ອິນເດຍ ກຽມສົ່ງນັກສຶກສາແພດປີສຸດທ້າຍ ລົງປະຈຳພາກສະໜາມ

367

ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 4 ພຶດສະພາວ່າ ລັດຖະບານອິນເດຍໄດ້ອອກຄຳສັ່ງສຸກເສີນ ເລື່ອນການສອບເສັງຂອງນັກສຶກສາຄະນະແພດສາດ ແລະ ພະຍາບານປີສຸດທ້າຍໃນຂອບເຂດທົ່ວປະເທດອອກໄປຢ່າງບໍ່ມີກຳນົດ ພ້ອມທັງໃຫ້ສະຖາບັນການສຶກສາຕ່າງໆ ສົ່ງນັກສຶກສາແພດ ແລະ ພະຍາບານປີສຸດທ້າຍລົງປະຈຳຢູ່ພາກສະໜາມຕາມໂຮງໝໍຕ່າງໆໃນທົ່ວປະເທດ ເພື່ອຊ່ວຍປິ່ນປົວຜູ້ຕິດເຊື້ອໂຄວິດ-19 ລວມທັງເພື່ອຮັກສາສະຖຽນລະພາບແກ່ລະບົບສາທາລະນະສຸກໃຫ້ສາມາດເດີນໜ້າຕໍ່ໄປໄດ້.

ທັງນີ້ ອິນເດຍມີສະຖິຕິກວດພົບຜູ້ຕິດເຊື້ອລາຍໃໝ່ກວ່າ 3 ແສນຄົນເປັນເວລາຫຼາຍວັນຕິດຕໍ່ກັນແລ້ວ ໂດຍຫຼ້າສຸດ ກະຊວງສາທາລະນະສຸກອິນເດຍລາຍງານວ່າ ໃນຮອບ 24 ຊົ່ວໂມງຜ່ານມາ ພົບຜູ້ຕິດເຊື້ອໃໝ່ 357.229 ຄົນ, ເຮັດໃຫ້ສະຖິຕິຜູ້ຕິດເຊື້ອສະສົມໃນອິນເດຍເພີ່ມເປັນ 20,2 ລ້ານກວ່າຄົນແລ້ວ. ໃນວັນດຽວກັນນີ້ ມີຜູ້ເສຍຊີວິດ 3.449 ຄົນ ສົ່ງຜົນໃຫ້ຍອດຜູ້ເສຍຊີວິດສະສົມຢູ່ທີ່ 222.408 ຄົນ.

ຈາກການຕິດເຊື້ອສູງເປັນສະຖິຕິໂລກຫຼາຍວັນຕິດຕໍ່ກັນ ເຮັດໃຫ້ຄົນເຈັບຕິດເຊື້ອໂຄວິດເລີ່ມລົ້ນໂຮງໝໍ ລວມທັງອຸປະກອນການແພດ ໂດຍສະເພາະເຄື່ອງຊ່ວຍຫາຍໃຈ ແລະ ອຸປະກອນການແພດຈຳເປັນອື່ນໆອີກ.