ເຈົ້າແຂວງຈຳປາສັກ ແລະ ອະດີດລັດຖະມົນຕີ ກະຊວງສາທາລະນະສຸກ ເຄື່ອນໄຫວຊຸກຍູ້ການປະຕິບັດມາດຕະການສະກັດກັ້ນ,ຄວບຄຸມ ແລະ ຕ້ານພະຍາດໂຄວິດ-19 ຢູ່ເມືອງບາຈຽງຈະເລີນສຸກ

226

ທ່ານ ວິໄລວົງ ບຸດດາຄຳ  ເຈົ້າແຂວງຈຳປາສັກ ພ້ອມທ່ານ ດຣ. ບຸນກອງ ສີຫາວົງ ອະດີດລັດຖະມົນຕີ ກະຊວງສາທາລະນະສຸກ ແລະຄະນະສະເພາະກິດຂັ້ນສູນກາງ-ແຂວງໄດ້ເຄື່ອນໄຫວຊຸກຍູ້ການປະຕິບັດມາດຕະການສະກັດກັ້ນ,ກັນການລະບາດ,ຄວບຄຸມ ແລະ ຕ້ານພະຍາດໂຄວິດ-19ຢູ່ເມືອງບາຈຽງຈະເລີນສຸກ ເມື່ອວັນທີ4 ເມສາຜ່ານມາ ໂດຍໃຫ້ກຽດຕ້ອນຮັບແລະລາຍງານສະພາບການຈັດຕັ້ງປະຕິບັດມາດຕະການປ້ອງກັນຄວບຄຸມ,ຕ້ານພະຍາດໂຄວິດ-19ພາຍໃນເມືອງໃນໄລຍະຜ່ານມາຂອງທ່ານ ສົມລິດ ປັນທະບົວສີ ເຈົ້າເມືອງບາຈຽງຈະເລີນສຸກ.

ພ້ອມນັ້ນຄະນະສະເພາະກິດຂັ້ນສູນກາງ,ແຂວງແລະຂັ້ນເມືອງຍັງໄດ້ມີຄຳເຫັນແລກປ່ຽນປະກອບຄຳຄິດເຫັນເພື່ອເຮັດໃຫ້ການສະກັດກັ້ນ,ກັນການລະບາດ,ຄວບຄຸມແລະຕ້ານພະຍາດໂຄວິດ-19ທັນກັບສະພາບການ.

ຈາກນັ້ນ ທ່ານ ດຣ. ບຸນກອງ ສີຫາວົງ ຍັງໄດ້ຮຽກຮ້ອງໃຫ້ຄະນະພັກ-ອຳນາດການປົກຄອງເມືອງກໍ່ຄືສາທາລະນະສຸກເມືອງຂຶ້ນແຜນກຳນົດເປົ້າໝາຍກຸ່ມສ່ຽງທີ່ຕ້ອງໄດ້ຮັບການສັກວັກຊິນໂດຍສະເພາະແມ່ນ ແພດໝໍທີ່ປິ່ນປົວໃກ້ຊິດກັບຄົນເຈັບ,ຜູ້ອາວຸໂສທີ່ມີອາຍຸ60ປີຂຶ້ນໄປແລະຜູ້ທີ່ມີພະຍາດຕິດໂຕ,ເອົາໃຈໃສ່ໃນການປະສານໃຫ້ຄວາມຮູ້ຄວາມເຂົ້າໃຈແກ່ປະຊາຊົນຕໍ່ມາດຕະການສະກັດກັ້ນ,ກັນການລະບາດ,ຄວບຄຸມ ແລະ ຕ້ານພະຍາດໂຄວິດ-19ຕິດພັນກັບການປະຕິບັດທຳລາຍແຫຼ່ງເພາະພັນໜອນນ້ຳໄຂ້ຍຸງລາຍ,ການປະຕິບັດ11ຕົວຊີວັດຂອງກະຊວງສາທາລະນະສຸກວາງອອກ.

ຈາກນັ້ນ ທ່ານ ເຈົ້າແຂວງຈຳປາສັກ ໄດ້ເນັ້ນໃຫ້ຄະນະພັກ-ອຳນາດການປົກຄອງເມືອງສືບຕໍ່ເພີ່ມທະວີການປະຕິບັດບັນດາມາດຕະການສະກັດກັ້ນ,ກັນການລະບາດ,ຄວບຄຸມແລະຕ້ານພະຍາດໂຄວິດ-19,ສືບຕໍ່ເພີ່ມທະວີວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບໂດຍສະເພາະແມ່ນ: ຕັ້ງຈຸດກວດກາລະຫວ່າງຊາຍແດນຕໍ່ກັບເມືອງອ້ອມຂ້າງແລະກວດກາການເຂົ້າ-ອອກເມືອງຂອງປະຊາຊົນ,ຊີ້ນຳໆພາປະເມີນຜົນການຈັດຕັ້ງປະຕິບັດຄຳສັ່ງຂອງນາຍົກລັດຖະມົນຕີສະບັບເລກທີ15/ນຍ,ຄຳສັ່ງ04ຂອງແຂວງຕິດພັນກັບການປະເມີນສັງລວມໃນການກະຕຸ້ນເສດຖະກິດ-ສັງຄົມໄປພ້ອມໆກັນແລະຕິດພັນກັບການປຸກລະດົມໃນທົ່ວສັງຄົມປະກອບສ່ວນເຂົ້າໃນວຽກງານສະກັດກັ້ນ,ຄວບຄຸມແລະຕ້ານພະຍາດໂຄວິດ-19.

ຈາກນັ້ນທ່ານເຈົ້າແຂວງຈຳປາສັກພ້ອມຄະນະສະເພາະກິດຍັງໄດ້ຢ້ຽມຢາມຈຸດຄັດກ່ອງເກັບຕົວຢ່າງໂຮງໝໍເມືອງຕື່ມອິກ.

ສະໜັບສະໜູນຂ່າວໂດຍ:

ຂ່າ-ພາບ: ນາງ ເພັດສະຫວັນ ນັກຂ່າວເມືອງ