ມອບ-ຮັບອີກແຫ່ງໂຮງໝໍພາກສະໜາມຫຼັກ 27 ກຽມພ້ອມຮອງຮັບຜູ້ຕິດເຊື້ອໂຄວິດ-19

413

ອີງໃສ່ຕົວເລກຜູ້ຕິດເຊື້ອໂຄວິດ-19 ຂອງຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19, ມາຮອດວັນທີ 4 ພຶດສະພານີ້, ສປປ ລາວ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ທັງໝົດ 1.026 ຄົນ,ໃນນັ້ນ ປິ່ນປົວດີແລ້ວ 60ຄົນແລະກຳລັງປິ່ນປົວ 966ຄົນ ຖືວ່າບໍ່ໜ້ອຍເລີຍ ຕໍ່ໜ້າສະພາບການຄືດັ່ງກ່າວ ລັດຖະບານໄດ້ກະກຽມໂຮງໝໍພາກສະໜາມຈຳນວນໜຶ່ງ ເພື່ອຮອງຮັບຜູ້ຕິດເຊື້ອທີ່ອາດເພີ່ມຂຶ້ນ ໃນນັ້ນ ວັນທີ 3 ໄດ້ເປີດໜາມກິລາລ້ານຊ້າງ ແລະຫຼ້າສຸດມື້ນີ້ໄດ້ເປີດໂຮງໝໍພາກສະໜາມຫຼັກ 27ແລ້ວ.


ໂຮງໝໍພາກສະໜາມຫຼັກ 27 ທີ່ເປີດນຳໃຊ້ໃນວັນທີ 4 ພຶດສະພາ 2021, ແມ່ນເປັນສະໜາມຍິງປືນກອງທັບ ແລະໄດ້ໝູນໃຊ້ເປັນໂຮງໝໍພາກສະໜາມເພື່ອຮອງຮັບຜູ້ທີ່ຕິດເຊື້ອພະໂຄວິດ-19 ສາຍພັນໃໝ່ ເຂົ້າຮ່ວມພິທີໂດຍສະຫາຍ ພົນຈັດຕະວາ ວັນທອງ ບຸດຕະວົງ ກໍາມະການຄະນະພັກກະຊວງ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ຄະນະສະເພາະກິດຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ກະຊວງປ້ອງກັນປະເທດ, ສະຫາຍ ພົນຈັດຕະວາ ບົວສິງ ອິນທະວົງ ກໍາມະການຄະນະພັກກະຊວງ ຮອງຫົວໜ້າກົມໃຫຍ່ພະລາທິການກອງທັບ, ຄະນະສະເພາະກິດ, ຫົວໜ້າກອງເລຂາຄະນະສະເພາະກິດກະຊວງປ້ອງກັນປະເທດ, ມີຫົວໜ້າກົມເສນາຮັກ, ກົມກໍ່ສ້າງຮາກຖານ, ຄະນະຮັບຜິດຊອບໂຮງໝໍພາກສະໜາມ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີ, ໜ່ວຍງານກໍ່ສ້າງສ້ອມແປງຂອງກົມກໍ່ສ້າງຄຸ້ມຄອງ-ຊັບສິນກົມໃຫຍ່ພະລາທິການກອງທັບໄດ້ລາຍງານກ່ຽວກັບການກະກຽມສ້າງໂຮງໝໍພາກສະໜາມເພື່ອຮອງຜູ້ຕິດເຊື້ອພະຍາດໂຄວິດ-19, ວຽກງານກະກຽມສ້າງໂຮງໝໍພາກສະໜາມໄດ້ເລີ່ມຕົ້ນປະຕິບັດແຕ່ວັນທີ 26 ເມສາ 2021 ຈົນມາຮອດ ວັນທີ 3 ພຶດສະພາ 2021 ຈຶ່ງສໍາເລັດ.

ໂຮງໝໍພາກສະໜາມຫຼັກ 27 ມີຕຽງນອນສໍາລັບຜູ້ຕິດເຊື້ອທັງໝົດ 300 ໜ່ວຍ, ມີຫ້ອງປະຕິບັດງານຂອງແພດຈໍານວນ 11 ຫ້ອງ ປະກອບຕຽງນອນຈໍານວນ 15 ໜ່ວຍ. ພາຍໃນອາຄານໄດ້ຕິດຕັ້ງເຄື່ອງປັບອາກາດ, ຜ້າກັ້ງ, ປະຕູແກ້ວເພື່ອຂັ້ນຫ້ອງຕາມຫຼັກການວິຊາສະເພາະແພດໝໍ. ນອກນັ້ນ, ຍັງມີຫ້ອງອົບຂ້າເຊື້ອ-ຊັກລີດ ແລະ ອື່ນໆທີ່ຈໍາເປັນ.