ມາກ ເຊວບີ ປາບ ເມີຟີ 18-15 ເຟຣມ ຄວ້າແຊັມສະນຸກເກີ ຊິງແຊັມໂລກ 2021

569

ການແຂ່ງຂັນກີລາສະນຸກເກີ ຊິງແຊັມໂລກ ປະຈຳປີ 2021 ທີ່ສັງວຽນ Crucible Theatre ໃນເມືອງເຊຟຟິວ ປະເທດອັງກິດ ໃນລະຫວ່າງວັນທີ 17 ເມສາ – 3 ພຶດສະພານີ້ ຊິງເງິນລາງວັນລວມ 2.395.000 ປອນ.

ໃນຮອບຊີງຊະນະເລີດ ມາກ ເຊວບີ້ ມື 4 ຂອງລາຍການຈາກເຈົ້າພາບ ແຊັມໂລກ 3 ສະໄໝ ພົບກັບ ຊອນ ເມີຟີ ມື 7 ແຊັມໂລກ ປີ 2005 ປາກົດວ່າ 2 ເຊັສຊັນທຳອິດ ເຊວບີ້ ຂຶ້ນນຳ 10-7 ເຟຣມ, ເຊັສຊັນທີສາມ ທັງສອງເກັບໄດ້ 4-4 ເຟຣມ ແລະ ມາໃນເຊັສຊັນສຸດທ້າຍ ຍັງສູ້ກັນກັນໄດ້ຢ່າງສູສີ ກ່ອນທີ່ ມາກ ເຊວບີ ເອົາຊະນະ ຊອນ ເມີຟີ 18-15 ເຟຣມ.

ເຮັດໃຫ້ ເຊວບີ ຄວ້າແຊັມໂລກ ເປັນສະໄໝທີ 4 ຕໍ່ຈາກປີ 2014, 2016 ແລະ 2017 ເພີ່ມສະຖິຕິຊະນະ ຊອນ ເມີຟີ້ ຄັ້ງທີ 22 ຈາກ 40 ຄັ້ງທີ່ພົບກັນ, ຮັບຂັນແຊ້ມ ພ້ອມເງິນລາງວັນ 500.000 ປອນ ຫລື ປະມານ 6 ຕື້ 500 ລ້ານກວ່າກີບ.

.