ໂຣມາ ແຕ່ງຕັ້ງ ມູຣິນໂຢ ຄຸມທີມລະດູການໜ້າ

510

ສະໂມສອນ ໂຣມາ ໃນ ເຊຣີອາ ອີຕາລີ ປະກາດແຕ່ງຕັ້ງ ໂຈເຊ ມູຣິນໂຢ ຮັບໜ້າທີ່ຜູ້ຈັດການທີມ ໃນລະດູການໜ້າ ເຊັນສັນຍາຈົນເຖິງປີ 2024 ແທນທີ່ ເປົາໂລ ຟອນເຊກ້າ ຫຼັງຈົບລະດູການນີ້ທັນທີ.

ກ່ອນໜ້ານີ້ ມູຣິນໂຢ ກໍຮັບໜ້າທີ່ເປັນຄໍລຳນິສ ຂຽນບົດວິເຄາະທັດສະນະສ່ວນຕົວກ່ຽວກັບການແຂ່ງຂັນເຕະບານ ຢູໂຣ 2020 ທີ່ເລື່ອນມາແຂ່ງຂັນໃນປີນີ້ ລົງໜັງສືພິມ ເດີ ຊັນ ແລະ ຮັບໜ້າທີ່ເປັນຄອມເມັນເທເຕີ ນັກວິເຄາະ-ວິຈານ ການແຂ່ງຂັນເຕະບານ ຢູໂຣ 2020 ຜ່ານສື່ Sunday Times ແລະ ວິທະຍຸ talkSPORT.

ສໍາລັບ ມູຣິນໂຢ ຫາກໍແຍກທາງກັບ ທ໊ອດແນມ ຮ໊ອດສະເປີ ທີມໃນພຣີເມຍລີກ ອັງກິດ ເມື່ອ 2-3 ອາທິດ ທີ່ຜ່ານມາ. ຢ່າງໃດກໍຕາມ ມູຣິນໂຢ ເຄີຍມີປະສົບການຍິ່ງໃຫຍ່ໃນລີກສູງສຸດຂອງປະເທດອິຕາລີ ໃນການຄຸມທີມ ອິນເຕີ ມິລານ ລະຫວ່າງປີ 2008-2010 ແລະ ປະສົບຜົນສໍາເລັດມາແລ້ວ.