ໝໍແນ່ງ ຈັນດາລີ ໃຫ້ຄຳແນະນຳ ແລະ ການກະກຽມກ່ອນຈະໄປຮັບວັກແຊັງ

638

ໝໍແນ່ງ ຫຼື ຈັນດາລີ ສິດພະໄຊ ທີ່ຫຼາຍໆຄົນຮູ້ຈັກໃນນາມ ດາລາ, ນາງແບບ ແລະ  ນັກສະແດງ ເຊິ່ງເປັນໜຶ່ງໃນທີມງານແພດໝໍຜູ້ຕະລຸມບອນສັກວັກແຊັງ ເພື່ອປ້ອງກັນພະຍາດໂຄວິດ-19 ຢູ່ນະຄອນຫຼວງວຽງຈັນ ໄດ້ໂພສຜ່ານເພສບຸກສ່ວນຕົວ ເພື່ອໃຫ້ຄຳແນະນຳ ແລະ ກຽມຄວາມພ້ອມທາງດ້ານຮ່າງກາຍກ່ອນຈະເດີນທາງໄປສັກວັກແຊັງ ເນື່ອງຈາກຂໍ້ມູນນີ້ເປັນປະໂຫຍດ ແລະ ເພື່ອບໍ່ເປັນການເສຍເວລາໃນການເດີນທາງ ເຊິ່ງໝໍແນ່ງໄດ້ໃຫ້ຂໍ້ມູນໄວ້ດັ່ງນີ້:

ສິ່ງສຳຄັນແມ່ນໃສ່ຜ້າອັດປາກ

  1. ນອນໃຫ້ພໍ
  2. ບໍ່ວິຕົກກັງວົນ ທຳໃຈໃຫ້ສະບາຍ
  3. ຖ້າມີຄວາມດັນ, ເບົາຫວານໃຫ້ຄຸມໃຫ້ໄດ້ດີໃນມື້ທີ່ຈະມາສັກ ກິນຢາ ກິນເຂົ້າ ມາກ່ອນ
  4. ບິກຂຽນ ແລະ ບັດປະຈຳຕົວ / ເພື່ອຕື່ມແບບຟອມ
  5. ສະເປນ້ອຍ ນໍ້າເຫຼົ້າຂ້າເຊື້ອ ຕິດໂຕສຳລັບສີດຂ້າເຊື້ອ
  6. ນ້ຳດື່ມເພື່ອໄວ້ດື່ມໄລຍະລໍຖ້າ
  7. ວີ ໄວ້ສໍາລັບວີໃນຂະນະຢືນຖ້າ ຫຼື ມື້ທີ່ຄິວຍາວ
  8. ປຶ້ມນ້ອຍສາມາດນັ່ງອ່ານຖ້າ ຫຼື ຫູຟັງ
  9. ໃສ່ເສື້ອທີ່ສາມາດ ສັກຢາບ່ອນກົກແຂນງ່າຍ
  10. ສ່ວນ ຈະເປັນ AstraZeneca ຫລື Sinopharm ແພດໝໍຈະປະເມີນຕາມຫຼັງ

ພ້ອມນີ້ໝໍແນ່ງຍັງປິດທ້າຍດ້ວຍວ່າ ສັກຢາລຸ້ນໃດກໍປ້ອງກັນໄດ້ໝົດ ຈົ່ງເສບຂ່າວຢ່າງມີສະຕິ. ນອກຈາກຈະເຮັດພາລະໜ້າທີ່ໃນການເປັນໝໍແລ້ວ ໝໍແນ່ງຍັງປະກອບສ່ວນໃນການຊ່ວຍເຫຼືອສັງຄົມ ບໍ່ວ່າຈະເປັນການບໍລິຈາກ ຫຼື ລະດົມທຶນຕ່າງໆ ເພື່ອຊ່ວຍເຫຼືອຜູ້ທີ່ໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19

ດັ່ງນັ້ນທີມງານຂ່າວບັນເທີງ ກໍຂໍເປັນກໍາລັງໃຈໃຫ້ໝໍແນ່ງ ແລະ ນັກຮົບຊຸດຂາວໝົດທຸກທ່ານ ເພື່ອກ້າວຜ່ານວິກິດນີ້ໄປດ້ວຍກັນ.