ກົມອຸຕຸນິຍົມມີຄຳເຕືອນ 5-9 ພຶດສະພາ ເຝົ້າລະວັງພາຍຸ​ຝົນຕົກ,​ ລົມພັດແຮງ​ ຢູ່​ແຂວງ​ພາກເໜືອ​ ແລະ​ ພາກກາງ​

1197

ກົມ​ອຸຕຸນິຍົມ​ ແລະ​ ອຸທົກກະສາດ​ ຄາດຄະເນສະພາບອາກາດ ໃນໄລຍະວັນທີ 3 ຫາ 9ພຶດສະພາ 2021:ໃນໄລຍະວັນທີ 3 ຫາ 4 ເມສາ ນີ້​ ຄວາມກົດດັນຕໍ່າຂອງອາກາດຮ້ອນຈະປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກໍາລັງປານກາງ, ສົມທົບກັບກະແສລົມຕາເວັນຕົກພັດປົກຄຸມພາກເໜືອ ແລະ ລົມຕາເວັນອອກສ່ຽງເໜືອພັດປົກຄຸມພາກກາງ ແລະ ພາກໃຕ້, ຊຶ່ງຈະເຮັດໃຫ້ອາກາດຮ້ອນຂື້ນ ແລະ ມີຝົນຕົກຟ້າຮ້ອງຝ້າເຫຼື້ອມໃນລະດັບຄ່ອຍຢູ່ບາງທ້ອງຖິ່ນໃນແຕ່ລະພາກ.


ຈາກນັ້ນ ວັນທີ 5 ຫາ 9 ພຶດສະພາ 2021 ຄວາມກົດດັນຕໍ່າຂອງອາກາດຮ້ອນຍັງຈະປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ, ພ້ອມດຽວກັນກະແສລົມຕາເວັນຕົກ – ຕາເວັນຕົກສ່ຽງໃຕ້​ ຈະມີກຳລັງແຮງຂື້ນພັດປົກຄຸມເປັນສ່ວນໃຫຍ່, ຊຶ່ງຈະເຮັດໃຫ້ອາກາດຮ້ອນ ຫາ ຮ້ອນເອົ້າ ພ້ອມມີໝອກແຫ້ງປົກຫຸ້ມຢູ່ທົ່ວໄປໃນຕອນບ່າຍ ແລະ ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ແລະ ຕົກປານກາງ ຫາ ຕົກໜັກ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນແຂວງພາກເໜືອ ແລະ ພາກກາງ.
ຄາດຄະເນສະພາບອາກາດ ໃນແຕ່ລະພາກດັ່ງລຸ່ມນີ້:


ພາກເໜືອດ້ານຕາເວັນອອກຈະມີຝົນຕົກຟ້າຮ້ອງຝ້າເຫຼື້ອມໃນລະດັບຄ່ອຍເປັນບໍລິເວນກວ້າງ ແລະ ຕົກປານກາງ ຫາ ຕົກໜັກ ພ້ອມມີລົມພັດແຮງ ຢູ່ບາງທ້ອງຖິ່ນແຂວງ ຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ ອຸນຫະພູມຕໍ່າສຸດ 16 – 18 ອົງສາແລະ ສູງສຸດ 27 – 29 ອົງສາ.

ພາກເໜືອດ້ານຕາເວັນຕົກ ອາກາດຮ້ອນ ຫາ ຮ້ອນເອົ້າ ພ້ອມມີໝອກແຫ້ງປົກຫຸ້ມໃນຕອນກາງເວັນ ແລະ ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມ ໃນລະດັບຄ່ອຍເປັນບໍລິເວນກວ້າງ ແລະ ຕົກປານກາງ ຫາ ໜັກ ພ້ອມມີລົມພັດແຮງ ເປັນບາງໂອກາດຢູ່ບາງທ້ອງຖິ່ນ, ໂດຍສະເພາະຢູ່ແຂວງ ອຸດົມໄຊ, ຫຼວງນ້ໍາທາ, ບໍ່ແກ້ວ, ຫຼວງພະບາງ ແລະ ໄຊຍະບູລີ ອຸນຫະພູມຕໍ່າສຸດ 21- 23 ອົງສາ ແລະ ສູງສຸດ 36 – 38 ອົງສາ.


