ຂະຫຍາຍເວລາການປະຕິບັດຄຳສັ່ງເລກທີ15 ອອກໄປ ເຖິງວັນທີ 20 ພຶດສະພາ 2021

1049

ອີງໃສ່ສະພາບການຕົວຈິງກ່ຽວກັບການລະບາດຂອງພະຍາດໂຄວິດ-19 ໃນະຂະນີ້, ຄະນະສະເພາະກິດ ຄົ້ນຄວ້າເລິກເຊິ່ງແລ້ວ ຈິ່ງສະເໜີໃຫ້ລັດຖະບານ ສືບຕໍ່ປະຕິບັດຄຳສັ່ງເລກທີ15/ນຍ ລົງວັນທີ21 ເມສາ 2021 ວ່າດ້ວຍການເພີ່ມທະວີມາດຕະການສະກັດກັ້ນ, ຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານ ເພື່ອຕ້ານພະຍາດໂຄວິດ-19 ອອກໄປອີກ15ວັນ(ຮອດວັນທີ20 ພຶດສະພາ2021).

ໃນຕອນແລງວັນທີ 4 ພຶດສະພາ 2021 ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ, ຫົວໜ້າຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂ ພະຍາດອັກເສບປອດທີ່ ເກີດຈາກເຊື້ອຈຸລະໂລກສາຍພັນໃໝ່ໂຄວິດ-19  ໄດ້ຖະແຫລງຂ່າວກ່ຽວກັບ ການປະຕິບັດຄຳສັ່ງເລກທີ15/ນຍ ລົງວັນທີ 21 ເມສາ 2021 ວ່າດ້ວຍການເພີ່ມທະວີມາດຕະການສະກັດກັ້ນ, ຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານ ເພື່ອຕ້ານພະຍາດໂຄວິດ-19ວ່າ:ຜ່ານການປະເມີນຄວາມສ່ຽງ ແລະ ສີິ່ງທ້າທາຍຮອບດ້ານ ເຫັນວ່າການລະບາດໂຄວິດ-19 ຢູ່ປະເທດເຮົາ ຍັງເປັນທ່າອ່ຽງບໍ່ຫຼຸດລົງໄດ້ເທື່ອ

ຄະນະສະເພາະກິດ ຄົ້ນຄວ້າເລິກເຊິ່ງແລ້ວ ຈິ່ງສະເໜີໃຫ້ລັດຖະບານ ສືບຕໍ່ຈັດຕັ້ງປະຕິບັດບັນດາມາດຕະການທີີ່ໄດ້ກຳນົດໄວ້ຢູ່ໃນຄຳສັ່ງເລກທີ15/ນຍ,ແຈ້ງການ  ຄຳແນະນຳ ແລະ ມາດຕະການອື່ນທີ່ຂະແຫນງການ ແລະ ແຂວງວາງອອກໃຫ້ເຂັ້ມງວດ ອອກໄປອີກ 15 ຕໍ່ໜ້າ ໝາຍວ່າເຖິງວັນທີ 20 ພຶດສະພາ 2021.

ວີດີໂອຖະແຫຼງຂ່າວຂອງທ່ານຮອງນາຍົກ