້າໝາຍອອກເປັນຍ່ອຍໆ

ເມື່ອເລີ່ມຄິດປ່ຽນແປງບາງສິ່ງບາງຢ່າງໃນຕົວເອງ ຢ່າຄິດວ່ານັ້ນແມ່ນການແລ່ນທາງໄກ ແຕ່ຄວນໝັ່ນກວດເຊັກຄວາມກ້າວໜ້າຂອງຕົວເອງເປັນໄລຍະໆ ເມື່ອເຮັດສໍາເລັດໄປຂັ້ນໜຶ່ງກໍຖືວ່າເຮົາໄດ້ກ້າວມາໄກກວ່າຈຸດເກົ່າແລ້ວ ການຄິດແບບນີ້ຈະຊ່ວຍຕື່ມພະລັງໄດ້ເປັນຢ່າງດີ.

4 ໃຊ້ປະໂຫຍດຈາກແຮງກະຕຸ້ນ

ໝັ່ນບອກຕົນເອງສະເໝີວ່າ ຖ້າເຮັດຕາມເປົ້າໝາຍສໍາເລັດແລ້ວຊີວິດຈະດີຂຶ້ນແນວໃດແນ່ເຊັ່ນ: ສຸຂະພາບດີຂຶ້ນ ມີຄວາມສຸກຫຼາຍຂຶ້ນ ຫາເງິນໄດ້ຫຼາຍຂຶ້ນ.

5 ວັດຜົນການປ່ຽນແປງໃຫ້ເປັນຮູບປະທໍາ

ປັດຈຸບັນມີຕົວຊ່ວຍຫຼາຍໃນການໃຊ້ຊີວິດປະຈໍາວັນໃຫ້ງ່າຍຂຶ້ນເຊັ່ນ ແອັບພຣີເຄເຊິນຕ່າງໆ ທີ່ເປັນປະໂຫຍດ ບໍ່ວ່າຈະເປັນແອັບທີ່ບັນທຶກລາຍຈ່າຍ, ແອັບຄໍານວນ ແລະ ບັນທຶກແຄລໍຣີຈາກການອອກກໍາລັງກາຍ ຫຼື ຫາປຶ້ມບັນທຶກມາຈົດກ່າຍປຽບທຽບກໍໄດ້.

6 ຫາໝູ່ມາປ່ຽນແປງໄປນໍາກັນ

ການເຮັດຫຍັງຄົນດຽວ ເວລາຄິດຈະເລີກເຮັດ ບາງທີເຮົາກໍເລີກເຮັດມັນໄປແບບງ່າຍໆ ແຕ່ຖ້າມີໝູ່ຮ່ວມພະຍາຍາມເຮັດໄປນໍາກັນ ນອກຈາກຈະເປັນກໍາລັງໃຈໃຫ້ກັນແລະກັນແລ້ວ ຍັງຄ້າຍຄືກັບມີ ຂໍ້ຜູກມັດເລັກນ້ອຍນໍາອີກ ດ້ວຍເຫດຜົນທີ່ວ່າຢ່າປ່ອຍໃຫ້ຫຼົ້ມເດັດຂາດ ເຈົ້າຈະປ່ອຍໃຫ້ຂ້ອຍເຮັດຄົນດຽວບໍ່ໄດ້ ເຮັດແບບນີ້ໂອກາດສໍາເລັດກໍຈະມີຫຼາຍຂຶ້ນ.

7 ວາງເງິນເດີມພັນ

ການມີເງິນເດີມພັນເລັກໆນ້ອຍໆ ເປັນການສ້າງແຮງກະຕຸ້ນໃຫ້ຜູ້ທີ່ຈະລົງສະໜາມເຮັດສິ່ງໃດສິ່ງໜຶ່ງນັ້ນ ທຸ່ມເຕັມທີ່ ແລະ ກ້າວເຂົ້າໃກ້ສູ່ຄວາມສໍາເລັດຫຼາຍຂຶ້ນ.

8 ປ່ຽນສິ່ງແວດລ້ອມອ້ອມຕົວ

ເຖິງແມ່ນວ່າຈະຢູ່ໃນສິ່ງແວດລ້ອມເກົ່າໆ ການປ່ຽນແປງກໍສາມາດເກີດຂຶ້ນໄດ້ ແຕ່ຈະດີກວ່າແນ່ນອນ ຖ້າເຮົາໄດ້ໄປຢູ່ໃນສະຖານທີ່ໃໝ່ ເຊິ່ງເອື້ອອໍານວຍກັບການພັດທະນາຕົວເອງຫຼາຍຂຶ້ນ.

9 ຕັ້ງເປົ້າໝາຍຢ່າງເໝາະສົມ

ບໍ່ວ່າຈະເຮັດຫຍັງກໍຕາມ ຄວນຕັ້ງເປົ້າໝາຍໃຫ້ມັນໃກ້ຄຽງກັບຄວາມເປັນຈິງທີ່ສຸດ ເພື່ອບໍ່ໃຫ້ເປົ້າໝາຍນັ້ນຢູ່ໄກອອກໄປ ຄວາມໝາຍຄື ຕັ້ງໃຫ້ເໝາະສົມກັບຄວາມສາມາດຂອງຕົນເອງ ເມື່ອບັນລຸແລ້ວຈຶ່ງຍັບຕັ້ງເປົ້າໝາຍໃຫຍ່ຂຶ້ນ ໄປເທື່ອລະລະດັບ.

ໂດຍ: ເອຢິບ
ທີ່ມາ: https://www.hotcourses.in.th/