ພາກກາງ ອາກາດຮ້ອນ ຫາ ຮ້ອນເອົ້າ ແລະ ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍຢູ່ເກືອບທົ່ວໄປ ແລະ ຕົກປານກາງ​ ຫາ ໜັກ ພ້ອມມີລົມພັດແຮງ, ຟ້າຜ່າ ເປັນບາງໂອກາດຢູ່ບາງທ້ອງຖິ່ນແຂວງ ວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ​ ສະຫວັນນະເຂດ ອຸນຫະພູມຕໍ່າສຸດ 23 – 25 ອົງສາ ແລະ ສູງສຸດ 36 – 38 ອົງສາ.​ ສະເພາະແຂວງໄຊສົມບຸນ: ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍເປັນບໍລິເວນກວ້າງ ແລະ ຕົກປານກາງ ພ້ອມຈະມີລົມພັດແຮງຢູ່ບາງບໍລິເວນ ອຸນຫະພູມຕໍ່າສຸດ 17 – 19 ອົງສາ ແລະ ສູງສຸດ 28 – 30 ອົງສາ.


ພາກໃຕ້ ອາກາດຮ້ອນ ຫາ ຮ້ອນເອົ້າ ແລະ ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນແຂວງ ສາລະວັນ, ເຊກອງ, ຈຳປາສັກ ແລະ ອັດຕະປື ອຸນຫະພູມຕໍ່າສຸດ 24 – 26 ອົງສາ​ ແລະ ສູງສຸດ 36 – 38 ອົງສາ.​ ສະເພາະເຂດພູພຽງບໍລະເວນ: ມີຝົນຕົກຄ່ອຍ ຫາ ປານກາງ ພ້ອມຈະມີລົມພັດແຮງຢູ່ບາງບໍລິເວນ ອຸນຫະພູມຕ່ຳສຸດ 14 -16 ອົງສາ ແລະ ສູງສຸດ 25 – 27 ອົງສາ.


ນະຄອນຫຼວງວຽງຈັນ ອາກາດຮ້ອນ ແລະ ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງເປັນບາງໂອກາດ ອຸນຫະພູມຕໍ່າສຸດ 23 – 25 ອົງສາ ແລະ ສູງສຸດ 35 – 37 ອົງສາ.

ພ້ອມ​ນີ້,​ ກົມອຸຕຸ ຍັງມີຄຳເຕືອນເຝົ້າລະວັງສະພາບອາກາດຮ້ອນເອົ້າຫຼາຍ ແລະ ພາຍຸຝົນຕົກຟ້າຮ້ອງຟ້າເຫຼື້ອມ -ລົມພັດແຮງ​ ໃນວັນທີ 5 ຫາ 9 ພຶດສະພາ 2021 ນີ້​ ເນື່ອງຈາກຄວາມກົດດັນຕໍ່າຂອງອາກາດຮ້ອນຍັງຈະປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ, ພ້ອມດຽວກັນກະແສລົມຕາເວັນຕົກ – ຕາເວັນຕົກສ່ຽງໃຕ້ ຈະມີກຳລັງແຮງຂື້ນພັດປົກຄຸມເປັນສ່ວນໃຫຍ່ ຊຶ່ງຈະເຮັດໃຫ້ອາກາດຮ້ອນ ຫາ ຮ້ອນເອົ້າ ແລະ ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ແລະ ຕົກປານກາງ ຫາ ຕົກໜັກ ພ້ອມມີລົມພັດແຮງ ເປັນບາງໂອກາດຢູ່ບາງທ້ອງຖິ່ນແຂວງພາກເໜືອ ແລະ ພາກກາງ.

ຂໍແຈ້ງເຕືອນເຖິງປະຊາຊົນທີ່ອາໄສຢູ່ເຂດດັ່ງກ່າວ ຈົ່ງມີສະຕິລະມັດລະວັງຕໍ່ສະພາບອາກາດຮ້ອນ ຫາຮ້ອນເອົ້າທີ່ຈະເຮັດເກີດມີອັກຄີໄພ ແລະ ມີສະຕິລະມັດລະວັງຕໍ່ສະພາບຝົນຕົກຟ້າຮ້ອງຟ້າເຫຼື້ອມ, ຟ້າຜ່າ ແລະ ໝາກເຫັບຕົກພ້ອມມີລົມພັດແຮງ ທີ່ຈະເຮັດໃຫ້ມີ ຕົ້ນໄມ້, ປ້າຍໂຄສະນາ ແລະ ເສົາໄຟຟ້າຫັກລົ້ມ. ໃນເວລາຝົນຕົກຟ້າຮ້ອງຟ້າເຫຼື້ອມໃຫ້ຫຼີກລ່ຽງຈາກການໄປຢູ່ກ້ອງຕົ້ນໄມ້ໃຫຍ່ ເພາະອາດຈະຖືກຟ້າຜ່າໄດ້.

ສະໜັບສະໜູນໂດຍ: