ຄົນໄວເຮັດວຽກຄວນຮູ້! 5 ວິທີເຮັດວຽກໃຫ້ສໍາເລັດ ມັນບໍ່ງ່າຍແຕ່ກໍບໍ່ໄດ້ຍາກ

1192

ການເຮັດວຽກບໍ່ວ່າຈະເປັນໜ້າທີ່ໃດ ພະແນກໃດ, ຕໍາແໜ່ງໃດກໍຕາມ ຄົນທີ່ເຮັດວຽກແລ້ວປະສົບຄວາມສໍາເລັດ ບໍ່ໄດ້ມີຄວາມຄິດ ຫຼື ຮ່າງກາຍວິເສດໄປກວ່າຄົນອື່ນ ແຕ່ອາໄສເປັນຄົນທີ່ໄຝ່ຫາຮູ້ ແລະ ດຸໝັ່ນສ້າງຄວາມຊໍານານ ສ້າງທັກສະໃໝ່ໆໃຫ້ຕົວເອງ ກໍສາມາດປະສົບຄວາມສໍາເລັດໃນໜ້າທີ່ການງານໄດ້.


ແນວໃດກໍຕາມ ມື້ນີ້ຜູ້ຂຽນມີວິທີການເຮັດວຽກໃຫ້ສໍາເລັດ 5 ວິທີມາຝາກ

1 ກໍານົດເປົ້າໝາຍຄວາມສໍາເລັດໃນແບບຂອງທ່ານ

ຄວາມສໍາເລັດ ບໍ່ແມ່ນຈະເປັນໄປຕາມສິ່ງທີ່ຄົນອື່ນຄິດສະເໝີ ຄວາມສໍາເລັດຂອງທ່ານ ທ່ານຄວນເປັນຄົນກໍານົດເປົ້າໝາຍ ແລະ ເສັ້ນທາງການເດີນທາງ ເພື່ອທີ່ທ່ານຈະສາມາດບັນລຸຄວາມສໍາເລັດຂອງທ່ານໄດ້.


2 ຢາກປະສົບຄວາມສໍາເລັດຕາມຕັ້ງໃຈໄດ້ ຈະຕ້ອງເຮັດຫຍັງແນ່

ໃນແຕ່ລະມື້ຄົນເຮົາກໍຈະມີວຽກຕ່າງໆເຂົ້າມາໃຫ້ເຈັບຫົວກັນຢູ່ຕະຫຼອດ ບາງຄັ້ງສະໝອງເຮົາກໍ່ຮຽບຮຽງບໍ່ຖືກ ຄິດຫຼາຍຢ່າງ ຢາກເຮັດຫຼາຍຢ່າງ ກາຍເປັນສັບສົນບໍ່ເປັນລະບຽບ ໃນທີ່ສຸດກໍບໍ່ມີຫຍັງສໍາເລັດລຸລ່ວງຈັກຢ່າງ. ດັ່ງນັ້ນ ຂໍແນະນໍາວິທີງ່າຍໆ ທີ່ໃຊ້ໄດ້ຜົນແທ້ບໍ່ວ່າທ່ານຈະເປັນຄົນເຮັດວຽກຢູ່ລະດັບໃດກໍຕາມ ນັ້ນກໍຄືການຂຽນລາຍງານສິ່ງທີ່ຕ້ອງເຮັດເປັນລາຍວັນ ຕາມລໍາດັບຄວາມສໍາຄັນຂອງສິ່ງທີ່ຕ້ອງເຮັດໃຫ້ສໍາເລັດ.


3 ເວລາເຮັດວຽກ ຄິດຫຍັງອອກ ໃຫ້ຮີບຈົດ

ທ່ານຜູ້ອ່ານທີ່ຮັກແພງ ທ່ານເຄີຍເປັນບໍ? ວຽກບາງຢ່າງເວລາເຮົາຕັ້ງໃຈເຮັດຕັ້ງໃຈໃສ່ ມັກຈະຄິດບໍ່ອອກ ບໍ່ມີໄອເດຍ ແຕ່ກົງກັນຂ້າມມັກຄິດອອກໃນຊ່ວງເວລາທີ່ຄາດບໍ່ເຖິງສະເໝີ ບໍ່ວ່າຈະເປັນຕອນກິນເຂົ້າ, ຕອນກິນນໍ້າ, ຕອນກ່ອນນອນ ຫຼື ຕອນຂັບລົດ; ດັ່ງນັ້ນ ຕອນທີ່ຄິດອອກໃຫ້ຮີບຫາປຶ້ມ ແລະ ບິກມາຈົດໄວ້ດີໆບໍ່ດັ່ງນັ້ນຈະລືມໄດ້ ດັ່ງນັ້ນວິທີງ່າຍໆ ຄວນມີປຶ້ມບັນທຶກນ້ອຍໄວ້ຕິດຕົວຕະຫຼອດ.


4 ມີຄວາມອົດທົນ ແລະ ດຸໝັ່ນຂະຫຍັນພຽນໃນການເຮັດວຽກ

ການມີຄວາມອົດທົນ ພາກພຽນພະຍາຍາມໃນການເຮັດວຽກ ເປັນພະລັງທີ່ຈະສົ່ງເສີມໃຫ້ເຮົາໄປສູ່ຄວາມສໍາເລັດໄດ້ ບໍ່ວ່າຈະເປັນ ອົດທົນຕໍ່ພຶດຕິກໍາຄໍາເວົ້າ, ອົດທົນຕໍ່ຄວາມກົດດັນ ຄວາມເມື່ອຍໃນການເຮັດວຽກ, ອົດທົນຕໍ່ສະຖານະການທີ່ບໍ່ດີ, ຮູ້ຈັກປັບຕົວ ແລະ ຄິດຫາທາງແກ້ໄຂບັນຫາໄດ້ ຈະສາມາດເຮັດໃຫ້ເຮົາປະເຊີນບັນຫາຕ່າງໆໄດ້ ແລະ ປະສົບຄວາມສໍາເລັດໃນທີ່ສຸດ.


5 ບໍ່ຢຸດຮຽນຮູ້ພັດທະນາຕົນເອງ

ຄົນທີ່ຈະສາມາດປະສົບຄວາມສໍາເລັດໃນໜ້າທີ່ການງານໄດ້ ຈະຕ້ອງມີການພັດທະນາຕົນເອງຢູ່ສະເໝີ ບໍ່ມີການຢຸດນິ້ງ ບໍ່ວ່າຈະເປັນເລື່ອງຂອງບຸກຄະລິກການວາງຕົວ ການແຕ່ງກາຍ ພຶດຕິກໍາວິທີການເຮັດວຽກ ຄວາມເຂົ້າໃຈໃນການເຮັດວຽກໃນໜ້າທີ່ຂອງຕົນເອງ ວິທີການເຮັດວຽກທີ່ມີປະສິດທິພາບຍິ່ງຂຶ້ນ ແລະ ການປະເມີນຄວາມສາມາດຂອງຕົນເອງ ເພື່ອປັບປ່ຽນວິທີການເຮັດວຽກວ່າມີຫຍັງທີ່ເຮົາຄວນຮຽນຮູ້ເພີ່ມຕື່ມ ກໍຄວນຈະຕ້ອງຫາເວລາຮຽນຮູ້ເພີ່ມ ເພື່ອເປັນການພັດທະນາການເຮັດວຽກໃຫ້ມີປະສິດທິພາບ.


ໂດຍ: ເອຢິບ
ທີ່ມາ: https://www.krungsri.com/th/plearn-plearn/seven-ways-working-success