ແຂວງບໍ່ແກ້ວ ຈິງຈັງກຽມໂຮງໝໍພາກສະໜາມ ຮອງຮັບຜູ້ຕິດເຊື້ອໂຄວິດ-19 ທີ່ລົ້ນໂຮງໝໍ

782

ຜູ້ຕິດເຊື້ອພະຍາດໂຄວິດ-19 ຢູ່ປະເທດລາວ ນັບມື້ມີຈຳນວນເພີ່ມຂຶ້ນ ແລະ ແຂວງບໍ່ແກ້ວ ກໍ່ເປັນແຂວງອັນດັບ 3 ຖັດຈາກ ນະຄອນຫຼວງວຽງຈັນ ແລະ ຈຳປາສັກ ທີ່ມີຕົວເລກຜູ້ຕິດເຊື້ອຫຼາຍ ແລະ ປະຈຸບັນ ຈຳນວນຜູ້ປ່ວຍຕິດເຊື້ອກໍ່ຫຼາຍຈົນລົ້ນໂຮງໝໍແລ້ວ ດັ່ງນັ້ນໃນວັນທີ 4 ພຶດສະພາ 2021ນີ້, ດຣ ຄຳພະຍາ ພົມປັນຍາ ຮອງເຈົ້າແຂວງໆບໍ່ແກ້ວ ຫົວໜ້າຄະນະສະເພາະກິດ ຂັ້ນແຂວງ ພ້ອມຄະນະລົງກວດກາ ຄວາມພ້ອມຮອບດ້ານໃນການຂະຫຍາຍສະຖານທີປິ່ນປົວໃນໂຮງໝໍພາກສະໜາມ ເພື່ອຮອງຮັບຜູ້ຕິດເຊື້ອໂຄວິດ-19 ທີ່ອາດເພີ່ມຂຶ້ນເປັນຈໍານວນຫລາຍ ໃນກໍລະນີ ທີ່ຜູ້ຕິດເຊື້ອລົ້ນໂຮງໝໍ, ແຂວງບໍ່ແກ້ວໄດ້ກຳນົດເອົາ ສະໂມສອນໃຫຍ່ຂອງແຂວງ ເປັນໂຮງໝໍພາກສະໜາມເພື່ອກຽມເປັນໂຮງໝໍພາກສະໜາມ ແລະ ເປັນບ່ອນກັກກັນຜູ້ຕິດເຊື້ອໃນເມືອໂຮງໝໍ່ບໍ່ພຽງພໍ.

ທ່ານ ດຣ. ຄຳພະຍາ ພົມປັນຍາ ຮອງເຈົ້າແຂວງໆບໍ່ແກ້ວ ຫົວໜ້າຄະນະສະເພາະກິດ ກ່າວວ່າ:ແຂວງບໍ່ແກ້ວເປັນແຂວງໜຶ່ງທີ່ມີການລະບາດຂອງເຊື້ອພະຍາດໂຄວິດ-19 ຮ້າຍແຮງ ມາຮອດວັນທີ 4 ພຶດສະພາ 2021 ບໍ່ແກ້ວມີຜູ້ຕິດເຊື້ອເຖິ່ງ 117 ຄົນແລ້ວ ໃນນັ້ນ ເມືອງຕົ້ນເຜິ້ງ 89ຄົນ,ເມືອງຫ້ວຍຊາຍ 27 ຄົນ ເມືອງປາກທາ 01ຄົນ.ສວນເມືອງຜາອຸດົມ ແລະ ເມື່ອງເມິງບໍ່ພົບ. ດັ່ງນັ້ນ ການນຳແຂວງກໍ່ຄືຄະນະສະເພາະກິດ ຈິ່ງກຳນົດເອົາ ສະໂມສອນໃຫຍ່ຂອງແຂວງ ເປັນສະຖານທີ ຮອງຮັບຜູ້ຕິດເຊື້ອໂຄວິດ-19ໃນກໍ່ລະນີລົ້ນ ໂຮງໝໍ. ເບື່ອງຕົ້ນກະກ່ຽມມີຕຽງ 83 ຕຽງ ປະຈຸບັນແມ່ນຄະນະຮັບຜິດຊອບແມ່ນກະກ່ຽມບຸກຄະລະກອນ,ອຸປະກອນການແພດ.ອຸປະກອນຮັບໃຊ້ ສ້າງຫ້ອງນໍ້າຍິງ-ຊາຍ ແບ່ງການໂຊນການປິນປົ່ວຍິງ-ຊາຍ.

ປະຈຸບັນການລະບາດນັບມື້ຮ້າຍແຮງ,ຜູ້ຕິດເຊື້ອນັບມື້ເພີ່ມຂຶ້ນ ຂໍຮຽກຮ້ອງທຸກພາກສວນຈົ່ງມີສະຕິ ແລະ ພ້ອມກັນປະຕິບັດມາດຕະການ ຕ້ານ ແລະ ປ້ອງກັນທີ່ຄະນະສະເພາະວາງອອກຢ່າງເຂັ້ມງວດ ໂດຍສະເພາະການປະຕິບັດຄຳສັ່ງ ເລກທີ 15/ນຍ ແລະ ຄຳແນະນຳຂອງຂະແໜງການກ່ຽວຂ້ອງ ຄຽງຄູ່ກັບການສືບຕໍ່ປະຕິບັດມາດຕະການປ້ອງກັນ ການຕິດເຊື້ອຢ່າງຖືກວິທີ ໂດຍການໃສ່ຜ້າອັດປາກ-ດັງ ເມື່ອອອກຈາກເຮືອນ, ລ້າງມືດ້ວຍສະບູ, ນໍ້າສະອາດ ຫລື ເຈວລ້າງມືຂ້າເຊື້ອເລື້ອຍໆ, ຮັກສາໄລຍະຫ່າງຢ່າງໜ້ອຍ 2 ແມັດຂຶ້ນໄປ ແລະ ຫລີກການໄປສະຖານທີ່ແອອັດ. ຂ່າວ: ຄຳພັນ ແກ້ວມະນີ