ດ່ວນ ເກີດເຫດ ໄຟໄໝ້ ເຮືອນເກັບເຄື່ອງ ອະດີດ ພົນໂທ ດວງໃຈ ພິຈິດ

1325

ດ່ວນ ໃນຕອນເຊົ້າ ຂອງວັນທີ 4 ພຶດສະພາ 2021 ເກີດເຫດໄຟໄໝ້ ຢູ່ທາງໂຄ້ງບ້ານ ສາຍນໍ້າເງິນ ເມືອງໄຊທານີ ນະຄອນຫຼວງວຽງຈັນ, ເຊິ່ງຈາກການລາຍງານເບື້ອງຕົ້ນແມ່ນເປັນເຮືອນເກັບເຄື່ອງຂອງ ອະດີດ ທ່ານ ພົນໂທ ດວງໃຈ ພິຈິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ.


ເຊິ່ງແປວໄຟໄດ້ລຸກໄໝ້ຮຸນແຮງ ຍ້ອນໂຄງສ້າງອາຄານໃສ່ຫຼາຍເປັນໄມ້ ເຮັດໃຫ້ໄຟໄໝ້ລຸກລາມໄວ ກວ່າລົດດັບເພີງຈະມາຮອດເຮືອນກໍ່ໄໝ້ໝົດກ້ຽງ.


ສ່ວນສາເຫດແມ່ນຍັງບໍ່ທັນມີລາຍງານວ່າເຫດຄັ້ງນີ້ເກີດຂຶ້ນຍ້ອນຫຍັງ ແລະ ມີມູນຄ່າເສຍຫາຍເທົ່າໃດ.